ຫວຽດນາມຂຶ້ນຄ່າປັບໄໝຜູ້ກະທໍາຜິດກົດຈະລາຈອນ ຄົນແຈ້ງເບາະແສອາດໄດ້ຮັບສູງສຸດ 5 ລ້ານດົງ

ຫວຽດນາມມີນະໂຍບາຍມອບເງິນລາງວັນໃຫ້ປະຊາຊົນທີ່ແຈ້ງເບາະແສກ່ຽວກັບການກະທໍາຜິດກົດຈະລາຈອນສູງສຸດ 5 ລ້ານດົງ.
ນັບແຕ່ວັນທີ 1 ມັງກອນຜ່ານມາ, ທາງການຫວຽດນາມເພີ່ມຄ່າປັບໄໝສໍາລັບຜູ້ກະທໍາຜິດກົດຈະລາຈອນ ຈົນເຖິງລະດັບທີ່ຜູ້ຂັບຂີ່ທົ່ວໄປເກືອບຈະຈ່າຍບໍ່ໄດ້ ສໍາລັບການລະເມີດກົດຕ່າງໆ ລວມທັງການຝ່າໄຟແດງ ແລະ ໃຊ້ໂທລະສັບມືຖື.
ພາຍໃຕ້ກົດໝາຍໃໝ່ ບຸກຄົນໃດກໍຕາມທີ່ລາຍງານການກະທໍາຜິດກົດຈະລາຈອນໄດ້ຮັບເງິນລາງວັນ ເປັນອັດຕາສູງສຸດ 10% ຂອງຄ່າປັບໄໝທັງໝົດທີ່ມີການເກັບກັບຜູ້ທີ່ລະເມີດ ໃນອັດຕາສູງສຸດບໍ່ເກີນ 5 ລ້ານດົງ ໂດຍຂໍ້ມູນຂອງຜູ້ແຈ້ງເບາະແສຈະຖືກເກັບເປັນຄວາມລັບເພື່ອຮັກສາການເປັນສ່ວນຕົວ. ເຖິງຢ່າງໃດກໍດີ, ມາຮອດຕອນນີ້ ຍັງບໍ່ມີຜູ້ໃດໄດ້ຮັບເງິນລາງວັນຈາກໜ່ວຍງານລັດ.
ໃນປະເທດທີ່ມີລາຍໄດ້ສະເລ່ຍຕໍ່ເດືອນປະມານ 7.7 ລ້ານດົງ ຜູ້ຂັບຂີ່ລົດຈັກທີ່ຝ່າໄຟແດງຈະຖືກປັບໄໝ 6 ລ້ານກວ່າດົງ ເຊິ່ງຫລາຍກວ່າຕົວເລກເກົ່າເຖິງ 6 ເທົ່າ. ຂະນະທີ່ຄ່າປັບໄໝຂອງຜູ້ຂັບຂີ່ລົດມີ 20 ລ້ານດົງ ເຊິ່ງປັບຂຶ້ນຈາກ 6 ລ້ານດົງ. ສ່ວນຄ່າປັບໄໝສໍາລັບການໃຊ້ໂທລະສັບມືຖືເວລາຂັບຂີ່ຖືກປັບຂຶ້ນ 2 ເທົ່າ.
ສະຖິຕິຢ່າງເປັນທາງການລະບຸວ່າ: ໃນປີ 2024 ອຸປະຕິເຫດທາງຖະໜົນຢູ່ຫວຽດນາມ ມີຜູ້ເສຍຊີວິດ 30 ຄົນຕໍ່ວັນ, ສ່ວນການຈະລາຈອນໃນປະເທດໂດຍສະເພາະຢູ່ເມືອງໃຫຍ່ຂ້ອນຂ້າງຊັກຊ້າ ເນື່ອງຈາກຜູ້ຂັບຂີ່ເຄື່ອນຍານພາຫະນະຂອງຕົນເອງ ໂດຍບໍ່ສົນໃຈສັນຍານໄຟ, ປ້າຍ ແລະ ກົດຈະລາຈອນ.