ອົບຮົມການອ່ານກາບກອນ ແລະ ຂັບລຳສັງສິນໄຊ

ລະຫວ່າງວັນທີ 24-27 ພະຈິກນີ້, ສະມາຄົມສົ່ງເສີ່ມການອະນຸລັກສິລະປະວັນນະຄະດີ, ໄດ້ຈັດອົບຮົມຄູຝຶກອ່ານກາບກອນສັງສິນໄຊ, ຂຶ້ນທີ່ຫໍສະໝຸດແຫ່ງຊາດ, ຊຶ່ງເປັນໂຄງການສົ່ງເສີມການອ່ານກາບກ່ອນ ແລະ ຂັບລຳສັງສິນໄຊ ຄັ້ງທີ II ໃນສົກປີ 2017-2018, ໂດຍການເຂົ້າຮ່ວມຂອງ ປະທານສະມາຄົມ ສົ່ງເສີ່ມການອະນຸລັກສິລະປະວັນນະຄະດີ ແລະ ຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ອໍານວຍການຫໍສະໝຸດແຫ່ງຊາດ, ພ້ອມດ້ວຍ ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມເປັນຈໍານວນຫຼາຍ.
ໂຄງການສົ່ງເສີມການອ່ານກາບກ່ອນ ແລະ ຂັບລຳສັງສິນໄຊ ໄດ້ມີມາແຕ່ປີ 2015, ໂດຍໃຫ້ການສະໜັບສະໜູນຂອງຫ້ອງການເພື່ອການພັດທະນາ ແລະ ຮ່ວມມືແຫ່ງປະເທດສະວິດເຊີແລນ ປະຈຳລາວ, ພາຍໃຕ້ກອງທຶນພັດທະນາລາວ LCCF ແລະ ໂດຍຮັບຄໍາຊີ້ນໍາຈາກກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງສຶກສາທິການ ແລະ ກິລາ. ສໍາລັບການຝຶກອົບຮົມໃນຄັ້ງນີ້ມີຄູ ອາສາສະໝັກຈາກສູນ ແລະ ໂຮງຮຽນຕ່າງແຂວງທັງໝົດມີ 12 ຄົນ ທີ່ໄດ້ຮັບ ຄັດເລືອກເອົາມາຈາກໂຮງຮຽນເອກະຊົນຕ່າງໆ 5 ແຫ່ງ ເພື່ອແນໃສໃຫ້ຄູອາສາສະໝັກກັບເມື່ອສອນນັກຮຽນຂອງຕົນໃຫ້ມີຄວາມຮູ້ຄວາມເຂົ້າໃຈ ແລະ ຄວາມຮັກຫອມເພິງແພງຕໍ່ວັນນະຄະດີເກົ່າແກ່ ແລະ ຊົງຄຸນຄ່າຂອງຊາດລາວເຮົາຕະຫຼອດໄປ.