ປະກາດແຕ່ງຕັ້ງ ທ່ານ ສຸພາບ ທຳມະຮັກສາ ເປັນເຈົ້ານະຄອນປາກເຊ ຜູ້ໃໝ່
January 8, 2025 - 6:00 PM

ວັນທີ 8 ມັງກອນ 2025 ຢູ່ທີ່ສະໂມສອນນະຄອນປາກເຊ ໄດ້ຈັດພິທີປະກາດ ທ່ານ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ, ເລຂາຄະນະພັກນະຄອນ, ເຈົ້ານະຄອນປາກເຊ ອອກພັກການ-ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງທ່ານ ສຸພາບ ທຳມະຮັກສາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆໂພນທອງ ມາເປັນເລຂາພັກນະຄອນ, ເຈົ້ານະຄອນປາກເຊ ຜູ້ໃໝ່ ໂດຍເປັນປະທານຂອງທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ.
ມີທ່ານຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຄະນະປະຈໍາພັກແຂວງ, ການນໍາແຂວງ,ນະຄອນ, ພະແນກການພ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງນະຄອນ ແລະ ຮາກຖານກຸ່ມບ້ານເຂົ້າຮ່ວມ.

ທ່ານ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ, ເລຂາຄະນະພັກນະຄອນ, ເຈົ້ານະຄອນປາກເຊ ຜູ້ເກົ່າ ອອກພັກການ-ຮັບອຸດໜູນບໍານານ