ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ

ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ - Presidential Palace of Vietnam - ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ
ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ - kitchen vibe - ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ

ຫວຽດນາມກຽມປະຕິຮູບລະບົບລັດຖະກອນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ ດ້ວຍການຫລຸດຈໍານວນກະຊວງ ແລະ ໜ່ວຍງານພາກລັດ ພ້ອມຫລຸດຈໍານວນພະນັກງານລັດລົງ ໂດຍມຸ່ງເນັ້ນກໍາຈັດລະບົບລັດຖະກອນແບບເກົ່າ ແລະ ເພີ່ມປະສິດທິພາບການເຮັດວຽກ ເພື່ອກະຕຸ້ນການເຕີບໂຕທາງເສດຖະກິດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ.

ແຜນການປັບໂຄງສ້າງດັ່ງກ່າວນີ້ຖືກເປີດເຜີຍໃນກອງປະຊຸມທີ່ຈັດຂຶ້ນໂດຍຄະນະກໍາມະການບໍລິຫານ ແລະ ສໍານັກງານເລາຂາທິການພັກ ເມື່ອວັນທີ 1 ທັນວາ 2024 ເພື່ອຫາລືກ່ຽວກັບການດໍາເນີນການຕາມມະຕິທີ 18 ຈາກຄະນະກໍາມະການສູນກາງພັກທີ 12 ໂດຍໄດ້ທົບທວນສະຖານະການທາງເສດ ຖະກິດ ແລະ ສັງຄົນໃນປີ 2024 ແລະ ສະເໜີແນວທາງແກ້ໄຂ ເພື່ອເລັ່ງການພັດທະນາໃນປີ 2025 ພ້ອມຈັດການກັບບັນຫາຂອງສະຖາບັນ.

ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ
ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ

ທ່ານ ໂຕເລິມ ເລຂາທິການພັກກອມມູນິດວຽດນາມ ໄດ້ເລັ່ງໃຫ້ສະພາແຫ່ງຊາດຕັດສິນໃຈເລື່ອງການປັບໂຄງສ້າງພາຍໃນທ້າຍເດືອນກຸມພາ 2025 ໂດຍຕັ້ງເປົ້າໝາຍຈະປັບໂຄງສ້າງໜ່ວຍງານລັດຖະບານໃຫ້ແລ້ວພາຍໃນວັນທີ 15 ມີນາ 2025 ນີ້, ນອກຈາກນັ້ນ ນອກຈາກນັ້ນທ່ານຍັງກ່າວຕຳນິເລື້ອຍໆວ່າການເຮັດວຽກຂອງລັດຖະບານບໍ່ມີປະສິດທິພາບ ແລະ ສິ້ນເປືອງເວລາ ແລະ ງົບປະມານ ລວມທັງການສໍ້ລາດບັງຫລວງ.

ການສະເໜີດັ່ງກ່າວ ຈະກວມເອົາ 5 ກະຊວງ ໂດຍກະຊວງແຜນການ ແລະ ການລົງທຶນທີ່ຮັບຜິດຊອບການລົງທຶນຕ່າງປະເທດຈະໂຮມເຂົ້າກັບກະຊວງການເງິນ; ກະຊວງຄົມມະນາຄົມຂົນສົ່ງຈະໂຮມ ເຂົ້າກັບກະຊວງກໍ່ສ້າງ; ແລະ ກະຊວງແຮງງານ ນັກຮົບເກົ່າ ແລະ ສະຫວັດດີການສັງຄົມ ຈະໂຮມເຂົ້າກັບກະຊວງພາຍໃນ; ຄວາມຮັບຜິດຊອບດ້ານອາຊີວະສຶກສາຈະຖືກໂອນໃຫ້ກະຊວງສຶກສາທິການ ແລະ ບຳລຸງສ້າງ.

ນອກຈາກນັ້ນ ລັດຖະບານຍັງວາງແຜນທີ່ຈະປັບປຸງໂຮງຮຽນວິທະຍາສາດສອງແຫ່ງ ແລະ ມະຫາວິທະ ຍາໄລແຫ່ງຊາດສອງແຫ່ງໃນເມືອງ ຮາໂນ່ຍ ແລະ ເມືອງໂຮຈິມິງ ເພື່ອປັບປຸງຄວາມສາມາດໃນການຄົ້ນຄວ້າ ແລະ ການຝຶກອົບຮົມ. ການລວມເຂົ້າກັນຕໍ່ໄປຈະລວມເຖິງສະຖາບັນການບໍລິຫານສາທາ ລະນະສຸກ ແລະ ໂຮງຮຽນການເມືອງແຫ່ງຊາດ Ho Chi Minh ແລະ ຍັງລວມເຖິງອົງກອນສື່ຕ່າງໆ ໂດຍສະເພາະສະຖານີໂທລະພາບຂອງລັດຫລາຍແຫ່ງເຊັ່ນ: ໂທລະພາບ VOV ແລະ ໂທລະພາບ VTC ຈະໂຮມເຂົ້າກັນ ແລ້ວມອບໃຫ້ Vietnam Television (VTV) ເປັນຜູ້ຮັບຜິດຊອບ.

ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ - 4 - ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ
ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ - 5 - ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ
ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ - 3 - ຫວຽດນາມ ກຽມປັບປຸງໂຄງສ້າງລັດ ຫລຸດກະຊວງ ຈາກ 18 ກະຊວງ ເຫລືອ 13 ກະຊວງ ແລະ ຫລຸດພະນັກງານລັດ