ສນຊ ສະຫຼຸບຖອດຖອນບົດຮຽນ ໂຄສະນາປຸກລະດົມການປະຕິບັດພັນທະ ເສຍພາສີ-ອາກອນ ໃຫ້ລັດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການປຸກລະດົມ ການປະຕິບັດໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ (ສນຊ) ແລະ ກະຊວງການເງິນໃນວຽກງານໂຄສະນາປຸກລະດົມຊຸກຍູ້ການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ ນີ້ ພາຍໃຕ້ການເປັນທານຮ່ວມຂອງທ່ານ ຄຳໄຫຼ ສີປະເສີດ ຮອງປະທານ ສນຊ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາທ່ານປະທານແນວລາວສ້າງຊາດແຂວງ, ນະຄອນຫຼວງວຽງຈັນ, ທ່ານຫົວໜ້າ-ຮອງຫົວໜ້າພະແນກການເງິນແຂວງເຂົ້າຮ່ວມ.
ທ່ານ ຄຳໄຫຼ ສີປະເສີດ ກ່າວວ່າ: ການດຳເນີນກອງປະຊຸມຄັ້ງນີ້ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງໝາກຜົນສໍາເລັດໃນການຈັດຕັ້ງປະຕິບັດໂຄງການຮ່ວມມື ລະຫວ່າງຄະນະພັກ ສນຊ ແລະ ຄະນະພັກກະຊວງການເງິນທີ່ໄດ້ຕົກລົງຮ່ວມກັນໃນໄລຍະຜ່ານມາເທົ່ານັ້ນ ແຕ່ຍັງເປັນການປະກອບສ່ວນສໍາຄັນ ເຂົ້າໃນການປະຕິບັດວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດ ທັງເປັນການສ້າງເງື່ອນໄຂໃຫ້ແກ່ແນວລາວສ້າງຊາດແຕ່ລະຂັ້ນ ໄດ້ເຄື່ອນໄຫວລົງເຖິງຮາກຖານປະຊາຊົນອີກດ້ວຍ.
ຜ່ານການເຄື່ອນໄຫວວຽກງານດັ່ງກ່າວໃນຂອບເຂດທົ່ວປະເທດ, ກະຊວງການເງິນໄດ້ອຳນວຍຄວາມສະດວກ ແລະ ສະໜອງງົບປະມານຮັບໃຊ້ໃຫ້ຢ່າງເໝາະສົມ ຂັ້ນທ້ອງຖິ່ນໄດ້ໃຫ້ຄວາມເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ນອກຈາກນັ້ນຍັງໄດ້ລົງຊຸກຍູ້ຕົວຈິງຢູ່ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ, ຍ້ອນການເຄື່ອນໄຫວວິຊາສະເພາະທີ່ເຂັ້ມແຂງຂອງຂະແໜງການເງິນ ແລະ ມີການປະສານສົມທົບໂຄສະນາປຸກລະດົມ ຂອງອົງການແນວລາວສ້າງຊາດແຕ່ລະຂັ້ນ ຈຶ່ງເຮັດໃຫ້ປີ 2024 ທຸກແຂວງສາມາດເກັບລາຍຮັບໄດ້ເກີນແຜນໃນທົ່ວປະເທດ.
ທ່ານ ຄຳໄຫຼ ສີປະເສີດ ໄດ້ກ່າວຕື່ມວ່າ: ສໍາລັບກອງປະຊຸມຄັ້ງນີ້ ເປັນກອງປະຊຸມສະຫຼຸບຖອດຖອນບົດຮຽນດ້ານພຶດຕິກໍາ ໃນການໂຄສະນາປຸກລະດົມຊຸກຍູ້ການປະຕິບັດ ພັນທະເສຍພາສີ-ອາກອນໃຫ້ລັດ ໂດຍສະເພາະບົດຮຽນໃນການເຄື່ອນໄຫວຂອງແນວລາວສ້າງຊາດຢູ່ແຕ່ລະແຂວງ ຖືເປັນກອງປະຊຸມທີ່ມີຄວາມສໍາຄັນຫຼາຍ ຊຶ່ງເນື້ອໃນການຖອດຖອນບົດຮຽນຈະກາຍເປັນແນວທາງ ວິທີປະຕິບັດທີ່ສໍາຄັນໜຶ່ງໃຫ້ແກ່ການປຸກລະດົມຊຸກຍູ້ວຽກງານຂະແໜງພາສີ-ອາກອນ ກໍຄືການຮ່ວມມືຂອງສອງຄະນະພັກພວກເຮົາໃນຕໍ່ໜ້າ.