ຂໍ້ມູນຈາກປາກຜູ້ເປັນເອື້ອຍ ຕໍ່ກໍລະນີພໍ່ຕູ້ທີ່ຖືກປະຖິ້ມໄວ້ກ້ອງກົກສຳສາ

ຈາກກໍລະນີ ວັນທີ 7 ມັງກອນ 2025 ຜ່ານມາ ໜັງສືພິມລາວພັດທະນາໄດ້ນຳສະເໜີ ເຫດການໜ່ວຍກູ້ໄພຊ່ວຍເຫລືອພໍ່ຕູ້ອາຍຸ 57 ປີ ຖືກປະຖິ້ມໄວ້ກ້ອງກົກສຳສາ ເຂດບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍພໍ່ຕູ້ຄົນດັ່ງກ່າວ ໄດ້ໃຫ້ຂໍ້ມູນເບື້ອງຕົ້ນຕໍ່ກູ້ໄພວ່າ ຕົນເອງອາໄສຢູ່ນຳເອື້ອຍ ແລະ ຖືກເອື້ອຍນຳໄປປະໄວ້ ຍ້ອນຕົນເອງເຖົ້າແກ່ ບວກກັບສຸຂະພາບບໍ່ດີ. ຈາກຂ່າວດັ່ງກ່າວ ກາຍເປັນກະແສສັງຄົມທີ່ວິພາກວິຈານໄປຕ່າງໆນານາ.
ຫລ້າສຸດ ວັນທີ 8 ມັງກອນ 2025 ນີ້ ຜູ້ເປັນເອື້ອຍຂອງພໍ່ຕູ້ໂກ່ນ ໄດ້ໃຫ້ຂໍ້ມູນລາຍລະອຽດ ຕໍ່ທີມຂ່າວໜັງສືພິມລາວພັດທະນາ ວ່າ: ພໍ່ຕູ້ໂກ່ນ ປັດຈຸບັນອາຍຸ 57 ປີ ເປັນນ້ອງຊາຍຂອງຕົນແທ້ ເປັນໜຶ່ງໃນຈຳນວນ ເອື້ອຍອ້າຍນ້ອງ 8 ຄົນ ເປັນປະຊາຊົນຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ຕອນເປັນໜຸ່ມຜູ້ກ່ຽວກໍມີນິດໄສນັກເລງ ເຄີຍຕີພໍ່ແມ່, ເຄີຍແຕ່ງດອງເອົາເມຍມີຄອບຄົວເປັນຝັ່ງເປັນຝາ ມີລູກນຳກັນໜຶ່ງຄົນ, ຫລັງພໍ່ແມ່ເສຍຊີວິດກໍໄດ້ຂາຍດິນມູນແບ່ງປັນກັນດ້ວຍຄວາມພໍໃຈ ແລະ ທຸກຄົນກໍປຸກເຮືອນຄົນລະຫລັງ ຕອນນັ້ນຜູ້ກ່ຽວມີສຸຂະພາບແຂງແຮງດີ ແຕ່ມີນິດໄສຂີ້ຄ້ານ, ມີພຶດຕິກຳດື່ມສິ່ງມຶນເມົາ, ຕິດຢາເສບຕິດ, ຕິດການພະນັນ ຜູ້ກ່ຽວເຄີຍຕິດຄຸກຍ້ອນຄະດີຢາເສບຕິດ ຈົນຄອບຄົວແຕກແຍກ ແລ້ວຜູ້ກ່ຽວກໍນິດໄສເສເພ, ຂາຍຊັບສິນ, ຂາຍລົດ, ຂາຍເຮືອນ ຈົນບໍ່ເຫລືອຊັບສິນຕິດຕົວ ຕໍ່ມາລູກກໍບໍ່ຢູ່ນຳ ແລະ ຕິດຕໍ່ຜູ້ເປັນລູກບໍ່ໄດ້. ຜູ້ກ່ຽວໄດ້ໄປເຊົ່າຫ້ອງແຖວຢູ່ ຫລັງຈາກນັ້ນຈຶ່ງມາຂໍຢູ່ນຳເອື້ອຍ ແລະ ຜິດກັນກັບພີ່ນ້ອງ, ເວລາເມົາມາກໍມີພຶດຕິກຳໂວຍວາຍ ໃຊ້ຄວາມຮຸນແຮງກັບເອື້ອຍອ້າຍເປັນປະຈຳ ຜູ້ເປັນເອື້ອຍຈຶ່ງໄດ້ໄປເຊົ່າຫ້ອງໃຫ້ຢູ່ຄົນດຽວ ແລະ ເຄີຍໃຫ້ໄປບວດຢູ່ວັດສົມສະຫງ່າ ແຕ່ຜູ້ກ່ຽວກໍຍັງບໍ່ຖິ້ມນິດໄສເສເພ ສ້າງຄວາມລຳບາກໃຫ້ວັັດ ຈຶ່ງໄດ້ໃຫ້ລາສິກຂາ.
ພາຍຫລັງສິກອອກມາ ຜູ້ເປັນເອື້ອຍກໍໄດ້ເຊົ່າເຮືອນໃຫ້ຢູ່ມໍ່ໃກ້ຕົນເອງ ແຕ່ຍັງມີພຶດຕິກຳໂວຍວາຍ ຈຶ່ງໄດ້ໄປເຊົ່າຢູ່ເຂດຫລັກ 8 ໃຫ້, ແຕ່ບໍ່ໄຫວຄ່າເຊົ່າ ຈຶ່ງໃຫ້ກັບມາຢູ່ເຮືອນນຳ, ຕອນຢູ່ເຮືອນບໍ່ເຮັດບໍ່ຫາມີແຕ່ຢູ່ນອນກິນ ສ້າງຄວາມເປິເປື້ອນ ເວລາເມົາມາກໍອາລະວາດໂວຍວາຍ ຈະທຳຮ້າຍຮ່າງກາຍ ເຊິ່ງເປັນແບບນີ້ວົນວຽນມາ 10 ກວ່າປີ ຄ້າຍຄືຄົນສະຕິບໍ່ດີ ທັງມີນິດໄສມັກເປື້ອນເປິ ມີແຕ່ນັ່ງນອນກິນໃຫ້ເອື້ອຍໄດ້ມ້ຽນຂີ້ມ້ຽນຍ່ຽວໃຫ້, ເອື້ອຍຄິດວ່ານ້ອງເສຍສຸຂະພາບ ຈຶ່ງພາໄປເຊັກສຸຂະພາບ ແຕ່ທຸກຢ່າງປົກກະຕິດີ ຜູ້ກ່ຽວກໍຍັງດຳເນີນພຶດຕິກຳແບບເກົ່າ ບໍ່ໄປໃສມາໃສ່ມີແຕ່ກິນດື່ມນໍ້າຫວານ ຈົນສຸຂະພາບເລີ່ມບໍ່ດີ.
ເຫດການຫລ້າສຸດ ມີປາກສຽງກັນ ເນື່ອງຈາກຜູ້ເປັນລູກກໍບໍ່ມາເບິ່ງແຍງ ແລ້ວຜູ້ກ່ຽວອອກປາກວ່າບໍ່ຢາກຢູ່ນຳເອື້ອຍ ຂໍວ່າຈະໄປໄສຢູ່ນຳໝູ່ ແຖວດົງນາທອງ ເມືອງສີໂຄດຕະບອງ ຜູ້ເປັນເອື້ອຍກໍອາສາໄປສົ່ງ ພໍໄປຮອດນາຄວາຍຜູ້ກ່ຽວໄດ້ຂໍລົງຢູ່ບ່ອນນັ້ນ ຜູ້ເປັນເອື້ອຍກໍໄດ້ໃຫ້ລົງຢູ່ບ່ອນນັ້ນ ຜູ້ກ່ຽວວ່າຈະໃຫ້ໝູ່ມາຮັບ ຜ່ານໄປ 4-5 ມື້ ຈຶ່ງໄດ້ຂ່າວວ່າກູ້ໄພໄປຊ່ວຍຜູ້ກ່ຽວໄປສະຖານສົງເຄາະ ແລະ ກາຍເປັນຂ່າວໂດ່ງດັງ ອັນສົ່ງຜົນກະທົບມາຫາຕົນເຮັດໃຫ້ສັງຄົມຄິດວ່າເອື້ອຍຖິ້ມປະນ້ອງ.
ນອກນີ້ ທີມຂ່າວໜັງສືພິມລາວພັດທະນາ ໄດ້ສອບຖາມຂໍ້ມູນນຳນາຍບ້ານໂພນປ່າເປົ້າ ກໍໄດ້ເລົ່າວ່າ ຜູ້ກ່ຽວເປັນຄົນພື້ນຖານຢູ່ໂພນປ່າເປົ້າແທ້ ພາຍຫລັງຜູ້ກ່ຽວຂາຍດິນແລະຂາຍເຮືອນແລ້ວກໍອອກຈາກບ້ານໂພນປ່າເປົ້າໄປ 10 ປາຍປີ ເກືອບ 20ປີ ແລະ ຫລ້າສຸດຫວ່າງເດືອນແລ້ວນີ້ ໄດ້ຍິນຂ່າວວ່າເຄີຍໄປເຊົ່າຫ້ອງແຖວຢູ່ບ້ານໂນນຫວາຍ ຜູ້ກ່ຽວກໍໄປເຮັດເປື້ອນເປິໃສ່ຫ້ອງແຖວ ຈົນຖືກໄລ່ອອກຈາກຫ້ອງແຖວ ແລ້ວໄປອາໄສຢູ່ໃກ້ຫ້ອງການບ້ານໂນນຫວາຍ ທາງບ້ານໂນນຫວາຍໄດ້ສອບຖາມຂໍ້ມູນນຳຜູ້ກ່ຽວຈຶ່ງຮູ້ວ່າເປັນຄົນບ້ານໂພນປ່າເປົ້າ ຈຶ່ງໄດ້ນຳຜູ້ກ່ຽວມາສົ່ງຢູ່ທີ່ຫ້ອງການບ້ານໂພນປ່າເປົ້າ ແລະ ພີ່ນ້ອງມາຮັບເອົາໄປເບິ່ງແຍງແລ້ວເທື່ອໜຶ່ງ. ປະຫວັດທີ່ເຄີຍຮູ້ຈັກກ່ອນໜ້ານີ້ ຜູ້ກ່ຽວມີນິດໄສບໍ່ຟັງໃຜ, ຫລິ້ນກິນຟູມເຟືອຍ, ຕິດການພະນັນ ແລະ ທາງຄອບຄົວຜູ້ກ່ຽວກໍໃຫ້ຂໍ້ມູນວ່າລາວບໍ່ສົນພີ່ສົນນ້ອງຈົນມາເປັນແບບນີ້ຈຶ່ງວົນກັບມາຫາພີ່ຫານ້ອງ ແຕ່ກໍບໍ່ຮູ້ເບື້ອງເລິກທາງຄອບຄົວກະເຈົ້າ. ຈົນມາເຖິງເຫດການທີ່ເກີດຂຶ້ນ ຄືກູ້ໄພເຂົ້າໄປຊ່ວຍນຳຜູ້ກ່ຽວມາສົ່ງຢູ່ຫ້ອງການບ້ານ ແລະ ທາງບ້ານຈຶ່ງໄດ້ເອີ້ນພີ່ນ້ອງຜູ້ກ່ຽວມາເຮັດໃບມອບສິດ ເພື່ອສົ່ງຜູ້ກ່ຽວໄປຢູ່ສູນສົງເຄາະໃນປັດຈຸບັນ.