ໄຟໄໝ້ປ່າໃນຫລາຍພື້ນທີ່ຂອງລອສແອນເຈລິສ ລັດແຄລິຟໍເນຍ ຍັງວິກິດ ທາງການສັ່ງອົບພະຍົບແລ້ວກວ່າແສນຄົນ

ໄຟໄໝ້ປ່າຮຸນແຮງຢູ່ລັດແຄລິຟໍເນຍຍັງຢູ່ໃນຂັ້ນວິກິດ ໂດຍສະເພາະຢູ່ພື້ນທີ່ທາງໃຕ້ເຊັ່ນ: ລອດສແອນເຈລິສ ສ້າງຄວາມເສຍຫາຍຄັ້ງໃຫຍ່ ໂດຍໄຟໄໝ້ປ່າທີ່ເກີດຂຶ້ນໃນວັນທີ 7 ມັງກອນຜ່ານມາ ຕາມເວລາທ້ອງຖິ່ນ ຄືໄຟໄໝ້ປ່າ Palisades Fire ໃນພື້ນທີ່ Pacific Palisades ເຊິ່ງຕັ້ງຢູ່ໃກ້ຊາຍແດນຊານຕາໂມນິກາ. ໄຟໄໝ້ປ່ານີ້ໄດ້ຮັບການລາຍງານຄັ້ງທໍາອິດໃນວັນທີ 7 ມັງກອນ ກ່ອນຈະລຸກລາມຢ່າງວ່ອງໄວ ເນື່ອງຈາກລົມພັດແຮງທີ່ມີຄວາມໄວສູງສຸດເຖິງ 99 ໄມລ໌ຕໍ່ຊົ່ວໂມງ ເຮັດໃຫ້ການຄວບຄຸມໄຟເປັນໄປໄດ້ຍາກ. ໄຟໄໝ້ປ່າເຜົາຜານເນື້ອທີ່ກວ່າ 16,000 ເອເຄີ ແລະ ສົ່ງຜົນເຮັດໃຫ້ປະຊາຊົນ 100,000 ກວ່າຄົນໄດ້ຮັບຄໍາສັ່ງໃຫ້ອົບພະຍົບອອກຈາກພື້ນທີ່.
ຂະນະທີ່ເຈົ້າໜ້າທີ່ມອດໄຟຕ້ອງເຮັດວຽກແຂ່ງກັບເວລາເພື່ອຄວບຄຸມໄຟໄໝ້ປ່າ, ແຕ່ມາຮອດປັດຈຸບັນຍັງບໍ່ສາມາດຄວບຄຸມພື້ນທີ່ໃດໄດ້, ລົມແຮງ ແລະ ອາກາດທີ່ແຫ້ງຍັງເປັນປັດໄຈສໍາຄັນທີ່ເພີ່ມຄວາມທ້າທາຍໃນການມອດໄຟ. ມາຮອດປັດຈຸບັນມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ, ເຮືອນ ແລະ ອາຄານ 1,000 ກວ່າແຫ່ງຖືກເຜົາທໍາລາຍ.
ສ່ວນອີກບໍລິເວນຄືໄຟໄໝ້ປ່າ Eaton Fire ເຊິ່ງເລີ່ມຕົ້ນໃນຄືນວັນທີ 7 ມັງກອນເຊັ່ນດຽວກັນ ບໍລິເວນເທິງພູໃນພື້ນທີ່ Pasadena ໃກ້ກັບ Eaton Canyon ເຊິ່ງເປັນສະຖານທີ່ທີ່ມີພູມສາດປະເທດສູງຊັນ ແລະ ປົກຄຸມໄປດ້ວຍພືດພັນແຫ້ງງ່າຍທີ່ຊ່ວຍກະຕຸ້ນໃຫ້ໄຟລຸກລາມຢ່າງວ່ອງໄວ, ຈູດເຜົາເນື້ອທີ່ຫລາຍກວ່າ 10,000 ເອເຄີ ແລະ ສົ່ງຜົນເຮັດໃຫ້ປະຊາຊົນໃນພື້ນທີ່ Altadena ແລະ Pasadena ຕ້ອງອົບພະຍົບອອກຈາກເຮືອນໃນເວລາກາງຄືນ ໂດຍມີຜູ້ໄດ້ຮັບຄໍາສັ່ງໃຫ້ອົບພະຍົບ 70,000 ກວ່າຄົນ.
ຂະນະທີ່ເຈົ້າໜ້າທີ່ກໍາລັງພະຍາຍາມມອດໄຟປ່າຂະໜາດໃຫຍ່ທີ່ຍັງລຸກລາມຢ່າງວ່ອງໄວໃນຫລາຍພື້ນທີ່ ປາກົດວ່າໃນວັນທີ 8 ມັງກອນ ຕາມເວລາທ້ອງຖິ່ນ ເກີດໄຟໄໝ້ປ່າໃໝ່ທີ່ຊື່ວ່າ: Sunset Fire ໃນເຂດ Hollywood Hills ສົ່ງຜົນເຮັດໃຫ້ມີຄໍາສັ່ງອົບພະຍົບປະຊາຊົນເພີ່ມອີກ. ໄຟໄໝ້ປ່າຄັ້ງນີ້ເຜົາເນື້ອທີ່ໄປກວ່າ 60 ເອເຄີ. ຕາມຂໍ້ມູນຈາກ CAL FIRE ແລະ ກົມມອດໄຟລອສແອນເຈລິສ.
ທ່ານ ໂຈ ໄບເດນ ປະທານາທິບໍດີອາເມລິກາ ປະກາດສະຖານະການໄພພິບັດຮ້າຍແຮງ ພ້ອມສົ່ງຊັບພະຍາກອນເພີ່ມຕື່ມເຊັ່ນ: ເຈົ້າໜ້າທີ່ມອດໄຟ ແລະ ເຮລິກົບເຕີຂອງກອງທັບເຮືອ ເພື່ອຊ່ວຍຄວບຄຸມໄຟ. ຂະນະທີ່ເຈົ້າຄອງລັດແຄລິຟໍເນຍປະກາດສະຖານະການສຸກເສີນ ແລະ ລະດົມກໍາລັງເຈົ້າໜ້າທີ່ 5,000 ກວ່າຄົນຈາກຫລາຍລັດເຂົ້າຊ່ວຍມອດໄຟ.