ກະຊວງແຜນການ ແລະ ການລົງທຶນ ເປີດບັ້ນແຂ່ງຂັນເພືື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ

ກະຊວງແຜນການ ແລະ ການລົງທຶນ ເປີດບັ້ນແຂ່ງຂັນເພືື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ - 473574644 1165943238552464 8561388130590289426 n - ກະຊວງແຜນການ ແລະ ການລົງທຶນ ເປີດບັ້ນແຂ່ງຂັນເພືື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ
ກະຊວງແຜນການ ແລະ ການລົງທຶນ ເປີດບັ້ນແຂ່ງຂັນເພືື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ - kitchen vibe - ກະຊວງແຜນການ ແລະ ການລົງທຶນ ເປີດບັ້ນແຂ່ງຂັນເພືື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ

ວັນທີ 15 ມັງກອນ 2025 ກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ເປີດບັ້ນຂະບວນການແຂ່ງຂັນເພືື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງແຜນການ ແລະ ການລົງທຶນ ໂດຍການເປັນປະທານ ຂອງທ່ານ ເພັດ ພົມພິພັກ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.

ກະຊວງແຜນການ ແລະ ການລົງທຶນ ເປີດບັ້ນແຂ່ງຂັນເພືື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ - 473733556 1165943255219129 7025949839463803497 n 1024x682 - ກະຊວງແຜນການ ແລະ ການລົງທຶນ ເປີດບັ້ນແຂ່ງຂັນເພືື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ

ຈຸດປະສົງຂອງການເປີດບັ້ນຂະບວນການດັ່ງກ່າວ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍ ແຜນການຂອງຄະນະປະຈຳ ກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການກະກຽມການດຳເນີນ ກອງປະຊຸມໃຫຍ່ຂັ້ນຮາກຖານພັກ, ຄະນະພັກຮາກຖານ ແລະ ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ກະຊວງແຜນການ ແລະ ການລົງທຶນ ແລະ ເປັນການປຸກລະດົມສະມາຊິກພັກ-ພະນັກງານໃຫ້ເຂົ້າຮ່ວມຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ ທັງເປັນການສ້າງຂະບວນການ ເພື່ອທົບຫວນຄືນມູນເຊື້ອໂອກາດວັນປະຫວັດສາດສຳຄັນຕ່າງໆ ຂອງພັກ-ລັດ ແລະ ຊຸກຍູ້ຂະບວນການວຽກງານຮອບດ້ານ ແລະ ສ້າງເງື່ອນໄຂ ໃຫ້ແກ່ການດໍາເນີນກອງປະຊຸມໃຫ້ໄດ້ຮັບຜົນດີ, ສ້າງຂະບວນການແຂ່ງຂັນກິລາ ແລະ ສິລະປະວັນນະຄະດີແບບມວນຊົນ ໃຫ້ມີບັນຍາກາດຟົດຟື້ນ, ມ່ວນຊື່ນ ໃຫ້ກາຍເປັນຂະບວນການຂອງມະຫາຊົນຢ່າງກວ້າງຂວາງ, ໄປຄຽງຄູ່ກັບການອອກແຮງງານ, ອະນາໄມ ແລະ ປະດັບປະດາສະຖານທີ່ໃຫ້ມີຄວາມສະອາດ, ຈົບງາມ ບົນພື້ນຖານປະຕິບັດຕາມນະໂຍບາຍປະຢັດ; ສ້າງຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ປະຕິບັດບັນດາຄຳຂວັນ, ຂໍ້ແຂ່ງຂັນ ຂອງບັນດາໜ່ວຍພັກກະຊວງແຜນການ ແລະ ການລົງທຶນ ແລະ ບັນດາ 3 ອົງການຈັດຕັ້ງມະຫາຊົນ; ສ້າງຄວາມສາມັກຄີພາຍໃນກົມກອງ ກຜທ, ສົ່ງເສີມຄວາມຄິດສ້າງສັນ ແລະ ນະວັດຕະກໍາພາຍໃນກະຊວງ ຕາມແນວທາງການປ່ຽນແປງໃໝ່ຂອງພັກ, ປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວ ກຜທ ເປັນເຈົ້າການໃນການປະຕິບັດພາລະບົດບາດຂອງຕົນ, ປະຕິບັດລະບຽບ-ກົດໝາຍໃຫ້ມີຄວາມເຂັ້ມງວດ ແລະ ມີຜົນສໍາເລັດ ທັງເປັນບ່ອນອີງອັນໜັກແໜ້ນ ໃຫ້ແກ່ບັນດາໜ່ວຍພັກຮາກຖານ, ຄະນະພັກຮາກຖານ ແລະ 3 ອົງການຈັດຕັ້ງມະຫາຊົນ ໄດ້ສືບຕໍ່ນຳພາການກະກຽມກອງປະຊຸມໃຫຍ່ ໃນໜ່ວຍພັກຂັ້ນຕົນ ໃຫ້ໄດ້ຮັບຜົນສຳເລັດອັນຈົບງາມ ແລະ ທັງສະແດງໃຫ້ເຫັນເຖິງການປະກອບສ່ວນອັນສໍາຄັນຕັ້ງໜ້າຂອງຄະນະພັກ-ຄະນະນໍາຕະຫຼອດຮອດ ພະນັກງານ-ລັດຖະກອນ ໃນ ກຜທ ສືບຕໍ່ເສີມຂະຫຍາຍ ແລະ ເຊີດຊູມານະຈິດປະຕິວັດ ຂອງພະນັກງານຮຸ່ນສືບທອດໃຫ້ສູງຂຶ້ນ, ເຮັດໃຫ້ຂະແໜງ ຜທ ສືບຕໍ່ມີຄວາມເຂັ້ມແຂງ ແລະ ກ້າວໄປຢ່າງບໍ່ຢຸດຢັ້ງ, ພ້ອມກັນຜ່ານຜ່າສິ່ງທ້າທາຍທົດສອບນາໆປະການກ້າວໄປສູ່ຈຸດໝາຍທີ່ພັກເຮົາໄດ້ກໍານົດໄວ້.

ກະຊວງແຜນການ ແລະ ການລົງທຶນ ເປີດບັ້ນແຂ່ງຂັນເພືື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ - 473427136 1165943235219131 8403220843522067149 n 1024x682 - ກະຊວງແຜນການ ແລະ ການລົງທຶນ ເປີດບັ້ນແຂ່ງຂັນເພືື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ

(ຂ່າວ: ກຜທ, ພາບ: ແສງຈັນ)

ກະຊວງແຜນການ ແລະ ການລົງທຶນ ເປີດບັ້ນແຂ່ງຂັນເພືື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ - 3 - ກະຊວງແຜນການ ແລະ ການລົງທຶນ ເປີດບັ້ນແຂ່ງຂັນເພືື່ອຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກຜທ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!