ອົງການຈັດຕັ້ງສາກົນລົງຕິດຕາມການ ກວດກູ້ແລະທຳລາຍ ລະເບີດທີ່ຕົກຄ້າງ ຂອງກອງ 58 ຢູ່ເມືອງກາສີ ແຂວງ ວຽງຈັນ

ວັນທີ 15 ມັງກອນ 2025, ທ່ານ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ລວມມີທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນາລັດ ເກົາຫລີ, ອົງການກອຍກາ ປະຈຳ ສປປ ລາວ, ອົງການສະຫະປະຊາຊາດເພື່ອການພັດທະນາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາຕິດຕາມການເຄື່ອນໄຫວວຽກງານ ການປະຕິບັດງານການທຳລາຍລະເບີດ ຂອງກອງກວດກູ້ລະເບີດເພື່ອມະນຸດສະທຳທອງທັບ (ກອງ 58) ຢູ່ພາກສະໜາມບ້ານຫົວເມືອງ, ເມືອງກາສີ, ແຂວງວຽງຈັນ.
ທ່ານ ພັນໂທ ພອນແກ້ວ ອໍລະດົມ ຫົວໜ້າກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ ໄດ້ລາຍງານຫຍໍ້ ກ່ຽວກັບການປະຕິບັດວຽກງານ ສໍາຫຼວດ, ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ, ເຊິ່ງຕາມການກວດກາເນື້ອທີ່ເບື້ອງຕົ້ນ ຢັ້ງຢືນວ່າ: ບ້ານຫົວເມືອງ, ເມືອງກາສີ, ແຂວງວຽງຈັນ ມີເນື້ອທີ່ໄດ້ຮັບຜົນກະທົບຈາກລະເບີດທີບໍ່ທັນແຕກ (CHA) 488.500 ຕາແມັດ, ສາມາດກວດພົບ ແລະ ທຳລາຍລະເບີດ ຄື: ລະເບີດລູກຫວ່ານ 180ໜ່ວຍ ໃນນັ້ນມີ BLU 26 ຈໍານວນ 173 ໜ່ວຍ, BLU 24 ຈໍານວນ 7 ໜ່ວຍ, ໂບ່ມໃຫຍ່ MK81 250ປອນ 2 ໜ່ວຍ, MK82 500ປອນ 1 ໜ່ວຍ, ແລະ ລະເບີດຊະນິດອື່ນໆ 90 ໜ່ວຍ ເຊີ່ງສາມາດກວດກູ້ ແລະ ປົດປ່ອຍພື້ນທີ່ທີ່ປອດໄພໄດ້ແລ້ວ304,920 ຕາແມັດ.
ພ້ອມນີ້ທາງຄະນະ ໄດ້ຕິດຕາມເບິ່ງການເຮັດວຽກຢູ່ພາກສະໜາມ, ຟັງຂັ້ນຕອນ ວິທີການຕ່າງໆໃນການທຳລາຍລະເບີດ ຂອງຄະນະວິຊາການກອງກວດກູ້ລະເບີດເພື່ອມະນຸດສະທຳທອງທັບ ເພື່ອເຮັດໃຫ້ປະເທດຜູ້ໃຫ້ທຶນ ຮັບຮູ້ ແລະ ເຂົ້າໃຈສະພາບບັນຫາການຕົກຄ້າງຂອງລະເບີດຢູ່ທ້ອງຖິ່ນ ແນໃສ່ການລະດົມຂົນຂວາຍທຶນຊ່ວຍເຫລືອຈາກອົງການຮ່ວມມືສາກົນ ໂດຍສະເພາະ ອົງການກອຍກາ ກໍ່ຄື ລັດຖະບານ ສ. ເກົາຫລີ ເຂົ້າໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ເພື່ອສືບຕໍ່ໃຫ້ການຊ່ວຍເຫລືອຕື່ມອີກ ເປັນການປະກອບສ່ວນອັນສຳຄັນເຂົ້າໃນການຈດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕື່ມອີກ.
ທີ່ມາ: ວິທະຍຸກະຈາຍສຽງກອງທັບ