ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ

ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ - 473662726 1077440271076945 41506577680394978 n - ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ
ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ - kitchen vibe - ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ

ແຫລ່ງຂ່າວຈາກ ແຂວງເຊກອງ ລາຍງານວ່າ: ໃນປີ 2024 ຜ່ານມາ, ແຂວງເຊກອງ ສາມາດລະດົມແຫລ່ງທຶນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ໄດ້ທັງໝົດ 1,548.3 ຕື້ກີບ ປະຕິບັດໄດ້ລື່ນແຜນ 26.59% ໃນນີ້, ການລົງທຶນຂອງລັດ 96.30 ຕື້ກີບ ປະຕິບັດໄດ້ລື່ນແຜນ 31.23%, ທຶນຊ່ວຍເຫລືອລ້າ-ກູ້ຢືມ 4 ລ້ານໂດລາສະຫະລັດ ຫລື ເທົ່າກັບ 88 ຕື້ກີບ ປະຕິບັດໄດ້ 59.55% ແລະ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 62 ລ້ານໂດລາສະຫະລັດ ຫລື ເທົ່າກັບ 1,364  ຕື້ກີບ ປະຕິບັດໄດ້ລື່ນແຜນ 35.99%.

ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ແຂວງເຊກອງ ຊຸດທີ II ໃນວັນທີ 14 ມັງກອນ 2025 ວ່າ: ສຳລັບການຈັດຕັ້ງປະຕິບັດ ບັນດາຄາດໝາຍຂະແໜງການເສດຖະກິດ ໂດຍສະເພາະການຜະລິດເຂົ້າເປືອກ ໄດ້ 46,414 ໂຕນ ທຽບໃສ່ແຜນເທົ່າກັບ 97.9%, ພືດສະບຽງອາຫານ 57,343 ໂຕນ ເທົ່າກັບ 152.62% ແລະ ການຜະລິດເປັນສິນຄ້າ 334,425 ໂຕນ ທຽບໃສ່ແຜນເທົ່າກັບ 123.68%; ການສົ່ງອອກຢາງພາລາກ້ອນ ປະຕິບັດໄດ້ 828,880 ໂຕນ, ກາເຟ 831.66 ໂຕນ ແລະ ມັນຕົ້ນແຫ້ງ 36,344 ໂຕນ. ນອກນັ້ນ, ຍັງໄດ້ສົ່ງອອກຜັກກະລຳປີ, ຜັກກາດ, ຖ່ານຫີນ, ມັນດ້າງ, ດອກສະເລເຕແຫ້ງ, ຜະລິດຕະພັນໄມ້ແປຮູບ, ແຮ່ບົກຊິດ ແລະ ຖ່ານຂາວຈໍານວນໜຶ່ງ.

ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ - Visit Laos Visit SALANA BOUTIQUE HOTEL - ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ
ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ - Visit Laos Visit SALANA BOUTIQUE HOTEL - ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ

ພ້ອມນີ້, ມີບ້ານໄດ້ຊົມໄຊ້ໄຟ້ຟ້າຖາວອນ (ໄຟຟ້າໃນລະບົບ) 164 ບ້ານ 20,393 ຫລັງຄາເຮືອນ ກວມເອົາ 90.85% ຂອງຈໍານວນຄາເຮືອນທັງໝົດທົ່ວແຂວງ; ການຈໍລະຈອນສິນຄ້າກະສິກຳ, ສິນຄ້າທົ່ວໄປ, ການຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ ປະຕິບັດໄດ້ 474.73 ຕື້ກີບ ທຽບໃສ່ແຜນລື່ນແຜນ 64%; ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງເຊກອງ 106,641 ເທື່ອຄົນ ທຽບໃສ່ປີ 2023 ເພີ່ມຂຶ້ນ 67,498 ເທື່ອຄົນ ສາມາດສ້າງລາຍຮັບໄດ້ 6.66 ລ້ານໂດລາສະຫະລັດ ປະຕິບັດລື່ນແຜນ 77.73%.

ທ່ານ ສາກົນ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ໃນປີ 2025 ແຂວງເຊກອງ ໄດ້ວາງຄາດໝາຍສູ້ຊົນ ເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 6.2% ຂຶ້ນໄປ, ລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ໃຫ້ບັນລຸ 3,376 ຕື້ກີບ ແລະ ມູນຄ່າ (ຈີດີພີ) ສະເລ່ຍໃສ່ປະຊາກອນປະມານ 24.25 ລ້ານກີບ ຫລື ເທົ່າກັບ 1,123 ໂດລາສະຫະລັດ. ສະນັ້ນ, ເຊກອງຍັງຕ້ອງການທຶນ ເຂົ້າໃນການພັດທະນາປະມານ 1,308 ຕື້ກີບ ກວມເອົາ 36% ຂອງ ຈີດີພີ ໃນນີ້, ການລົງທຶນຈາກງົບປະມານລັດ 91 ຕື້ກີບ ກວມເອົາ 7%, ທຶນຊ່ວຍເຫລືອລ້າ-ກູ້ຢືມ 170 ຕື້ກີບ ກວມເອົາ 13% ແລະ ການລົງທຶນ ຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 1,047 ຕື້ກີບ ກວມເອົາ 80% ຂອງຄວາມຕ້ອງການທຶນທັງໝົດ.

ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ - 3 - ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ
ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ - 4 - ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ
ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ - 5 - ເຊກອງ ລະດົມທຶນພັດທະນາໄດ້ 1,500 ຕື້ກວ່າກີບ