ກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 4 ສະໄໝທີ XI

ວັນທີ 15 ມັງກອນ 2025 ນີ້, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 4 ສະໄໝທີ XI ໂດຍການເປັນປະທານ ແລະ ກ່າວເປີດຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີບັນດາທ່ານຄະນະກຳມະການ ສນຊ ອ້ອມຂ້າງສູນກາງ, ບັນດາແຂວງທົ່ວປະເທດເຂົ້າຮ່ວມ.
ທ່ານ ສິນລະວົງ ຄຸດໄພທູນ ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນທົບທວນຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງແນວລາວສ້າງຊາດ ໂດຍສະເພາະແມ່ນມະຕິກອງປະຊຸມສາມັນຄົບຄະນະ ສນຊ ຄັ້ງທີ 3 ໃນໜຶ່ງປີຜ່ານມາ ຊຶ່ງພວກເຮົາຍາດໄດ້ຜົນງານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ຈະໄດ້ພ້ອມກັນຄົ້ນຄວ້າກໍານົດແຜນວຽກຈຸດສຸມໃນປີ 2025, ຮັບຟັງການລາຍງານ ແລະ ມີຄໍາເຫັນຕໍ່ການຈັດຕັ້ງປະຕິບັດແຜນພັດທະນາອົງການແນວລາວສ້າງຊາດປະຈຳປີ 2024 ແລະ ແຜນການປີ 2025 ດ້ວຍຄາດໝາຍ ແລະ ວິທີການແນວໃດຈຶ່ງຈະບັນລຸຜົນ, ກອງປະຊຸມຈະໄດ້ເອກະພາບກັນໃນທິດທາງສໍາຄັນກ່ຽວກັບການກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງແນວລາວສ້າງຊາດ, ຮັບຟັງການລາຍງານ ແລະ ມີຄໍາເຫັນກ່ຽວກັບຄວາມຄືບໜ້າໃນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຕິດພັນກັບຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງພັກ-ຂອງຊາດປີ 2025, ປະເມີນຜົນ ແລະ ວາງໜ້າທີ່ສໍາຄັນໃນການປະກອບສ່ວນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນຂົງເຂດແນວລາວສ້າງຊາດ ແລະ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI, ແຜນພັດທະນາປະຈຳປີ 2025 ຂອງລັດຖະບານ ໂດຍຕິດພັນກັບການຈັດຕັ້ງປະຕິບັດມະຕິ 12 ຂອງຄະນະປະຈໍາ ສນຊ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນຂົງເຂດແນວລາວສ້າງຊາດ, ຮັບຟັງການປະກອບຄໍາເຫັນຕາມການສະເໜີຂຶ້ນທະບຽນຈາກບັນດາປະທານແນວລາວສ້າງຊາດບາງແຂວງ, ກຳມະ ການ ສນຊ, ຫົວໜ້າຄະນະທີ່ປຶກສາຂອງ ສນຊ ຈໍານວນໜຶ່ງເພື່ອເປັນການແລກປ່ຽນບົດຮຽນ, ປະສົບການ ໂດຍສະເພາະແມ່ນຕົວແບບຂະບວນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ພິຈາລະນາຮັບຮອງເອົາການຄັດເລືອກ, ແຕ່ງຕັ້ງກຳມະການ ສນຊ ປ່ຽນແທນຈໍານວນໜຶ່ງ; ພ້ອມນີ້, ທ່ານປະທານ ສນຊ ໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນໃຫ້ສູງ, ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ປະກອບຄໍາຄິດຄໍາເຫັນຢ່າງສ້າງສັນ ແລະ ຮັບປະກັນ ເຮັດໃຫ້ກອງປະຊຸມຄັ້ງນີ້ສໍາເລັດຜົນຢ່າງຈົບງາມ.
