4 ດ້ານໃຫຍ່ທີ່ ສປປ ລາວ ຈະໄດ້ຮັບຈາກການເຂົ້າ BRICS

ທ່ານ ເດືອນສະຫວັນ ພອນມີໄຊ ວ່າການຫົວໜ້າສູນຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ ສະຖາບັນວິທະຍາສາດເສດຖະກິດ-ສັງຄົມ ແຫ່ງຊາດໄດ້ໃຫ້ສຳພາດຕໍ່ວິທະຍຸໂທລະພາບສູນກາງຈີນ (CMG) ປະຈຳລາວ ເມື່ອບໍ່ດົນມານີ້ກ່ຽວກັບກຸ່ມປະເທດເສດຖະກິດຈະເລີນໃໝ່ ຫລື BRICS ວ່າ: ກຸ່ມ BRICS ໄດ້ຮັບການສ້າງຕັ້ງຂຶ້ນໂດຍປະເທດ ເບຼຊິນ, ຣັດເຊຍ, ອິນເດຍ ແລະ ຈີນ ໃນປີ 2009 ແລະ ມີອາຟຣິກາໃຕ້ເຂົ້າ ຮ່ວມໃນປີ 2010.
ປັດຈຸບັນມີສະມາຊິກທັງໝົດ 10 ປະເທດ. ສະເພາະ, ສປປ ລາວ ໄດ້ເອົາໃຈໃສ່ຕິດຕາມເລື່ອງການເຂົ້າຮ່ວມເປັນສະມາຊິກຂອງ BRICS ມາຕະຫຼອດແລະໃນກອງປະຊຸມໃຫຍ່ຄັ້ງທີ 16 ຂອງ BRICS ຜ່ານມາ, ທ່ານ ທອງລຸນ ສີສຸລິດປະທານປະເທດແຫ່ງສປປ ລາວ ກໍໄດ້ສະເໜີ ແລະ ສະແດງເຈດຈໍານົງຢ່າງຈະແຈ້ງເພື່ອຂໍເຂົ້າຮ່ວມເປັນສະມາຊິກ BRICS, ເຊິ່ງການເຂົ້າຮ່ວມດັ່ງກ່າວຈະນໍາເອົາກາລະໂອກາດອັນສໍາຄັນມາສູ່ສປປ ລາວ ລວມທັງບັນດາປະເທດອາຊີຕາເວັນອອກສຽງໃຕ້.
ເວົ້າສໍາລັບ ສປປ ລາວ ຖ້າໄດ້ເປັນສະມາຊິກຂອງ BRICS ກໍຈະມີທັງໂອກາດ ແລະ ສິ່ງທ້າທາຍໄປພ້ອມກັນ, ແຕ່ຜົນປະໂຫຍດທີ່ຈະໄດ້ຮັບຫຼາຍກວ່າ, ແຕ່ລວມແລ້ວຈະມີ 4 ດ້ານໃຫຍ່ ຄື:
1. ໃນການພັດທະນາຈະຊ່ວຍຍົກລະດັບການລົງທຶນຕ່າງປະເທດຢູ່ລາວໃຫ້ຫຼາຍຂຶ້ນ ຈາກໄລຍະຜ່ານມາເສດຖະກິດຂອງລາວ ເຕີບໂຕໃນໄລຍະທີ່ຊ້າ ແລະ ມີຄວາມບອບບາງຕໍ່ບັນຫາເສດຖະກິດຢູ່ໃນພາກພື້ນສູງ ເຊິ່ງການສະເໜີເຂົ້າຮ່ວມເປັນສະມາຊິກຂອງກຸ່ມ BRICS ຈະຊ່ວຍຍົກລະດັບເລື່ອງການລົງທຶນໂດຍກົງຈາກຕ່າງປະເທດໃຫ້ສູງຂຶ້ນ ເຮັດໃຫ້ການກໍ່ສ້າງພື້ນຖານໂຄງລ່າງທີ່ສໍາຄັນຂອງລາວ ໂດຍສະເພາະການເຊື່ອມຈອດທາງດ້ານເສັ້ນທາງການຄົມມະນາຄົມລວມທັງການສົ່ງສິນຄ້າໄປບັນດາປະເທດກຸ່ມ BRICS ຈະສະດວກ, ທັງຈະສ້າງລາຍຮັບມາສູ່ ສປປ ລາວ ນອກຈາກນັ້ນ ການລົງທຶນຕ່າງປະເທດກໍຈະຊ່ວຍໃຫ້ການສ້າງວຽກເຮັດງານທໍາໃນ ສປປ ລາວ ໄດ້ຫຼາຍຂຶ້ນ ຫຼຸດຜ່ອນບັນຫາການວ່າງງານຂອງຄົນລາວ ແລະ ການໄປເຮັດວຽກຂອງຄົນລາວຢູ່ຕ່າງປະເທດ ແລະ ຊ່ວຍປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ.
ໃນດ້ານເສດຖະກິດ 5 ປະເທດໃຫຍ່ ທີ່ກໍ່ຕັ້ງກຸ່ມ BRICS ທີ່ເປັນຕະຫຼາດໃຫຍ່ ມີກໍາລັງໃນການລົງທຶນສູງ ແລະ ເປັນຂະໜາດເສດຖະກິດໃຫຍ່ ເຊິ່ງຈະເຮັດໃຫ້ສິນຄ້າຂອງລາວສາມາດສົ່ງໄປບັນດາປະເທດເຫຼົ່ານີ້ມີຄວາມສະດວກຂຶ້ນ ໂດຍສະເພາະສິນຄ້າກະສິກໍາ ບັນດາສິນຄ້າທີ່ເປັນອຸດສາຫະກໍາພື້ນຖານ ແລະ ຊັບພະຍາກອນທໍາມະຊາດ ເຮັດໃຫ້ຕະຫຼາດມີຄວາມຫຼາກຫຼາຍເພີ່ມຂື້ນ ຫຼຸດຜ່ອນການເພີ່ງພາຕະຫຼາດດ້ານດຽວທີ່ພວກເຮົາຍັງປະສົບກັບບັນຫາຢູ່ປະຈຸບັນນີ້.
ນອກຈາກນັ້ນ, ຍັງເພີ່ມຄວາມຫຼາກຫຼາຍໃນດ້ານເສດຖະກິດ ສ້າງຄວາມເຂັ້ມແຂງໂດຍສະເພາະໃນການລົງທຶນທາງດ້ານເທັກໂນໂລຊີ ສົ່ງເສີມການທ່ອງທ່ຽວ ການຜະລິດສິນຄ້າເຄິ່ງອຸດສາຫະກໍາ, ເພາະ ສປປ ລາວ ເປັນປະເທດພື້ນຖານທາງດ້ານກະສິກໍາ, ນອກຈາກນັ້ນ ຍັງສົ່ງເສີມການຮ່ວມມືທາງດ້ານນະວັດຕະກໍາຂອງຜູ້ປະກອບການໃຫ້ສາມາດຂະຫຍາຍທຸລະກິດແລະແຂ່ງຂັນກັນໄດ້.
2. ບັນຫາການເຊື່ອມໂຍງທາງດ້ານການເມືອງ ການຮ່ວມມື ພວກເຮົາສັງເກດເຫັນໄດ້ວ່າ, ການເຂົ້າຮ່ວມ BRICS ໂດຍສະເພາະສປປ ລາວ ເຮົາ ແມ່ນຍຶດໝັ້ນການຮ່ວມມືດ້ານການຕ່າງປະເທດຢູ່ໃນໂລກ ແມ່ນຍຶດໝັ້ນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍຕາມຫຼັກການສັນຕິພາບຄວາມໝັ້ນຄົງ ແລະ ການພັດທະນາທີ່ສະເໝີພາບກັນ ເຊິ່ງອັນນີ້ຈະຊ່ວຍຍົກບົດບາດຂອງສປປ ລາວ ໃນເວທີສາກົນໃຫ້ສູງຂຶ້ນ ແລະ ເຮັດໃຫ້ສປປ ລາວ ໄດ້ຮັບຄວາມສົນໃຈໃນເວທີສາກົນ ເພີ່ມທາງເລືອກການຕໍ່ລອງເຈລະຈາກັບບັນດາປະເທດອື່ນໆໃນການພັດທະນາ ນອກຈາກນັ້ນ, ຍັງຊ່ວຍໃຫ້ລາວສາມາດເຂົ້າຮ່ວມໃນເວທີສົນທະນາ ເຂົ້າຮ່ວມໃນການສ້າງຍຸດທະສາດຕ່າງໆ ເຊິ່ງຈະຊ່ວຍຮັກສາສິດຜົນປະໂຫຍດ ແລະ ປົກປ້ອງສິດຜົນປະໂຫຍດຂອງປະເທດຕົນໄດ້
3. ການສົ່ງເສີມ ການຮັບເອົາເຕັກໂນໂລຊີທີ່ທັນສະໄໝ ການເຂົ້າຮ່ວມເປັນສະມາຊິກໃນກຸ່ມ BRICS ເຫັນວ່າ, ເປັນກົນໄກໜຶ່ງທີ່ສໍາຄັນໃນການຊ່ວຍໃຫ້ສປປ ລາວ ແລະ ບັນດາປະເທດອາຊີຕາເວັນອອກສຽງໃຕ້ ສາມາດຍົກລະດັບເຕັກໂນໂລຊີຕ່າງໆທີ່ມີຄວາມກ້າວໜ້າສູງຂຶ້ນ ໂດຍສະເພາະສປ ຈີນ, ອິນເດຍ, ຣັດເຊຍ ເປັນຕົ້ນ ໃນລະດັບພື້ນຖານການພັດທະນາອຸດສາຫະກໍາຕ່າງໆໃຫ້ມີຄວາມທັນສະໄໝຂຶ້ນຕື່ມ ພ້ອມດຽວກັນນັ້ນ, ກໍເປັນການເປີດໂອກາດໃນການຍົກລະດັບທັກສະຕ່າງໆ ຜ່ານການຈັດຕັ້ງບັນດາໂຄງການພາຍໃຕ້ການຮ່ວມມືຂອງ BRICS ນອກຈາກນັ້ນແລ້ວ, ລາວ ຍັງຖືເປັນການຮ່ວມມືສໍາຄັນ ໂດຍສະເພາະຢູ່ໃນການຮ່ວມມືທາງດ້ານນະວັດຕະກໍາເຫຼົ່ານີ້ ໂດຍສະເພາະໃນການຄົ້ນຄວ້າການພັດທະນາຈະຊ່ວຍຍົກບົດບາດໃນການພັດທະນາໃຫ້ມີຄວາມວ່ອງໄວຂຶ້ນຕື່ນເປັນຕົ້ນ ກະສິກໍາສະອາດ, ພະລັງງານສະອາດ, ການປິ່ນປົວສຸຂະພາບທີ່ມີຄວາມທັນສະໄໝເພີ່ມຂຶ້ນ.
4. ການພັດທະນາດ້ານສັງຄົມ ການເຂົ້າຮ່ວມກຸ່ມ BRICS, ພາຍໃຕ້ກອບຂອງກຸ່ມຈະເຫັນວ່າ, ໄດ້ຮັບການສະໜັບສະໜູນທາງດ້ານການເງິນໂດຍສະເພາະ ເປັນຕົ້ນ ບັນຫາທາງດ້ານທະນາຄານພັດທະນາໃໝ່ນີ້ ຈະຊ່ວຍເປັນແຫຼ່ງພັດພະນາອັນໜຶ່ງປະກອບສ່ວນເຂົ້າໃນການພັດທະນາສັງຄົມຂອງລາວໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຍົກລະດັບຄຸນນະພາບຂອງການສຶກສາ ການດູແລສຸຂະພາບຂອງຄົນລາວ ລວມທັງການບໍລິການທາງດ້ານສັງຄົມໃຫ້ດີຂຶ້ນກວ່າເກົ່າ ໂດຍເລັ່ງໃສ່ການປັບ ປຸງການສຶກສາ ການຮຽນຮູ້ ການສ້າງສັກກະຍະພາບຂອງພະນັກງານລາວ ໂດຍສະ ເພາະໄວອອກແຮງງານໃຫ້ມີປະສິດທິພາບສູງຂຶ້ນ. ນັ້ນແມ່ນຜົນປະໂຫຍດທີ່ ສປປ ລາວ ແລະ ບັນດາປະເທດອາຊີຕາເວັນອອກສຽງໃຕ້ຈະໄດ້ຮັບຈາກການເຂົ້າຮ່ວມເປັນສະມາຊິກຂອງກຸ່ມ BRICS.
ທີ່ມາ: CMG FM93