ທ່ານ ສອນໄຊ ສີພັນດອນ ສົ່ງໂທລະເລກຊົມເຊີຍນາຍົກລັດຖະມົນຕີຄົນໃໝ່ຂອງ ສປປ ເກົາຫລີ

ວັນທີ 8 ມັງກອນ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ທ່ານ ປາກ ແທ ຊອງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ.
ເນື້ອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງອົບອຸ່ນມາຍັງ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ໃນກອງປະຊຸມເປີດກວ້າງຄົບຄະນະ ບໍລິຫານງານສູນກາງພັກເເຮງງານເກົາຫລີ ຄັ້ງທີ 11, ສະໄໝທີ 8 ໃນຄັ້ງວັນທີ 23-27 ທັນວາ 2024 ທີ່ຜ່ານມາ.
ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ດ້ວຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນ ເຊື້ອ ລະຫວ່າງ ສອງປະເທດພວກເຮົາທີ່ມີມາແລ້ວນັ້ນ ແລະ ດ້ວຍປະສົບການທີ່ຫລາກຫລາຍອັນອຸ ດົມຮັ່ງມີຂອງສະຫາຍ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດພວກເຮົາ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.
ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ຈະໄດ້ຮ່ວມເຮັດວຽກກັບສະ ຫາຍຢ່າງໃກ້ຊິດ ເພື່ອຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດພວກເຮົາ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສປປ ລາວ-ສປປ ເກົາຫລີ, ພ້ອມທັງເປັນການປະກອບ ສ່ວນສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພ່ື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍພອນມາຍັງສະຫາຍ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ສືບຕໍ່ປະສົບຜົນສຳເລັດອັນໃໝ່ໃນໜ້າທີ່ອັນມີກຽດຂອງສະຫາຍ.