ຍີ່ປຸ່ນ ຊ່ວຍເຫລືອລ້າ ສ້າງໂຮງຮຽນປະຖົມສົມບູນບ້ານນາຊູ ເມືອງກາສີ ແຂວງວຽງຈັນ ມູນຄ່າ 57,079 ກວ່າໂດລາ
January 14, 2025 - 9:32 AM

ວັນທີ 13 ມັງກອນ 2025 ທ່ານ ໂຄອິສຶມິ ສຶໂຕມຶ ເອກອັກຄະຣັດຊະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຮັດວຽກຢູ່ແຂວງວຽງຈັນ ແລະ ເຊັນສັນຍາໂຄງການຊ່ວຍເຫລືອລ້າ ກໍ່ສ້າງອາຄານຮຽນຂອງໂຮງຮຽນປະຖົມສົມບູນບ້ານນາຊູ ເມືອງກາສີ ແຂວງວຽງຈັນ ມູນຄ່າ 57,079 ກວ່າໂດລາສະຫະລັດ.
ລົງນາມຝ່າຍລາວໂດຍທ່ານ ລາຢູ ແສນໃຈວຸດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງກາສີ, ໃຫ້ກຽດລົງນາມຝ່າຍຍີ່ປຸ່ນໂດຍທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣັດຊະທູດວິສາມັນ ຍີ່ປຸ່ນ ປະຈຳ ສປປລາວ ໂດຍການເຂົ້າຮ່ວມ ຂອງທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງວຽງຈັນ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ.
ທີ່ມາ: ແຂວງວຽງຈັນ