ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​

ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ - 473573534 1003286708503187 8441127234221252939 n - ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​
ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ - kitchen vibe - ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​
ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ - 473722251 1003286761836515 7629147385070693072 n - ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​

ວັນ​ທີ 15 ມັງກອນ 2025 ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງຕັ້ງ ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ກອງ​ພົນ ແລະ ກອງ​ບັນຊາ​ການ ທີ່​ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ​ປອ  ບຸນ​ທອງ ຈິດ​ມະນີ ກຳມະການກົມ​ການເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະເທດ, ມີ ທ່ານ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ບັນດາ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ, ແຂກ​ທີ່​ຖືກ​ເຊີນ ແລະ ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ.

ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ - 473734198 1003286528503205 3087844555815044919 n - ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​

ທ່ານ ດອນ ໄພ​ວົງ ກຳມະການ​ຄະນະ​ພັກ, ຫົວໜ້າ​ກົມ​ຄຸ້ມ​ຄອງ​ພະນັກງານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ຜ່ານ​ດຳລັດ​ຂອງ​ນາຍົກລັດຖະມົນຕີ​ແຫ່ງ ​ສປປ ລາວ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ, ກອງ​ພົນ, ກອງ​ບັນຊາ​ການ ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ. ໃນ​ນີ້, ນາຍົກລັດຖະມົນຕີ ອອກ ດຳລັດ​ມາດຕາ 1 ແຕ່ງຕັ້ງ ຄື:

ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ - Visit Laos Visit SALANA BOUTIQUE HOTEL - ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​
ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ - Visit Laos Visit SALANA BOUTIQUE HOTEL - ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​
  1. ແຕ່ງຕັ້ງ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ເປັນ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ທັງ​ເປັນ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ,
  2. ພົນ​ຕີ ວົງ​ສອນ ອິນ​ປານພິມ ເປັນ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, 
  3. ພົນ​ຈັດຕະວາ ກົງ​ທອງ ສຸ​ຂະ​ວົງ ເປັນ​ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ,
  4. ພົນ​ຈັດຕະວາ ສີ​ພອນ​ໄຊ ຄຳ​ທອງ​ເຫວີນ ເປັນ​ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ,
  5. ພົນ​ຈັດຕະວາ ເດືອນ​ສະຫວັນ ສາຍ​ພິມ​ຄຳ​ປະທຸມ ເປັນ​ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ
  6. ພົນ​ຈັດຕະວາ ຈັນ​ດີ ສຸ​ລິ​ວົງ​ສັກ ເປັນ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ,
  7. ພົນ​ຕີ ສົມ​ພອນ ມິດ​ຕະ​ພອນ ເປັນ​ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ,
  8. ພົນ​ຕີ ພັນແສງ ບຸນ​ພັນ ເປັນ​ຮັກສາ​ການ​ຫົວໜ້າ​ການເມືອງ ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ,
  9. ພົນ​ຈັດຕະວາ ຂວັນ​ມິ່ງ ບິດາ​ສັກ ເປັນ​ຫົວໜ້າ​ກົມ​ວິທະຍາສາດ-ປະຫວັດສາດ​ການ​ທະຫານ,
  10. ພົນ​ຈັດຕະວາ ທະນູ​ກອນ ສຸລິຍະ​ແສງ ເປັນ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ອາກາດ,
  11. ພັນ​ເອກ ອຸ່ນ​ຄຳ ສີ​ແຫວນ​ວົງ​ສັກ ເປັນ​ຜູ້​ບັນຊາ​ການ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ,
  12. ພົນ​ຈັດຕະວາ ສີ ທະວີ​ໄຊ ເປັນ​ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ,
  13. ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ເປັນ​ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ 1,
  14. ພັນ​ເອກ ສອນ​ເພັດ ຈັນ​ສົມ ເປັນ​ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ 2,
  15. ພົນ​ຈັດຕະວາ ຄຳ​ດີ ໄຊ​ຍະ​ວົງ ເປັນ​ຫົວໜ້າ​ການເມືອງ​ກອງ​ພົນ​ທີ 2,
  16. ພັນ​ເອກ ໃຈ​ເພັດ ວົງ​ແສນ​ສົມ ເປັນ​ຫົວໜ້າ​ການເມືອງ​ກອງ​ພົນ​ທີ 4,
  17. ພັນ​ເອກ ຄຳ​ກົດ ອີນ​ສີ​ນາ ເປັນ​ຫົວໜ້າ​ການເມືອງ​ກອງ​ພົນ​ທີ 5.
ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ - 474012599 1003286801836511 1378208797280957221 n - ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​

ພ້ອມ​ນີ້, ກໍ​ໄດ້​ຜ່ານ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ຍົກຍ້າຍ​ພະນັກງານ​ຂັ້ນ​ນຳພາ-ບັນຊາ​ໄປ​ຮັບ​ໜ້າທີ່​ໃໝ່, ໃນ​ນີ້, ນາຍົກລັດຖະມົນຕີ ອອກ​ຄຳ​ສັ່ງ​ຍົກຍ້າຍ ພົນ​ຈັດຕະວາ ແປ້ນ​ຄຳ ບຸດ​ຈັນ​ແພງ ຫົວໜ້າ​ການເມືອງ ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ ໄປ​ຮັບ​ໜ້າທີ່​ໃໝ່​ຢູ່​ແຂວງ​ບໍ່​ແກ້ວ. ຈາກ​ນັ້ນ, ຍັງ​ໄດ້​ຜ່ານ​ບັນດາ​ມະຕິ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຜ່ານ​ມະຕິ​ແຕ່ງຕັ້ງ​ບົ່ງ​ຕົວ​ເລຂາ​ຄະນະ​ພັກ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ຕື່ມ​ອີກ​ຈຳນວນ​ໜຶ່ງ.

ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ - 474014697 1003286455169879 3501655206225963877 n - ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​

ທ່ານ ປອ ບຸນ​ທອງ ຈິດ​ມະນີ ໄດ້​ກ່າວ​ວ່າ: ຜ່ານມາ, ພວກເຮົາ ກໍໄດ້ດໍາເນີນການສັບປ່ຽນໜ້າທີ່, ໜູນວຽນບ່ອນປະຈໍາການຂອງ ພະນັກງານການນໍາ ໃນລະບົບ ການເມືອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງເປັນວຽກ ງານປົກກະຕິ ແລະ ແມ່ນຫຼັກການພື້ນຖານອັນໜຶ່ງໃນວຽກງານພະນັກງານຂອງພັກເຮົາ ເພື່ອປັບປຸງການນໍາພາ-ຊີ້ນໍາ ໃຫ້ ດີຂຶ້ນເລື້ອຍໆ, ຍົກສູງຄວາມຮູ້, ຄວາມສາມາດໃນວຽກງານຕົວຈິງ ແລະ ທັງເປັນການເຝິກຝົນ, ທົດສອບພະນັກງານການນໍາ ຂອງພວກເຮົາ, ສ້າງໃຫ້ໄດ້ພະນັກງານຫຼັກ ແຫຼ່ງສືບທອດປ່ຽນ ແທນ ທີ່ມີຄວາມເຂັ້ມແຂງ, ໜັກ ແໜ້ນ ຢ່າງບໍ່ຢຸດຢັ້ງຫຼີກລ້ຽງ ການມີຮອຍຕໍ່, ບໍ່ໃຫ້ສະດຸດຢຸດ ຈຶ້ງແຕ່ຢ່າງໃດ, ໃຫ້ບັນດາການ ນໍາທຸກຂັ້ນ ຂອງກະຊວງປ້ອງກັນ ປະເທດ ແລະ ໃນທົ່ວກອງທັບ ເປັນເອກະພາບສູງ ເຫດຜົນ, ຄວາມຈໍາເປັນຕໍ່ກັບການຍົກ ຍ້າຍ, ແຕ່ງຕັ້ງ ແລະ ສັບປ່ຽນໜ້າ ທີ່ ພະນັກງານນຳພາ-ບັນຊາ ຂອງກະຊວງປ້ອງກັນປະເທດ ໃນຄັ້ງນີ້. ບົນພື້ນຖານນັ້ນ ໃຫ້ນໍາພາແນວຄິດຂອງສະມາຊິກພັກ, ພະນັກງານ, ນັກຮົບ ຕະຫຼອດເຖິງ ປະຊາຊົນໃຫ້ຮັບຮູ້ເຂົ້າໃຈທີ່ຖືກ ຕ້ອງ, ບໍ່ໃຫ້ເປັນຊ່ອງວ່າງໃຫ້ ພວກບໍ່ຫວັງດີ ໂຄສະນາທັບຖົມ ໂຈມຕີ ແລະ ແບ່ງແຍກພາຍໃນ ຂອງພວກເຮົາໄດ້, ພ້ອມກັນນີ້ ບັນດາສະຫາຍ ຕ້ອງໄດ້ສືບຕໍ່ຮ່ວມແຮງຮ່ວມໃຈກັນເປັນຈິດໜຶ່ງໃຈດຽວ, ຈັບມືກັນແໜ້ນ, ຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ເພື່ອສືບ ຕໍ່ປະຕິບັດພາລະກິດ, ໜ້າທີ່ການ ເມືອງອັນສູງສົ່ງທີ່ພັກມອບ ໝາຍໃຫ້ ກະຊວງປ້ອງກັນປະ ເທດ ກໍຄືກອງທັບໃຫ້ມີຜົນສໍາເລັດ ແລະ ມີການເຕີບໃຫຍ່ເຂັ້ມແຂງ ຂຶ້ນເລື້ອຍໆ, ສືບຕໍ່ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນໍາ ພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍ ຂອງພັກ, ໜ້າທີ່ການເມືອງຂອງ ກອງທັບ, ມີຄວາມເຊື່ອໝັ້ນຕໍ່ອຸ ດົມການຂອງພັກ, ຈົ່ງຮັກພັກດີ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອ, ວິລະກໍາການຕໍ່ສູ້ພິລະ ອາດຫານ ແລະ ສູ້ຮົບມີໄຊ ທີ່ສະຫງ່າອົງອາດ ຂອງກອງທັບ, ທັງຮູ້ຕັ້ງໜ້າເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ຂອງແຕ່ລະ ກົມກອງ ຂອງແຕ່ລະນັກຮົບ, ນາຍ ແລະ ພົນທະຫານ ໃຫ້ສູງ ເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ, ເພິ່ມທະ ວີຄວາມເອົາໃຈໃສ່ຕໍ່ວຽກງານ ກໍ່ສ້າງພັກ, ພະນັກງານຕາມທິດ ຖືຄຸນນະພາບເປັນກົກ ແລະ ຫັນ ເປັນໜຸ່ມ, ສຸມໃສ່ກໍ່ສ້າງໜ່ວຍ ພັກປອດໄສ ເຂັ້ມແຂງ ໜັກແໜ້ນ, ສະເພາະໜ້ານີ້ ໃຫ້ສຸມໃສ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ຈັດຕັ້ງດໍາເນີນ ຊີວິດການເມືອງພາຍໃນພັກ ໃຫ້ເລິກເຊິ່ງ ເພື່ອປັບປຸງຄະນະ ພັກ ແລະ ສະມາຊິກພັກ ໃຫ້ເຂັ້ມ ແຂງ; ວຽກງານພະນັກງານ  ຕ້ອງສ້າງໃຫ້ໄດ້ພະນັກງານສືບ ທອດບປ່ຽນແທນ ຢູ່ແຕ່ລະກົມ ກອງ ລວມທັງຢູ່ກະຊວງ, ເອົາໃຈ ໃສ່ສ້າງໃຫ້ມີໂຄງປະກອບ ເຜົ່າ ຕ່າງໆ ຢູ່ໃນພະນັກງານຂັ້ນບັງ ຂັບບັນຊາຂັ້ນຕ່າງໆ, ເພີ່ມທະວີ ການຕິດຕາມ, ກວດກາຄວາມ ມີລະບຽບວິໄນ, ການເຄົາລົບ ກົດໝາຍ ແລະ ວິໄນຂອງກອງ ທັບ ໃຫ້ເປັນປົກກະຕິເພື່ອສະກັດ ກັ້ນສະພາບຫຍໍ້ທໍ້ຕ່າງໆ ທີ່ຈະ ເກີດຂຶ້ນ ໃນກອງທັບ ກໍຄືຢູ່ແຕ່ລະ ກົມກອງ ເປັນຕົ້ນແມ່ນ ການສວຍ ໃຊ້ໜ້າທີ່ ກໍຄືບົດບາດຂອງກອງທັບໃນທາງບໍ່ຖືກຕ້ອງ, ການບໍ່ເຂັ້ມງວດໃນການປະຕິບັດລະບຽບວິໄນ ຂອງກອງທັບ, ບໍ່ປະຕິບັດລະບອບປະຈໍາການ, ລະບອບການເວນຍາມ ເປັນ ປົກກະຕິ, ການບໍ່ຕັ້ງໜ້າເຝິກ ຝົນຫຼໍ່ຫຼອມຕົນເອງ ແລະ ອື່ນໆ, ຕັ້ງໜ້າປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ພາຍໃນກອງທັບ ຢ່າງເດັດຂາດ ຕິດພັນກັບການຍົກສູງສະຕິລະ ວັງຕົວ ຕໍ່ກົນອຸບາຍລ່ຽມລາຍ ຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ, ຕ້ານການປະຕິ ວັດສີ, ການຫັນປ່ຽນໂດຍສັນຕິ ແລະ ຫັນປ່ຽນໂດຍຕົນເອງ, ພັກເຮົາ, ກອງທັບເຮົາເວລາໃດກໍ ຖືສໍາຄັນ ແລະ ເອົາໃຈໃສ່ຄວາມ ສາ ມັກຄີ, ຄວາມເປັນເອກະພາບພາຍໃນ ຕາມແນວທາງ ແລະ  ຫຼັກການຂອງພັກ ໃຫ້ໜັກແໜ້ນ ຢູ່ສະເໝີ, ຖືບັນຫາດັ່ງກ່າວ ເປັນປັດໄຈສໍາຄັນ, ທັງເປັນກໍາ ລັງແຮງໃນການຄໍ້າປະກັນຜົນ ສໍາເລັດແຫ່ງການ ນໍາພາ-ຊີ້ນໍາ ຂອງພັກ. ດ້ວຍເຫດນັ້ນ ພວກເຮົາ ສືບຕໍ່ປົກປັກຮັກສາ ແລະ ເສີມ ສ້າງຄວາມສາມັກຄີເປັນປຶກ ແຜ່ນ ແລະ ຄວາມເປັນແບບຢ່າງນໍາ ໜ້າຂອງພັກ ໂດຍສະເພາະ ຢູ່ພາຍໃນຄະນະພັກ-ຄະນະປະ ຈໍາພັກກະຊວງ, ຄະນະພັກແຕ່ ລະຂັ້ນ, ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ ເພື່ອສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນໍາ ໃນການນໍາ ພາເຕົ້າໂຮມ ຄວາມສາມັກຄີ ໃນ ຖັນແຖວສະມາຊິກພັກ, ພະນັກ ງານ-ນັກຮົບ ໃນທົ່ວກອງທັບ, ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ຕ້ອງຖືສໍາຄັນ ແລະ ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນນໍາພາຂອງຄະນະພັກ, ຄະນະບັນຊາແຕ່ລະຂັ້ນ, ເປີດ ກວ້າງປະຊາທິປະໄຕເສີມຂະ ຫຍາຍຫົວຄິດປະດິດສ້າງ ຂອງ ໝູ່ຄະນະ ແລະ ມະຫາຊົນ, ແຕ່ ຕ້ອງລວມສູນເປັນເອກະພາບ ໃນການຊີ້ນໍາບັນຊາທີ່ເດັດດ່ຽວ ວ່ອງໄວ, ທັນການ, ສືບຕໍ່ຊີ້ນໍາ ການປະຕິບັດຍຸດທະ ສາດຫັນລົງກໍ່ສ້າງຮາກຖານການເມືອງຕິດ ພັນກັບການພັດທະນາຊົນນະ ບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຕາມ 4 ເນື້ອໃນ 4 ຄາດໝາຍ, ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆ ຢູ່ ຮາກຖານ ເປັນຕົ້ນ ບັນຫາຢາ ເສບຕິດ, ການຄ້າຂາຍເຖື່ອນ, ອາວຸດເສິກ, ອຸບັດຕິເຫດ, ການ ມົ້ວສຸມຫຼິ້ນພະນັນ ແລະ ບັນຫາ ຄວາມຫຍຸ້ງຍາກໃນຂົງເຂດການ ສຶກສາ ເປັນຕົ້ນແມ່ນ ການຂາດ  ແຄນຄູສອນ, ນັກຮຽນປະລະ ການຮຽນ ແລະ ອື່ນໆ, ປັບປຸງ ຮາກຖານການເມືອງໃຫ້ເຂັ້ມ ແຂງ ແລະ ໜັກແໜ້ນ, ສ້າງທ່າ ສະໜາມ 3 ຂັ້ນ, ປັບປຸງກໍາລັງ ກອງຫຼອນ-ກໍາລັງປ້ອງກັນຕົວ ໃຫ້ເຂັ້ມແຂງ, ແກ້ໄຂບັນດາໜໍ່ ແໜງຄວາມບໍ່ສະຫງົບ ໂດຍສະ ເພາະເຂດຊາຍແດນ, ເຂດຫ່າງ ໄກສອກຫຼີກ ຊ່ວຍເຫຼືອປະຊາ ຊົນພັດທະນາເສດຖະກິດ-ສັງ ຄົມ ເຮັດໃຫ້ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈ ຂອງປະຊາຊົນດີຂຶ້ນໄປເລື້ອຍໆ, ເອົາໃຈໃສ່ວຽກງານກໍ່ສ້າງກໍາ  ລັງດ້ານການຈັດຕັ້ງ ໃຫ້ເຂັ້ມ ແຂງ, ເຮັດແນວໃດ​ໃຫ້​ມີ​ກຳລັງ ກໍ​ຄື​ກົມ​ກອງ​ກຽມພ້ອມ​ສູ້​ຮົບ, ມີ​ຜູ້​ເຮັດ​ໜ້າທີ່​ກວດກາ​ສະລະ​ເວ​ເວນຍາມ, ສືບ​ຂ່າວ​ຕົວ​ຈິງ ໃຫ້​ຫຼາຍ​ກວ່າ​ຜູ້​ທີ່​ປະຈຳການ​ຢູ່​ກະຊວງ, ສຳນັກ​ກອງ​ພົນ, ກອງ​ບັນຊາ​ການ, ກອງພັນ​ໃຫຍ່; ພ້ອມ​ນັ້ນ, ໃຫ້​ຖື​ສຳຄັນ​ການ​ຝຶກ​ຝົນ​ດ້ານ​ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ນ້ຳໃຈ​ຮັກ​ຊາດ, ສ້າງ​ໃຫ້​ກຳລັງ​ໃຫ້​ຮູ້​ໜ້າທີ່​ຂອງ​ຕົນ, ຮູ້​ເສຍສະຫຼະ​ເຮັດ​ວຽກ​ເພື່ອ​ຊາດ, ເພື່ອ​ປະຊາຊົນ; ສ້າງ​ໃຫ້​ມີ​ຄວາມ​ຮູ້​ດ້ານ​ສິລະ​ປະຍຸດ, ຍຸດທະວິທີ​ການ​ທະຫານ ຢ່າງ​ບໍ່​ຢຸດ​ຢັ້ງ; ສ້າງ​ໃຫ້​ນາຍ ແລະ ພົນທະຫານ ມີ​ຄວາມ​ຮູ້​ດ້ານ​ການ​ພັດທະນາ, ຮັບ​ເອົາ​ເຕັກນິກ​ວິທະຍາ ສາດ​ມາ​ພັດທະນາ​ກຳລັງ​ເພື່ອ​ສ້າງ​ກົມ​ກອງ​ໃຫ້​ເຂັ້ມແຂງ, ທັງ​ຊ່ວຍ​ການ​ພັດທະນາ​ຢູ່​ທ້ອງຖິ່ນ ໂດຍ​ສະເພາະ ໝູ່​ບ້ານ​ປະຊາຊົນ ບ່ອນ​ທີ່​ຕັ້ງ​ທັບ​ຢູ່, ສ້າງ​ໃຫ້​ເກີດ​ມີ​ຄອບ ຄົວ​ຕົວ​ແບບ, ມີ​ການ​ພົວພັນ​ຊະ​ໜິດ​ແໜ້ນ​ກັບ​ຮາກ​ຖານ, ເອົາ​ປະຊາຊົນ​ເປັນ​ກົກ, ເອົາ​ການ​ສ້າງ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ ຂອງ​ປະຊາຊົນ​ຢູ່​ຮາກ​ຖານ​ເປັນ​ເປົ້າ​ໝາຍ, ຮັກສາ​ມູນເຊື້ອ “ທະຫານ ແລະ ປະຊາຊົນ ຄື​ປາ​ກັບ​ນ້ຳ” ເຮັດ​ແນວໃດ​ໃຫ້​ປະຊາຊົນ​ຮັກ, ມີ​ຄວາມ​ເຊື່ອ​ໝັ້ນ ແລະ ມີ​ຄວາມ​ເຫຼື້ອມ​ໃສ​ສັດທາ ຢ່າງ​ແທ້​ຈິງ, ຍູ້​ແຮງ​ການ​ສ້າງ​ເສດຖະກິດ ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ ໃນ​ກອງທັບ​ໃຫ້​ຟົດຟື້ນ, ສ້າງ​ການ​ຫັນປ່ຽນ​ໃໝ່​ໃນ​ການ “ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ”, ສ້າງ​ພະລາທິການ​ກັບ​ທີ່ ເພື່ອ​ສູ້​ຊົນ​ສ້າງ​ແຫຼ່ງ​ລາຍ​ຮັບ​ໃຫ້​ໄດ້​ຫຼາຍ, ປັບປຸງ​ແກ້​ໄຂ ແລະ ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ໃນ​ກຳລັງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ(ນະໂຍບາຍ​ເສດຖະກິດ ເອກະລາດ ເປັນ​ເຈົ້າຕົນ​ເອງ)  ແມ່ນ​ຕິດ​ພັນ​ກັບ​ນະໂຍບາຍ​ຄວາມ​ໝັ້ນຄົງ​ຂອງ​ຊາດ ໃນ​ເງື່ອນໄຂ​ທີ່​ປະເທດ​ຊາດ ຍັງ​ປະ​ເຊີນ​ກັບ​ບັນຫາ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນຄື​ປັດຈຸບັນ;  ນອກ​ນັ້ນ, ຍັງ​ຕ້ອງ​ເອົາໃຈໃສ່​ຍົກ​ສູງ​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ນຳ​ໃຊ້​ພາຫະນະ​ເຕັກນິກ, ອາວຸດ​ຍຸດ​ໂທ​ປະກອນ, ທຶນຮອນ ແລະ ວັດຖຸ​ອຸປະກອນ ໃຫ້​ດີ ແລະ ປະຢັດ, ປະຕິບັດ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ ໃນ​ໄລຍະ​ໃໝ່ ຢ່າງ​ຖືກຕ້ອງ, ຄ່ອງ​ແຄ້ວ, ພົວພັນ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ ກັບ​ເພື່ອນ​ມິດ​ຍຸດ​ທະ​ສາດ ເປັນ ຕົ້ນ​ແມ່ນ ​ສສ ຫວຽດນາມ, ​ສປ ຈີນ ແລະ ກອງທັບ ສ ຣັດ ເຊຍ, ຍາດ​ແຍ່ງ​ເອົາ​ການ​ສະໜັບ ສະໜູນ, ຊ່ວຍເຫຼືອ​ຈາກ​ປະເທດ​ເພື່ອນ​ມິດ​ທັງ ຢູ່​ໃກ້ ແລະ ຢູ່​ໄກ,  ໃຫ້​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ແລະ  ກົມກຽວ ກັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະ ຫງົບ ແລະ ພາກສ່ວນ​ກ່ຽວຂ້ອງ ໃນ​ການ​ປ້ອງ​ກັນ  ແລະ ແກ້​ໄຂ​ບັນຫາ​ລຽບ​ຕາມ​ຊາຍ​ແດນ, ບັນຫາ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ໃຫ້​ຢູ່​ໃນ​ທ່າ​ບຸກ​ຫຼາຍ​ກວ່າ​ເກົ່າ; ເດັດ ດ່ຽວ​ຕ້ານ,  ສະກັດ​ກັ້ນ ແລະ ຕໍ່ສູ້​ກັບ​ການ​ລ່ວງ ​ລ້ຳ, ລະເມີດ​ຄວາມ​ເປັນ​ເອກະ ລາດ, ອຳນາດ​ອະທິປະ​ໄຕ​ຂອງ​ຊາດ ກໍ​ຄື​ທຸກ​ການ​ກະທຳ ທີ່​ຈະ​ກະທົບ​ຕໍ່​ຄວາມ​ສະຫງົບ​ສຸກ, ຕໍ່​ຜົນ​ປະໂຫຍດ​ອັນ​ຊອບ​ທຳ ຂອງ​ປະຊາຊົນ ແລະ ຕໍ່​ຄວາມ​ໝັນ​ຄົງ ຂອງ​ປະເທດ​ຊາດ.

ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ - 473823465 1003286501836541 6090162568763338575 n - ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​

ທີ່ມາ: ໜັງສືພິມ ກອງທັບ

ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ - 4 - ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​
ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ - 5 - ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​
ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ - 3 - ກະຊວງປ້ອງກັນປະເທດ ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​