ໂທລະເລກສະແດງຄວາມເຫັນໃຈ

ວັນທີ 8 ມັງກອນ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ຕໍ່ເຫດການ ແຜ່ນດິນໄຫວຂະໜາດ 6,8 ຣິກເຕີ ຢູ່ເຂດຕີ້ງຢື້ ເຂດປົກຄອງຕົນເອງ ທິເບດ ສປ ຈີນ.
ເນື້ອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈົ້າໄດ້ຮັບຂ່າວດ້ວຍຄວາມເສົ້າສະຫລົດໃຈວ່າ ໃນຕອນເຊົ້າຂອງວັນທີ 7 ມັງກອນ 2025 ເວລາ 09:05 ໂມງ ໄດ້ເກີດເຫດແຜ່ນດິນໄຫວຂະໜາດ 6,8 ຣິກເຕີ ຢູ່ເຂດຕີ້ງຢື້ (Dingri) ເຂດປົກຄອງຕົນເອງ ທິເບດ, ສປ ຈີນ ເຊິ່ງໄດ້ສ້າງຄວາມເສຍຫາຍອັນໃຫຍ່ຫລວງ ອັນເປັນເຫດໃຫ້ມີຄົນເສຍຊີວິດ, ຫາຍຊາບສູນ ແລະ ໄດ້ຮັບບາດເຈັບເປັນຈໍານວນຫລາຍ ແລະ ສ້າງຄວາມເສຍຫາຍໃຫ້ແກ່ຕຶກອາຄານ, ເຮືອນຊານບ້ານຊ່ອງ ແລະ ຊັບສິນຂອງປະຊາຊົນ ລວມທັງພື້ນຖານໂຄງລ່າງຢ່າງຫລວງຫລາຍໃນເຂດດັ່ງກ່າວ.
ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນ ລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະ ແດງຄວາມເສົ້າສະຫລົດໃຈ ແລະ ເຫັນໃຈຢ່າງສຸດຊຶ້ງ ຕໍ່ເຫດການໄພພິບັດທາງທໍາມະຊາດ ໃນຄັ້ງນີ້ ມາຍັງ ສະຫາຍ ແລະ ຜ່ານສະຫາຍ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນ ຈີນ ໂດຍສະເພາະ ຕໍ່ຄອບຄົວຜູ້ໄດ້ຮັບເຄາະຮ້າຍໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາ-ນໍາພາຂອງ ສະຫາຍ ພ້ອມດ້ວຍການນຳຂອງພັກ ແລະ ລັດຖະບານ ຂອງສູນກາງ ແລະ ທ້ອງຖິ່ນຂອງ ສປ ຈີນ ລວມທັງຄອບຄົວຜູ້ໄດ້ຮັບເຄາະຮ້າຍ ຈະສາ ມາດຜ່ານຜ່າເວລາທີ່ໂສກເສົ້ານີ້ໄດ້ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນກະທົບ ແລະ ສະພາບຈິດໃຈ ຂອງຄອບຄົວຜູ້ເສຍຊີວິດ ໃຫ້ກັບຄືນສູ່ປົກກະຕິ.