ສະມາຄົມນັກຂ່າວແຫ່ງປະເທດຈີນຢ້ຽມຢາມເຂດພັດທະນາກວມລວມໄຊເສດຖາ

ໃນໂອກາດການຢ້ຽມຢາມລາວ, ໃນວັນທີ 27 ພະຈິກນີ້, ຄະນະສະມາຄົມນັກຂ່າວແຫ່ງ ປະເທດຈີນ ຊຶ່ງນຳໂດຍທ່ານ ຢາງ ບາຍຊິນ ເລຂາທິການຂອງ ສະມາຄົມດັ່ງກ່າວ, ໄດ້ເຄື່ອນ ໄຫວຢ້ຽມຢາມເຂດພັດທະນາ ກວມລວມໄຊເສດຖາ ຢູ່ໃນນະ ຄອນຫລວງວຽງຈັນ ເພື່ອສຶກ ສາຂໍ້ມູນ ແລະ ໂອກາດທາງດ້ານ ການລົງທຶນເພື່ອນຳໄປໂຄສະ ນາເຜີຍແຜ່ໃຫ້ນັກລົງທຶນຈີນ ເຂົ້າມາລົງທຶນ ຢູ່ ສປປ ລາວ, ໃຫ້ ຫລາຍຂຶ້ນໂດຍສະເພາະຢູ່ໃນ ເຂດພັດທະນາກວມລວມໄຊເສດ ຖາເພື່ອປະກອບສ່ວນເຂົ້າ ໃນ ການສົ່ງເສີມ ແລະ ຮັດແໜ້ນສາຍ ພົວພັນມິດຕະພາບ ອັນເປັນມູນ ເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດ ຮອບດ້ານລະຫວ່າງສອງປະ ເທດໃຫ້ກ້າວສູ່ລວງເລິກ.
+ ສະມາຄົມນັກທຸລະກິດໜຸ່ມ ແຂວງຈຳປາສັກມອບອຸປະກອນການແພດໃຫ້ໂຮງໝໍ 100 ລ້ານກີບ
+ ສະມາຄົມນັກຂ່າວລາວ ແລະ ນະຄອນເຊີນເຈີນຮ່ວມແລກປ່ຽນບົດຮຽນ
ໃນລະຫວ່າງການຢ້ຽມ ຢາມ, ທ່ານ ຂຽງຄຳ ພຸດຈັນທະ ວົງສາ ຮອງຜູ້ອຳນວຍການບໍ ລິສັດຮ່ວມທຶນ-ລາວຈີນ ກ່າວ ວ່າ: ເຂດພັດທະນາກວມລວມ ໄຊເສດຖາ, ເຊິ່ງເປັນການລົງ ທຶນ ຮ່ວມກັນລະຫວ່າງ ກຸ່ມບໍລິສັດກໍ່ ສ້າງ ແລະ ລົງທຶນແຂວງຢຸນ ນານຫຸ້ນສ່ວນ (ຖືຮຸ້ນ 75%) ແລະ ອົງການປົກຄອງນະຄອນ ຫລວງວຽງຈັນ (ຖືຮຸ້ນ 25%), ເປັນສູນກາງແຫ່ງອາຊຽນ ແລະ ສູນກາງແຫ່ງການລົງທຶນ, ມີ ຄວາມຍິນດີຕ້ອນຮັບບັນດາບໍ ລິສັດ ແລະ ວິສາຫະກິດຈາກ ທຸກໆ ປະເທດເຂົ້າມາລົງທຶນຢູ່ ໃນເຂດພັດທະນາແຫ່ງນີ້ ແລະ ຮ່ວມມືກັນພັດທະນາ ເພື່ອສ້າງ ອະນາຄົດທີ່ດີຮ່ວມກັນ.
ເຂດພັດທະນາກວມລວມໄຊເສດຖາ ຕັ້ງຢູ່ຫ່າງຈາກຕົວ ເມືອງພຽງ 17 ກິໂລແມັດ ແລະ ມີເນື້ອທີ່ທັງໝົດ 1.149 ເຮັກ ຕາ. ແຜນພັດທະນາຂອງເຂດ ດັ່ງກ່າວແມ່ນສ້າງ “ໜຶ່ງຕົວ ເມືອງ ສີ່ເຂດ” ຄື: ຕົວເມືອງໃໝ່ ອຸດສາຫະກຳນິເວດນະຄອນ ຫລວງວຽງຈັນ, ເຂດຮັບຮອງ ຂະແໜງອຸດສາຫະກຳທີ່ໂດດ ເດັ່ນຂອງແຜນຍຸດທະສາດ ‘ເສັ້ນ ທາງສາຍໄໝ’, ເຂດຮ່ວມມືພັດ ທະນາຕົວແບບລາວ-ຈີນ, ເຂດ ໃຈກາງຕົວເມືອງໃໝ່ນະຄອນ ຫລວງວຽງຈັນ ແລະ ເຂດທີ່ ພັກອາໄສທີ່ປະສານກົມກຽວ ກັບສະພາບແວດລ້ອມເອື້ອອຳ ນວຍ. ຈຸດເດັ່ນຂອງເຂດພັດທະ ນາແຫ່ງນີ້ ແມ່ນສາມາດສະ ໜອງການບໍລິການຜ່ານປະຕູ ດຽວ, ການສະໜັບສະໜູນນະ ໂຍບາຍພິເສດຈາກສອງລັດຖະບານລາວ-ຈີນ, ການໄດ້ປຽບ ທາງດ້ານທີ່ຕັ້ງ ແລະ ນະໂຍ ບາຍດ້ານການຄ້າຕ່າງໆ ເນື່ອງ ຈາກວ່າ ສປປ ລາວ ເປັນສະ ມາຊິກເຂດການຄ້າເສລີອາຊຽນ ສະນັ້ນ, ຜະລິດຕະພັນ ແລະ ສິນຄ້າຕ່າງໆທີ່ສົ່ງອອກໄປປະ ເທດສະມາຊິກເຂດການຄ້າເສ ລີອາຊຽນ ແມ່ນຍົກເວັ້ນພາສີ 0%. ນອກຈາກນັ້ນ, ການຈະ ລາຈອນແມ່ນສະດວກສະບາຍ ເພາະເຂດພັດທະນາຕັ້ງຢູ່ໃກ້ ເສັ້ນທາງຫລວງ 450 ປີ, ເສັ້ນ ທາງເລກທີ 13 ໃຕ້ ແລະ ໃກ້ ກັບເສັ້ນທາງລົດໄຟ ລາວ-ຈີນ ທີ່ກຳລັງດຳເນີນການກໍ່ສ້າງ, ຫ່າງຈາກຂົວມິດຕະພາບ ລາວ- ໄທແຫ່ງທີ 1 ປະມານ 15 ກິໂລ ແມັດ ແລະ ຫ່າງຈາກສະໜາມ ບິນສາກົນວັດໄຕ 19 ກິໂລແມັດ, ພິເສດແມ່ນເຂດພັດທະນາດັ່ງ ກ່າວ ຫ່າງຈາກສະຖາ ນີຂົນສົ່ງ ສິນຄ້າເສັ້ນທາງລົດໄຟລາວ-ຈີນ ພຽງແຕ່ 1 ກິໂລແມັດ, ຊຶ່ງຈະ ເຮັດໃຫ້ການຂົນສົ່ງມີຄວາມສະດວກ ແລະ ມີຕົ້ນທຶນຕ່ຳ.
ປັດຈຸບັນ, ມີ 40 ກວ່າບໍລິ ສັດທີ່ເຂົ້າມາເຊັນສັນຍາ, ສ່ວນ ໃຫຍ່ເປັນນັກລົງທຶນຈີນ ເພື່ອມາ ລົງທຶນຢູ່ເຂດພັດທະນາກວມ ລວມໄຊເສດຖາ, ໃນນັ້ນມີ 6 ບໍ ລິສັດໄດ້ດຳເນີນການຜະລິດ ໄປ ແລ້ວ, 4 ບໍລິສັດພວມດຳເນີນ ການກໍ່ສ້າງ ແລະ ສ່ວນທີ່ເຫລືອ ກຳລັງສຶກສາຄວາມເປັນໄປ ໄດ້ ເຊິ່ງການລົງທຶນລວມມີຂະ ແໜງພະລັງງານ, ກະສິກຳ, ກົນ ຈັກ ແລະ ການຜະລິດອື່ນໆ.