ໄລຍະ 2021-2024 ດ່ານສາກົນບ້ານວັງ ເມືອງໝື່ນ ຢຶດຢາເສບຕິດໄດ້ 1.7 ລ້ານເມັດ

ພັທ ແວວມະນີ ຊະນະວົງ ຮອງຫົວໜ້າດ່ານຕຳຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ສາກົນບ້ານວັງ ເມືອງໝື່ນ ແຂວວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 14 ມັງກອນ 2025 ວ່າ: ນອກຈາກເຈົ້າໜ້າທີ່ປະຈຳດ່ານໄດ້ປະຕິບັດໜ້າທີ່ໃນການກວດຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດແລ້ວ, ຍັງໄດ້ເອົາໃຈໃສ່ຈັດຕັ້ງປະຕີບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດວ່າໂດຍ ໂດຍໄດ້ນຳເອົາມະຕິ, ຄໍາສັ່ງຂອງຂັ້ນເທິງ ມາຈັດຕັ້ງຜັນຂະຫຍາຍເປັນແຜນການອັນລະອຽດສະເພາະຂອງດ່ານ ໄດ້ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢູ່ພາຍໃນດ່ານ, ເອົາໃຈໃສ່ ໃນການກວດກາ, ຕິດຕາມເຄື່ອງຂອງ, ພາຫະນະເຂົ້າ- ອອກ ແລະ ຜູ້ໂດຍສານທີ່ເດີນທາງເຂົ້າ-ອອກ ເພື່ອສະກັດກັ້ນການເຄື່ອນຍ້າຍສິ່ງທີ່ຜິດກົດໝາຍ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ແຕ່ປີ 2021 ເຫັນວ່າມີຜົນສຳເລັດເປັນກ້າວໆມາ ເປັນຕົ້ນໃນປີ 2024 ສາມາດມ້າງເປົ້າໝາຍຂົນສົ່ງຢາເສບຕິດໄດ້ ຈຳນວນ 3 ຄັ້ງ, ຢຶດຢາເສຍຕິດ ປະເພດຢາບ້າ ໄດ້ 1,796,165 ເມັດ, ຄໍລາເຈນ 185 ຊອງ, ປືນ 1 ກະບອກ ແລະ ລູກປືນ ຈຳນວນໜຶ່ງ.
ພັທ ແວວມະນີ ຊະນະວົງ ກ່າວຕື່ມວ່າ: ໃນຕໍ່ໜ້າຈະສຸ່ມໃສ່ຈັດຕັ້ງປະຕິບັດວ່າລະແຫ່ງຊາດ ວ່າ ດ້ວຍການແກ້ໄຂ ບັນຫາຢາເສບຕິດ ດ້ວຍການນໍາເອົາແນວທາງ, ນິຕິກຳຕ່າງເຜີຍແຜ່, ໂຄສະນາໃຫ້ພໍ່ແມ່ປະຊາຊົນຮູ້ເຖີງຜົນຮ້າຍຂອງຢາເສບຕິດ ຕໍ່ສຸພາບ ແລະ ລະບຽບກົດໝາຍ; ຈະສຸ່ມໃສ່ກວດກາຕິດຕາມການເຂົ້າ-ອອກຂອງພົນລະເມືອງ, ພາຫະນະທີ່ເປັນເປົ້າໝາຍເຄື່ອນໄຫວຢາເສບຕິດ ເພື່ອສະກັດກັ້ນ ແລະ ຕອບຕ້ານ ໃຫ້ວ່ອງໄວ ແລະ ທັນສະພາບການ; ຈະສືບຕໍ່ປະຕິບັດອັດປ່ອງຂ້າມລອຍແບບຊະຊາຍຂອງພໍ່ແມ່ປະຊາຊົນ ແລະ ປາບປາມ ການລັກລອບຂົນສົ່ງຄ້າຂາຍສິ່ງຜິດກົດໝາຍ.
ທີ່ມາ: ໜັງສືພິມຄວາມສະຫງົບ