ຍົກຍ້າຍ-ແຕ່ງຕັ້ງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ໃໝ່

ວັນທີ 14 ມັງກອນ 2025 ກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ຈັດພິທີປະກາດ ຍົກຍ້າຍ ແລະ ແຕ່ງຕັ້ງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 19/ປກສ ວ່າດ້ວຍການຍົກຍ້າຍນາຍຕໍາຫລວດ ແລະ ສະບັບເລກທີ 20/ປກສ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫລວດ ທີ່ຂຶ້ນກັບກົມໃຫຍ່ສັນຕິບານ
ໃນພິທີໄດ້ປະກາດຍົກຍ້າຍ ພັທ ເຄນໄມ ຄໍາມູນວົງ ຈາກກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ໄປຮັບໜ້າທີ່ໃໝ່ ເປັນຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ. ພ້ອມທັງໄດ້ ເຊັນມອບ-ຮັບໜ້າທີ່ລະຫວ່າງ ພັທ ວັນເພັງ ທອງມາວົງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ເກົ່າ ແລະ ພັທ ເຄນໄມ ຄໍາມູນວົງ ຫົວໜ້າດ່ານ ຕມ ສະໜາມບິນສາກົນວັດໄຕ ຜູ້ໃໝ່ ຢ່າງເປັນທາງກາກ, ໂດຍມີ ພົຈວ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ຜູ້ຊີ້ນໍາວຽກງານກວດຄົນເຂົ້າ-ອອກ ສປປ ລາວ, ພັອ ເພັດດາວົງ ແກ້ວກັນຍາ ຫົວໜ້າກົມຕໍາຫລວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທີ່ມາ: ຄວາມສະຫງົບ