ທ່ານ ມາດູໂຣ ຮັບຕໍາແໜ່ງຜູ້ນໍາເວເນຊູເອລາສະໄໝທີ 3

ປະທານາທິບໍດີ ນິໂຄລັສ ມາດູໂຣ ຮັບຕໍາແໜ່ງຜູ້ນໍາເວເນຊູເອລາ ເປັນສະໄໝທີ 3 ຕິດຕໍ່ກັນ ຢ່າງເປັນທາງການ. ຂະນະທີ່ລັດຖະບານອາເມລິກາປະກາດລາງວັນນໍາຈັບ 25 ລ້ານໂດລາ ຂໍ້ຫາກ່ຽວຂ້ອງກັບເລື່ອງຢາເສບຕິດ.
ປະທານາທິບໍດີ ນິໂຄລັສ ມາດູໂຣ ສາບານຕົນຢູ່ທໍານຽບ ໃນນະຄອນຫລວງກາຣາກັສ ໃນວັນທີ 10 ມັງກອນຜ່ານມາ ເພື່ອຮັບຕໍາແໜ່ງຜູ້ນໍາເວເນຊູເອລາສະໄໝທີ 3 ຕິດຕໍ່ກັນຢ່າງເປັນທາງການ ຫລັງເປັນຜູ້ຊະນະໃນການເລືອກຕັ້ງ ວັນທີ 28 ກໍລະກົດ 2024 ດ້ວຍຄະແນນສຽງສະໜັບສະໜູນ 52% ສູງກວ່າທ່ານ ເອັດມຸນໂດ ກອນເຊເລ ອູຣູເຕຍ ອະດີດນັກການທູດ ເຊິ່ງໄດ້ຮັບການສະໜັບສະໜູນຈາກຝ່າຍຄ້ານຂອງເວເນຊຸເອລາ ໄດ້ຮັບຄະແນນສຽງສະໜັບສະໜູນ 43%.
ເຖິງຢ່າງໃດກໍຕາມ, ການເລືອກຕັ້ງທີ່ເກີດຂຶ້ນສ້າງສຽງວິຈານ ແລະ ມີການວິຈານຢ່າງໜັກຈາກບັນດາປະເທດ ໂດຍສະເພາະເບື້ອງຕາເວັນຕົກ ລວມທັງອາເມລິກາ ເຊິ່ງເບິ່ງວ່າ: ທ່ານ ກອນຊາເລ ຄືຜູ້ຊະນະ ແລະ ຮັບຮອງໃຫ້ຕົວແທນຂອງຝ່າຍຄ້ານເປັນປະທານາທິບໍດີ.
ສ່ວນປະເທດໃນພາກພື້ນອາເມລິກາກາງ ແລະ ໃຕ້ ຕ່າງສະຫງວນທ່າທີຕໍ່ການຮັບຕໍາແໜ່ງເປັນສະໄໝທີ 3 ຂອງທ່ານ ມາດູໂຣ ໂດຍມີພຽງປະທານາທິບໍດີ ມິເກລ ດິແອຊ-ກາເນລ ຜູ້ນໍາກູບາ ແລະ ປະທານາທິບໍດີ ດາເນຍ ອໍເຕກາ ຜູ້ນໍາກິກາຣາກົວ ເທົ່ານັ້ນ ທີ່ເດີນທາງມາເຂົ້າຮ່ວມ.
ທັງນີ້, ທ່ານ ມາດູໂຣ ອາຍຸ 62 ປີ ເຊິ່ງຢູ່ໃນຕໍາແໜ່ງມາແຕ່ປີ 2013 ຈະຍັງເປັນຜູ້ນໍາເວເນຊູເອລາອີກຢ່າງໜ້ອຍ 6 ປີ ທ່າມກາງວິກິດເສດຖະກິດທີ່ລວມຍອດຜະລິດຕະພັນພາຍໃນ (GDP) ຂອງເວເນຊູເອລາ ຫລຸດລົງຫລາຍກວ່າ 80% ແລະ ປະຊາກອນເວເນຊູເອລາປະມານ 7 ລ້ານຄົນ ຈາກປະມານ 30 ລ້ານຄົນ ລີ້ໄພອອກໄປດໍາລົງຊີວິດຢູ່ຕ່າງປະເທດ.
ຂະນະທີ່ກະຊວງການຕ່າງປະເທດອາເມລິກາອອກຖະແຫລງການ ຕັ້ງລາງວັນນໍາຈັບທ່ານ ມາດູໂຣ 25 ລ້ານໂດລາສະຫະລັດ, ທ່ານ ວະລາດິເມຍ ປາດຣິໂນ ໂລເປຊ 15 ລ້ານໂດລາ ແລະ ທ່ານ ດິອອສດາໂດ ກາເບໂຢ 10 ລ້ານໂດລາ ຈາກຂໍ້ກ່າວຫາພົວພັນການຄ້າຢາເສບຕິດ ທີ່ຢ້ອນຫລັງໄປຮອດປີ 2020.