ປະທານສະພາແຫ່ງຊາດ ພົບປະກັບ ນາຍົກລັດຖະມົນຕີ ສສ ຫວຽດນາມ

ໃນຕອນບ່າຍຂອງວັນທີ 10 ມັງກອນ 2025 ນີ້, ທີ່ສະພາແຫ່ງຊາດ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມ ກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານລາວ-ຫວຽດນາມ ໃນລະຫວ່າງວັນທີ 9-10 ມັງກອນ 2025 ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະກັບ ທ່ານ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຂອງຫວຽດນາມ, ສະແດງຄວາມຊົມເຊີຍຕໍ່ ທີມຊາດຫວຽດນາມ ທີ່ໄດ້ຄອງຊະນະເລີດກິລາ AFF CUP ສະໄໝທີ 3, ຕີລາຄາສູງ ຕໍ່ຜົນສຳເລັດ ຂອງການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ແລະ ຜົນສໍາເລັດກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານລາວ-ຫວຽດນາມ ຢູ່ ສປປ ລາວ, ເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ກໍຄືສາຍພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິ ບັນຍັດ ຂອງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ເປັນຮູບປະທຳຍິ່ງໆຂຶ້ນ. ທ່ານປະທານສະພາແຫ່ງຊາດລາວ ໄດ້ອວຍພອນໄຊອັນປະເສີດ ໃນໂອກາດວັນປີໃໝ່ສາກົນ 2025 ທີ່ຫາກໍຜ່ານມາ ແລະ ບຸນປີໃໝ່ເຕັດຫວຽດນາມ ທີ່ຈະມາເຖິງນີ້ ໃຫ້ ທ່ານນາຍົກລັດຖະມົນຕີຫວຽດນາມ ແລະ ຝາກຄວາມຢ້ຽມຢາມຖາມຂ່າວໄປຍັງ ບັນດາທ່ານການນຳຂັ້ນສູງຂອງພັກ-ລັດຫວຽດນາມ ເປັນຕົ້ນ ທ່ານເລຂາທິການໃຫຍ່ ໂຕ ເລິມ, ທ່ານປະທານປະເທດ ເລືອງ ເກື່ອງ ແລະ ທ່ານປະທານສະພາແຫ່ງຊາດ ເຈີ່ນ ແທງ ເໝີ້ນ. ໂອກາດນີ້, ທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ, ໃຫຍ່ຫຼວງທັນການ ແລະ ມີປະສິດທິຜົນ ແກ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນໄລຍະຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດ ເປັນຕົ້ນ ການສະໜັບສະໜູນຊ່ວຍເຫຼືອ ໃນການສົ່ງຊ່ຽວຊານ ແລະ ອຸປະກອນເຄື່ອງໃຊ້ຫ້ອງການ ແກ່ ສປປ ລາວ ໃນການເປັນເຈົ້າພາບ, ປະທານອາຊຽນ ແລະ ໄອປາ ໃນປີ 2024, ແກ້ໄຂສຳເລັດບັນຫາການຊໍາລະຄ່າໄມ້ ຫໍສະພາແຫ່ງຊາດລາວຫຼັງໃໝ່ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ການຄຸ້ມຄອງບໍລິຫານ ຫໍສະພາແຫ່ງຊາດ ຫຼັງໃໝ່ ຂອງ ສປປ ລາວ ໂດຍຜ່ານໂຄງການຊ່ວຍເຫຼືອຂອງລັດຖະບານຫວຽດນາມ.
ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ການພົວພັນຮ່ວມມືຂອງສອງປະເທດ ກໍຄືຂອງສອງອົງການນິຕິບັນຍັດ ໂດຍໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະເທດ ສືບຕໍ່ໄດ້ຮັບການເສີມຂະ ຫຍາຍຢ່າງບໍ່ຢຸດຢັ້ງທັງທາງກວ້າງ ແລະ ທາງເລິກ ໃນທຸກຂົງເຂດຂະແໜງການ ໂດຍສະເພາະການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ກໍໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ນັບແຕ່ຂັ້ນສູນກາງຈົນຮອດທ້ອງຖິ່ນ, ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນຕ່າງໆ, ຮ່ວມກັນສ້າງປຶ້ມ 50 ປີ ແຫ່ງສາຍພົວພັນລະຫວ່າງສອງສະພາແຫ່ງຊາດລາວ-ຫວຽດນາມ, ຮ່ວມກັນຕິດຕາມກວດກາການຮ່ວມມືຂອງສອງປະເທດໃນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໂດຍສະເພາະແມ່ນບັນດາໂຄງການສ້າງພື້ນຖານໂຄງລ່າງ, ການເຊື່ອມໂຍງ ເຊື່ອມຈອດ ແນໃສ່ປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ.
ໃນໂອກາດພົບປະ, ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ຫວຽດນາມ-ລາວ ທີ່ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການເປັນປະທານກອງປະຊຸມໄອປາ ຄັ້ງທີ 45 ໃນທ້າຍປີ 2024 ທີ່ຜ່ານມາ.