ປີ 2025 ພາສີ ປະຈໍາດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ ຈະສູ້ຊົນການຈັດເກັບລາຍຮັບໃຫ້ໄດ້ 805 ຕື້ກີບ

ວັນທີ 15 ມັງກອນ 2025 ທ່ານ ບຸນທະນົງສັກ ເທບພະລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນໄດ້ໃຫ້ສຳພາດວ່າ: ປີ 2025ນີ້ໄດ້ຮັບມອບໝາຍຈັດເກັບລາຍຮັບເຂົ້າງົບປະມານຕາມແຜນການທັງໝົດ 805 ຕື້ກີບ, ເພີ່ມຂຶ້ນຈາກປີຜ່ານມາ 15,49% ເພື່ອບັນລຸຕາມຄາດໝາຍ, ຄະນະພັກ-ຄະນະ ດ່ານຈະສືບຕໍ່ເຮັດວຽກການເມືອງແນວຄິດໃຫ້ອ້າຍນ້ອງ, ພະນັກງານເຈົ້າໜ້າທີ່ພາສີປະຈໍາດ່ານທຸກຄົນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ໜ້າທີ່ການເມືອງຂອງຕົນທີ ຖືກມອບຫມາຍ ເປັນຕົ້ນແມ່ນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ, ຖືກຕ້ອງ ແລະ ກວດກາຄືນລະບົບເຄື່ອງມືອັນທັນສະໄໝທີ່ນໍາໃຊ້ເຂົ້າໃນການບໍລິການວຽກວິຊາສະເພາະໃຫ້ສາມາດນໍາໃຊ້ໄດ້ປົກ ກະຕິ; ປະສານສົມທົບການຈັດຕັ້ງທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ປະສານສົມທົບຜູ້ປະ ກອບການທີ່ເຮັດການບໍລິການນໍາເຂົ້າ, ສົ່ງອອກ, ຜ່ານແດນ ແລະ ຂົນສົ່ງ ຮ່ວມປະຊຸມ ເພື່ອຄົ້ນຄວ້າ ປຶກສາ ຫາລື ບັນດາຂໍ້ຫຍຸ້ງຍາກຕ່າງໆໃນການບໍລິການຜ່ານດ່ານພວກເຮົາ ເພື່ອຈະຕ້ອງໄດ້ແກ້ໄຂໃຫ້ທັນເວລາ ໄປຄຽງຄູ່ກັບການເຜີຍແຜ່ ເຊື່ອມຊຶມບັນດານິຕິກຳອັນໃໝ່ຈາກກະຊວງການເງິນ, ກົມພາສີ ທີ່ຕິດພັນ ກັບວຽກຕົວຈິງຂອງດ່ານມາໃຫ້ທັນເວລາ.
ສໍາລັບການຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານປີ 2024 ຜ່ານມາ ຕາມແຜນຈັດເກັບ 697 ຕື້ກີບ, ປະຕິບັດຕົວຈິງໄດ້ 819 ຕື້ກວ່າກີບ, ລື່ນແຜນ 122 ຕື້ກວ່າກີບ, ລາຍຮັບສ່ວນໃຫ່ຍແມ່ນໄດ້ຈາກ ສິນຄ້າປະເພດນໍ້າມັນເຊື້ອໄຟ ແລະ ສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ປະເພດເຄື່ອງດື່ມຊູກຳລັງ, ຄ່າທໍານຽມຄັງແຮ, ພາຫະນະເຂົ້າ-ອອກ ແລະ ຜ່ານດ່ານ. ດ້ານຂໍ້ສະດວກໃນການຈັດຕັ້ງປະຕິບັດການເກັບລາຍຮັບຍ້ອນການຈັດຕັ້ງທຸກຂັ້ນໄດ້ສຸມໃສ່ໃຫ້ຄວາມຊ່ວຍເຫລືອ, ນໍາພາ-ຊີ້ນໍາ ວຽກງານຮອບດ້ານ ມີກົດໝາຍ, ນິຕິກຳເປັນບ່ອນອີງທີ່ແນ່ນອນ ແລະ ເໝາະສົມໃນການຈັດຕັ້ງປະຕິບັດວຽກວິຊາສະເພາະໃນແຕ່ລະໄລຍະ, ໄດ້ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການບໍລິການ ພາໃຫ້ມີຄວາມສະດວກ ວອງໄວ ໂປ່ງໃສ. ສ່ວນຂໍ້ຫຍຸ້ງຍາກ ເນື່ອງຈາກພວກເຮົາໄດ້ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການບໍລິການວຽກຂອງດ່ານ ສະນັ້ນຈິ່ງພົບຄວາມຫຍຸ້ງຍາກໃນບາງຄັ້ງຄາວເຊັ່ນ ສັນຍານອິນເຕີເນັດຂັດຂ້ອງ, ອຸປະກອນເຄື່ອງມືທັນສະໄໝສໍາລຸດ.
ທີ່ມາ: Khammouane News