ຢາກກິນຫລາຍໄດ້ກິນທໍ່ກ້ອຍ

ກ່ອນອື່ນ,ຜູ້ຂຽນຕ້ອງຂໍໂທດ ທີ່ໄດ້ນໍາເອົາຄໍາສຸພາສິດຂ້າງເທິງມາເວົ້າໃນຄໍລໍານີ້. ໃນຄໍາສຸພາສິດ ດັ່ງກ່າວ,ຖ້າຈະເວົ້າໃຫ້ຫຼ້ອນແລະເວົ້າໃຫ້ໝົດສ້ຽງໃນປະໂຫຍກກໍ ແມ່ນ “ຢາກກິນຫຼາຍໄດ້ກິນທໍ່ ກ້ອຍຢາກກິນໜ້ອຍ ໄດ້ສໍ່າຫົວ ໂປ້ມື” ສາເຫດທີ່ຜູ້ຂຽນນໍາເອົາ ປະໂຫຍກນີ້ມາເວົ້າກໍເພື່ອເປັນອຸ ທາຫອນຍ້ອນວ່າມັນເຄີຍມີມາ ແລະເຄີຍເຫັນຜ່ານມາແລ້ວ.ສໍາ ລັບເລື່ອງຂອງເລື່ອງມັນກໍມີຢູ່ ວ່າ: ໃນປີ 2018 ແມ່ນ ເປັນປີ ທ່ອງທ່ຽວລາວຫຼືຖ້າຈະເວົ້າອີກ ຢ່າງໜຶ່ງກໍແມ່ນໃນປີ 2018 ທີ່ ຈະມາເຖິງນີ້ລາວເຮົາເປີດເປັນ ປີທ່ອງທ່ຽວແລະໃນໂອກາດນີ້ ຈະມີການໂຄສະນາໃຫ້ນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະ ເທດເຂົ້າມາທ່ອງທ່ຽວຢູ່ປະເທດ ລາວໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ສໍາລັບພິທີເປີດປີທ່ອງທ່ຽວແຫ່ງ ຊາດຢ່າງເປັນທາງການນັ້ນ,ເພິ່ນໄດ້ເລີ້ມມາແຕ່ຕອນບຸນທາດ ຫຼວງ ທີ່ຜ່ານມາພຸ້ນ,ໂດຍແມ່ນ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເປັນຜູ້ລັ່ນຄ້ອງ 9 ບາດ ໃນໂອກາດພິທີເປີດຄັ້ງນີ້.
+ ເອົາໃຈໃສ່ຕື່ມການສ້າງສິ່ງອຳນວຍດຶງດູດນັກທ່ອງທ່ຽວ
+ ລາວເອົາໃຈໃສ່ວຽກງານປົກປ້ອງທາງສັງຄົມຫລາຍຂຶ້ນ
ແນວໃດກໍຕາມ,ຖືວ່າປີ ທ່ອງທ່ຽວເປັນກິດຈະກໍາໜຶ່ງທີ່ ກາຍເປັນວາລະແລະເປັນຍຸດທະສາດຂອງຊາດສໍາລັບປີ 2018. ຕາມການຄາດກະຂອງລັດຖະ ບານກໍຈະໃຫ້ຄົນມາທ່ອງທ່ຽວ ຢູ່ລາວປີນີ້ຫຼາຍກ່ວາປີທີ່ຜ່ານໆມາ. ເມື່ອກ່າວເຖິງຄໍາວ່າປີທ່ອງທ່ຽວລາວແລ້ວ,ຟັງແຕ່ຊື່ກໍເຫັນວ່າມັນຄ່ອງ,ມັນງາມ,ຍ້ອນວ່າມັນຈະ ກາຍເປັນປີໃຫ້ພວກເຮົາໄດ້ສໍາ ພັດທຸກຢ່າງຈາກສິ່ງ ທີ່ເຫັນໃນຕາແລ້ວກໍນໍາເອົາມາລັກຄະນາໃນ ໃຈໃນສິ່ງທີ່ໄດ້ປະສົບພົບພໍ້ນັບ ທັງຂອງເກົ່າ, ຂອງໃໝ່, ທັງອັນ ຫອມ, ອັນເໝັນຫຼືນັບທັງອັນດີ ແລະ ອັນຮ້າຍ. ສິ່ງທີ່ກ່າວມານີ້, ອັນທີ່ຜູ້ຂຽນ ຍັງໜັກໃຈກໍແມ່ນ ສິ່ງທີ່ຈະປິ່ນອ້ອມເພື່ອເຮັດໃຫ້ ປີທ່ອງທ່ຽວກາຍເປັນປີທີ່ມີສີ ສັນ ຫຼາກຫຼາຍຂອງທຸກຄົນພາຍໃນ ຊາດ;ຊຶ່ງໜຶ່ງໃນບັນຫາທີ່ວ່າມານີ້ກໍແມ່ນການຈໍາໜ່າຍສິນຄ້າ, ລາຄາສິນຄ້າ ແລະ ການເກັບ ຄ່າບໍລິການໃນສະຖານທີ່ທ່ອງ ທ່ຽວ.ໃນສອງຢ່າງນີ້, ຕາມເຄີຍມີ ແລະ ເຄີຍເຫັນຜ່ານມາແມ່ນ ພວກເຮົາພາກັນສວຍໂອກາດ ຂຶ້ນລາຄາສິນຄ້າ ແລະ ເກັບຄ່າ ບໍລິການຕ່າງໆກໍອ່າວແພງຍ້ອນ ເພິ່ນຖືວ່າແມ່ນຍາມບຸນວ່າຊັ້ນ ! ໂດຍສະເພາະແມ່ນພີ່ນ້ອງ, ພໍ່ ແມ່ ປະຊາຊົນທີ່ຢູ່ແຖວຊົນນະບົດ. ຕົວຢ່າງໄກ່ຕົ້ມສຸກຫອມໆນົວໆ ຕົວໜຶ່ງ 4-5 ສິບ ພັນເພິ່ນຂຶ້ນຕົວ ລະ 100,000 ກີບ.ຕົ້ມເປັດໃສ່ ຍອດໝາກຂຽບຮ້ອນໆແຊບໆ ໂຕໜຶ່ງອາດ 7-8 ສິບພັນເພິ່ນ ກໍຍົກຂຶ້ນເປັນຕົວລະ 120,000 ຫຼື 150,000 ກີບ. ຜັກກະເດົາ ມັດໜຶ່ງ 2 ພັນກີບຊື້ 3 ມັດ 5 ພັນ ເພິ່ນກໍວ່າ 3 ມັດ 10 ພັນ ແລະ ສິນ ຄ້າຊະນິດອື່ນໆກໍລັກສະນະຄ້າຍຄືກັນ;ອ້າງວ່າຄ່າເຊົ່າເນື້ອທີ່ ແລະ ເກັບ ປີ້ຕະຫຼາດມັນແພງ.ຜູ້ລົງທຶນ ກໍເຫັນແຕ່ໄດ້ໃນມື້ໜຶ່ງຍາມດຽວບໍ່ຄິດໃສ່ໃຈຜູ້ທີ່ມາທ່ອງທ່ຽວ.ຕໍ່ ບັນຫາມະຍິກມະຍ່ອຍທີ່ໄດ້ຍົກ ມານີ້ຜູ້ຂຽນໄປເຫັນມາແລ້ວຢູ່ ຖໍ້ານາງແອ່ນ ແຂວງ ຄໍາມ່ວນ, ເພິ່ນເກັບ ຄ່າຜ່ານປະຕູຜູ້ໜຶ່ງ 20 ພັນກີບຕໍ່ຄົນ. ມື້ນັ້ນ, ຜູ້ຂຽນມີ ຍາດຕິພີ່ນ້ອງທັງລູກທັງຫຼານໄດ້ ເສຍຜ່ານປະຕູເກືອບ ເຄິ່ງລ້ານ ກີບ.ຜູ້ຂຽນໄດ້ ຊັກຖາມຜູ້ຂາຍປີ້ ເປັນຫຍັງພວກລູກຄືເກັບຄ່າຜ່ານ ປະຕູແພງແທ້? ພວກເຂົາກໍຕອບ ວ່າຍ້ອນເກັບຜ່ານປະຕູດຽວເພາະ ຜ່ານມາມີ ການເກັບຫຼາຍຕິດຫຼາຍ ຕໍ່; ຄ່າຜ່ານປະຕູແດ່,ຄ່າຝາກລົດ ແດ່, ຄ່າປີ້ເຂົ້າ ຖໍ້າແດ່ວ່າຊັ້ນ ! ອັນນີ້ ກໍເຫັນວ່າມີເຫດຜົນແຕ່ກໍ່ເຫັນວ່າ ມັນໜັກຫຼາຍເຕີບ.

ຕາມຜູ້ຂຽນຄິດ, ການເກັບຄ່າບໍລິການໜ້ອຍຫຼືຫຼາຍນັ້ນ,ມັນກໍຂຶ້ນກັບໜ້າວຽກ ແລະ ຄວາມຮັບພິຊອບ.ຕົວຢ່າງຄ່າຝາກລົດນັບ ແຕ່ລົດຖີບ, ລົດຈັກ, ລົດອີ່ແຕນ, ສາມລໍ້ ແລະ ລົດ ໃຫຍ່ແມ່ນຕ້ອງເກັບຕ່າງຫາກເພາະມັນພົວພັນ ເຖິງຄວາມຮັບຜິດຊອບຂອງຜູ້ ຮັບຝາກຕໍ່ກໍລະນີເກີດການເສຍ ຫາຍ.ນອກນັ້ນ,ກໍຄວນມີຜູ້ຮັບຜິດຊອບ ຈັດສັນຄວາມເປັນລະບຽບ ແລະ ມີສະຖານທີ່ຮອງຮັບບ່ອນ ຈອດລົດຕ່າງຫາກຄັກແນ່. ສ່ວນຄ່າບໍລິການຕ່າງໆນັ້ນກໍເຫັນສົມ ຄວນຕ້ອງໄດ້ເກັບເຊັ່ນ:ປີ້ເຂົ້າຊົມຖໍ້າ, ຄ່າເຊົ່າຫ້າງຮ້ານ, ຄ່າເຊົ່າເນື້ອ ທີ່ຫຼືເກັບເປັນ ປີ້ຕະຫຼາດນໍາຜູ້ປະ ກອບການທີ່ສະໝັກເຂົ້າໄປຈໍາ ໜ່າຍສິນຄ້າຢູ່ທາງໃນ. ສ່ວນວ່າ ຄ່າບໍລິການຜ່ານປະຕູເຂົ້າ-ອອກສະຖານທີ່ຖໍ້ານັ້ນອາດຈະເກັບຫຼື ບໍ່ເກັບ.ແຕ່ວ່າຖ້າເກັບກໍຄວນໃຫ້ ເໝາະສົມເພາະວ່າຈຸດປະຕູເຂົ້າ ອອກນີ້ລະເປັນສິ່ງດຶງດູດໃຫ້ຄົນ ໄປທ່ອງທ່ຽວຢ່າງຫຼວງຫຼາຍ ແລະ ບໍ່ຄວນຈໍາແນກຄົນໃນ ແລະ ຕ່າງປະເທດເພາະມັນ ເປັນການເສຍຄວາມຮູ້ສຶກຂອງ ຜູ້ມາທ່ອງທ່ຽວລະຫວ່າງຄົນພາຍໃນ ແລະ ຕ່າງປະເທດ.ສິ່ງຕ່າງໆທີ່ຜູ້ຂຽນ ຍົກ ມານີ້,ແມ່ນເປັນຂໍ້ຄິດບາງຢ່າງ ເພາະຢ້ານພວກເຮົາຕົກຢູ່ໃນຄໍາສຸ ພາສິດທີ່ວ່າຢາກກິນຫຼາຍໄດ້ກິນ ທໍ່ກ້ອຍຢາກກິນໜ້ອຍພັດໄດ້ສໍ່າຫົວໂປ້ມືຊັ້ນດອກວ່າ.
ໂດຍ: ກ້ອງສ່ອງ ອິດສະຫລະ