“ນໍ້າໜອງຖາດາກາຍເປັນສີແດງຂຸ່ນ” ປາກົດການທາງທຳມະຊາດ ທີ່ຍັງບໍ່ທັນມີການພິສູດ

“ນໍ້າໜອງຖາດາກາຍເປັນສີແດງຂຸ່ນ” ປາກົດການທາງທຳມະຊາດ ທີ່ຍັງບໍ່ທັນມີການພິສູດ - 473617895 1270328287530875 7315972899758358952 n - “ນໍ້າໜອງຖາດາກາຍເປັນສີແດງຂຸ່ນ” ປາກົດການທາງທຳມະຊາດ ທີ່ຍັງບໍ່ທັນມີການພິສູດ
“ນໍ້າໜອງຖາດາກາຍເປັນສີແດງຂຸ່ນ” ປາກົດການທາງທຳມະຊາດ ທີ່ຍັງບໍ່ທັນມີການພິສູດ - kitchen vibe - “ນໍ້າໜອງຖາດາກາຍເປັນສີແດງຂຸ່ນ” ປາກົດການທາງທຳມະຊາດ ທີ່ຍັງບໍ່ທັນມີການພິສູດ

ໜອງຖາດາ ຕັ້ງຢູ່ເຂດບ້ານນາເຕີ້ ເມືອງວິລະບູລີ ແຂວງສະຫວັນນະເຂດ ເປັນໜອງນໍ້າທຳມຊາດທີ່ມີຄວາມອຸດົມສົມບູນ ມີປ່າໄມ້ອ້ອມຮອບໜອງ ຕິດກັນກັບຄວາມເຊື່ອຊາວຜູ້ໄທ.

ຊາວບ້ານນາເຕີ້ ມີຄວາມເຊື່ອວ່າ ເປັນໜອງນໍ້າສັກສິດ ເພາະໂດຍປົກກະຕິແລ້ວນໍ້າໃນໜອງນີ້ຈະໃສຢູ່ຕະຫລອດເວລາ ແລະ ບໍ່ເຄີຍເຫືອດແຫ້ງ  ແຕ່ຈະກາຍເປັນນໍ້ຂຸ່ນສະເພາະໃນມື້ເດືອນ 3 ອອກໃໝ່ 3 ຄໍ່າຂອງທຸກໆປີ ກົງກັບມື້ທີ່ຊາວຜູ້ໄທເຮັດບຸນໄຂປະຕູເລົ້າ ຕິດພັນກັບຄວາມເຊື່ອທີ່ວ່າ ມື້ກົບບໍ່ມີປາກ ນາກບໍ່ມີຮູຂີ້ ເປັນມື້ທີ່ເໝາະແກ່ການເຮັດບຸນຂໍພອນ.

ຕາມຕຳນານການເລົ່າຂານຂອງຊາວຜູ້ໄທວ່າ ໜອງຖາດາແຫ່ງນີ້ມີນາງເງືອກອາໄສຢູ່ ຮອດມື້ວັນສີນນາງເງືອກຈະຂຶ້ນມາແປງກາຍເປັນມະນຸດທີ່ງົດງາມ ແລະ ຊາວຜູ້ໄທຍັງເລົ່າຕໍ່ກັນອີກວ່າຖ້າວ່າ ເຄື່ອງໃຊ້ສອຍ ອິ້ວ ຫລາ ເປ່ເພ ຊາວບ້ານຈະເອົາໄປປະໄວ້ຢູ່ແຄມໜອງນີ້ ແລ້ວນາງເງືອກຈະຂຶ້ນມາສ້ອມແປງໃຫ້ ແລະ ໃຊ້ໄດ້ປົກກະຕິ.

ຢ່າງໃດກໍຕາມ ວັນທີ 15 ມັງກອນ 2025 ປະຊາຊົນພົບວ່າ ປາກົດການນໍ້າໜອງຖາດາເປັນສີແດງ ຫລື ສີຂຸ່ນກ່ອນມື້ເດືອນ ອອກໃໝ່ 3 ຄໍ່າ ເຊິ່ງປາກົດການດັ່ງກ່າວນີ້ ຍັງບໍ່ມີການພິສູດຢ່າງຈະແຈ້ງວ່າເກີດຈາກຫຍັງ ຈະແມ່ນປາກົດການທາງທຳມະຊາດ ຫລື ສິ່ງລຶກລັບຫລືບໍ່?.

“ນໍ້າໜອງຖາດາກາຍເປັນສີແດງຂຸ່ນ” ປາກົດການທາງທຳມະຊາດ ທີ່ຍັງບໍ່ທັນມີການພິສູດ - 5 - “ນໍ້າໜອງຖາດາກາຍເປັນສີແດງຂຸ່ນ” ປາກົດການທາງທຳມະຊາດ ທີ່ຍັງບໍ່ທັນມີການພິສູດ
“ນໍ້າໜອງຖາດາກາຍເປັນສີແດງຂຸ່ນ” ປາກົດການທາງທຳມະຊາດ ທີ່ຍັງບໍ່ທັນມີການພິສູດ - 4 - “ນໍ້າໜອງຖາດາກາຍເປັນສີແດງຂຸ່ນ” ປາກົດການທາງທຳມະຊາດ ທີ່ຍັງບໍ່ທັນມີການພິສູດ
“ນໍ້າໜອງຖາດາກາຍເປັນສີແດງຂຸ່ນ” ປາກົດການທາງທຳມະຊາດ ທີ່ຍັງບໍ່ທັນມີການພິສູດ - 3 - “ນໍ້າໜອງຖາດາກາຍເປັນສີແດງຂຸ່ນ” ປາກົດການທາງທຳມະຊາດ ທີ່ຍັງບໍ່ທັນມີການພິສູດ