ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ

ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ - 222 2 - ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ
ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ - kitchen vibe - ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ

       ປະທານາທິບໍດີ ເຣເຊບ ເທຍິບ ເອີໂດກັນ ຜູ້ນໍາຕວກກີ ຂະຫຍາຍຂອບເຂດຂອງຄໍາໝັ້ນທາງການເງິນ ສໍາລັບຄອບຄົວ ແລະ ຄູ່ບ່າວສາວທີ່ຫາກໍແຕ່ງດອງ ເພື່ອສະໜັບສະໜູນການມີລູກ ທ່າມກາງບັນຫາປະຊາກອນຫລຸດລົງຢ່າງຕໍ່ເນື່ອງ ເຊິ່ງອາດສົ່ງຜົນກະທົບຕໍ່ການເຕີບໃຫຍ່ທາງເສດຖະກິດ.

       ທ່ານ ເອີໂດກັນ ກ່າວວ່າ: ຜູ້ສູງອາຍຸຂອງຕວກກີມີອັດຕາຫລາຍກວ່າ 10% ຂອງປະຊາກອນທັງໝົດ ເປັນຄັ້ງທໍາອິດໃນປະຫວັດສາດຂອງປະເທດ. ຂະນະທີ່ອາຍຸສະເລ່ຍເພີ່ມຂຶ້ນເປັນ 34 ປີ ເຊິ່ງເປົ້າໝາຍທີ່ລັດຖະບານ ອັງກາຣາ ຕ້ອງການບັນລຸ ຄືການເຮັດໃຫ້ແຕ່ລະຄອບຄົວມີລູກ 3 ຄົນ.

ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ - Visit Laos Visit SALANA BOUTIQUE HOTEL - ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ
ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ - Visit Laos Visit SALANA BOUTIQUE HOTEL - ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ

      ອັດຕາການເກີດທີ່ຫລຸດລົງ ຖືເປັນຄວາມທ້າທາຍສໍາລັບຫລາຍປະເທດ ບໍ່ວ່າຈະເປັນ ຍີ່ປຸ່ນ, ອິຕາລີ, ຈີນ ແລະ ຝຣັ່ງ ເຊິ່ງທຸກປະເທດທີ່ປະສົບບັນຫານີ້ ລ້ວນມີຄໍາຖາມວ່າ: ພວກເຂົາຈະຊ່ວຍເຫລືອປະຊາກອນສູງອາຍຸທີ່ເພີ່ມຂຶ້ນໄດ້ແນວໃດ ເມື່ອຈໍານວນປະຊາກອນໃນໄວເຮັດວຽກບໍ່ສາມາດຕາມທັນທ່າອ່ຽງດັ່ງກ່າວ.

      ທັງນີ້, ອັດຕາການເກີດຂອງຕວກກີຫລຸດລົງເຫລືອອີກ 1.51 ຄົນຕໍ່ຜູ້ຍິງໜຶ່ງຄົນ ໃນປີ 2023 ເມື່ອທຽບໃສ່ເດັກ 2.38 ຄົນຕໍ່ຜູ້ຍິງໜຶ່ງຄົນ ໃນປີ 2001 ເຊິ່ງທ່ານ ເອີໂດກັນ ປະກາດວ່າ: ປີ 2028 ເປັນປີແຫ່ງຄອບຄົວ ເພື່ອພະຍາຍາມ ແລະ ແກ້ໄຂສະຖານະການດັ່ງກ່າວ.

      ທ່ານ ເອີໂດກັນ ກ່າວວ່າ: ລັດຖະບານຕວກກີຈະເພີ່ມການຊ່ວຍເຫລືອທາງການເງິນ ໂດຍຈະມອບເງິນເທື່ອດຽວ 5,000 ລີຣາ ເມື່ອລູກຄົນທໍາອິດເກີດ ລວມທັງດໍາເນີນການຊ່ວຍເຫລືອເດັກເປັນຈໍານວນເງິນ 1,500 ລີຣາຕໍ່ເດືອນ ສໍາລັບລູກຄົນທີສອງ ແລະ 5,000 ລີຣາຕໍ່ເດືອນ ສໍາລັບລູກຄົນທີ 3 ຂຶ້ນໄປ.

      ນອກຈາກນີ້, ຄູ່ບ່າວສາວທີ່ຫາກໍແຕ່ງດອງຈະໄດ້ຮັບສິດຜົນປະໂຫຍດຈາກກອງທຶນຄອບຄົວ ເຊິ່ງມອບເງິນສູງສຸດເຖິງ 150,000 ລີຣາ ໂດຍບໍ່ມີດອກເບ້ຍ ແລະ ເລື່ອນການຊໍາລະເງິນຄືນເປັນເວລາ 2 ປີ.

ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ - 4 - ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ
ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ - 5 - ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ
ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ - 3 - ຕວກກີກຽມເພີ່ມສິ່ງຈູງໃຈສະໜັບສະໜູນການມີລູກ ຮັບມືອັດຕາການເກີດທີ່ຫລຸດລົງ