ເມືອງໄຊບູລີ ເກັບກູ້ອາວຸດປືນລ່າສັດປ່າ ຢູ່ 16 ບ້ານ ໄດ້ທັງໝົດ 82 ກະບອກ, ວັດຖຸລະເບີດ ແລະ ໝໍ້ຊັອດໄຟຟ້າ

ເມືອງໄຊບູລີ ເກັບກູ້ອາວຸດປືນລ່າສັດປ່າ ຢູ່ 16 ບ້ານ ໄດ້ທັງໝົດ 82 ກະບອກ, ວັດຖຸລະເບີດ ແລະ ໝໍ້ຊັອດໄຟຟ້າ - 473729352 1160861065789120 8320196420876706570 n - ເມືອງໄຊບູລີ ເກັບກູ້ອາວຸດປືນລ່າສັດປ່າ ຢູ່ 16 ບ້ານ ໄດ້ທັງໝົດ 82 ກະບອກ, ວັດຖຸລະເບີດ ແລະ ໝໍ້ຊັອດໄຟຟ້າ
ເມືອງໄຊບູລີ ເກັບກູ້ອາວຸດປືນລ່າສັດປ່າ ຢູ່ 16 ບ້ານ ໄດ້ທັງໝົດ 82 ກະບອກ, ວັດຖຸລະເບີດ ແລະ ໝໍ້ຊັອດໄຟຟ້າ - kitchen vibe - ເມືອງໄຊບູລີ ເກັບກູ້ອາວຸດປືນລ່າສັດປ່າ ຢູ່ 16 ບ້ານ ໄດ້ທັງໝົດ 82 ກະບອກ, ວັດຖຸລະເບີດ ແລະ ໝໍ້ຊັອດໄຟຟ້າ

ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ ລາຍງານວ່າ:ວັນທີ 12 ມັງກອນ 2025 ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ ທັງເປັນປະທານປ້ອງກັນຊາດປ້ອງກັນຄວາມສະຫງົບຂັ້ນເມືອງ ໄດ້ໃຫ້ສໍາພາດຕໍ່ຜູ້ສີ່ຂ່າວເມືອງໄຊບູລີ ວ່າ: ຜ່ານການຈັດຕັ້ງປະຕິບັດການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານເກັບກູ້ອາວຸດປືນເສິກ, ປືນລ່າເນື້ອ ແລະ ວັດຖຸລະເບີດ ຢູ່ເມືອງໄຊບູລີ ໃນທ້າຍປີ 2024 ຫາ ເດືອນ ມັງກອນ 2025 ສາມາດເກັບກູ້ອາວຸດປືນ ໄດ້ທັງໝົດ 82 ກະບອກ.

ໃນນີ້, ປະເພດປືນແກັບ 58 ກະບອກ, ປືນອັດລົມ 10 ກະບອກ, ປືນລູກຊອງ 1 ກະບອກ ພ້ອມລູກກະສູນ 1 ລູກ, ປືນເສິກ ( CKC) 1 ກະບອກ, ປືນສັ້ນ 5 ກະບອກ, ປືນ AK ຈຳນວນ 2 ກະບອກ, ປືນ K59 ຈໍານວນ 2 ກະບອກ ພ້ອມດ້ວຍ ລູກປືນ 16 ລູກ, ປືນ 7.65 ຈໍານວນ 1 ກະບອກ ພ້ອມລູກ 7 ລູກ, ປືນ T77 ມີ 2 ກະບອກ ພ້ອມລູກ 21 ລູກ ແລະ ໜໍ້ຊັອດໄຟຟ້າ ( ສັດນໍ້າ) 3 ໜ່ວຍ, ວັດຖຸລະເບີດ M 18 1 ໜ່ວຍ, ໝາກແຕກລົມ 2 ໜ່ວຍ.

ເມືອງໄຊບູລີ ເກັບກູ້ອາວຸດປືນລ່າສັດປ່າ ຢູ່ 16 ບ້ານ ໄດ້ທັງໝົດ 82 ກະບອກ, ວັດຖຸລະເບີດ ແລະ ໝໍ້ຊັອດໄຟຟ້າ - Visit Laos Visit SALANA BOUTIQUE HOTEL - ເມືອງໄຊບູລີ ເກັບກູ້ອາວຸດປືນລ່າສັດປ່າ ຢູ່ 16 ບ້ານ ໄດ້ທັງໝົດ 82 ກະບອກ, ວັດຖຸລະເບີດ ແລະ ໝໍ້ຊັອດໄຟຟ້າ

ຈໍານວນກຸ່ມ ທີ່ເກັບກູ້ອາວຸດປືນເສິກ, ປືນລ່າເນື້ອ ແລະ ວັດຖຸລະເບີດ ຢູ່ 16 ບ້ານ ຂອງເມືອງ ໄຊຍະບູລີ ແຂວງໄຊຍະບູລີ ແລະ ຍັງຢູ່ໃນຂັ້ນຕອນຈັດຕັ້ງປະຕິບັດແຕ່ບໍ່ທັນສໍາເລັດ ມີ 36 ບ້ານ ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ພວມເອົາໃຈເກັບກູ້ ແລະ ຈະສືບຕໍ່ ຈົນກວ່າຈະສໍາເລັດຕາມແຜນການທີ່ວາງໄວ້.

ທີ່ມາ: ວິທະຍຸກະຈາຍສຽງ ສະຫວັນນະເຂດ

ເມືອງໄຊບູລີ ເກັບກູ້ອາວຸດປືນລ່າສັດປ່າ ຢູ່ 16 ບ້ານ ໄດ້ທັງໝົດ 82 ກະບອກ, ວັດຖຸລະເບີດ ແລະ ໝໍ້ຊັອດໄຟຟ້າ - 4 - ເມືອງໄຊບູລີ ເກັບກູ້ອາວຸດປືນລ່າສັດປ່າ ຢູ່ 16 ບ້ານ ໄດ້ທັງໝົດ 82 ກະບອກ, ວັດຖຸລະເບີດ ແລະ ໝໍ້ຊັອດໄຟຟ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!