ດ່ານກວດກາຈັບຄວາມໄວ ບໍ່ແມ່ນມີໄວ້ໃຫ້ລະເມີດ ແລະ ສວຍໂອກາດ

ໂດຍ: ຜາຕຸງ
ກ່ອນອື່ນຜູ້ຂຽນຕ້ອງຂໍອະໄພນຳແທ້ໆຫາກວ່າເລື່ອງທີ່ ຢິບຍົກມາເວົ້ານີ້ອາດໄປແຕະຕ້ອງເຖິງພາກສ່ວນໃດພາກສ່ວນໜຶ່ງ ຫຼື ອາດຫຼາຍພາກສ່ວນກໍ່ເປັນໄດ້, ເລື່ອງທີ່ເວົ້ານີ້ບໍ່ແມ່ນເປັນການທັບຖົມໂຈມຕີຜູ້ໃດ, ອົງກອນໃດ ຫຼື ພາກສ່ວນໃດໆທັງສິ້ນ ພຽງແຕ່ເປັນການຢິບຍົກມາເພື່ອແລກປ່ຽນນຳຜູ້ຮູ້ທັງຫຼາຍເພື່ອຄວາມແນ່ໃຈວ່າເໝາະສົມຫຼືບໍ? ເພື່ອເປັນບົດຮຽນໃຫ້ພາກສ່ວນອື່ນ ແຂວງອື່ນເຮັດນຳປະຕິບັດນຳ ເພື່ອນຳລາຍຮັບເຂົ້າພັດທະນາຂະແໜງການຂອງຕົນ ທ້ອງຖິ່ນຕົນ,ຖ້າຫາກບໍ່ເໝາະສົມກໍເພື່ອປັບປຸງປົວແປງແກ້ໄຂບໍ່ໃຫ້ເກີດຂຶ້ນ.
ຜ່ານມາກໍ ເຫັັນແຕ່ຂ່າວທີ່ເຂົາໂພສອອກທາງສື່ສັງຄົມອອນລາຍ (ທາງເຟສບຸກ) ເລື້ອຍໆກ່ຽວກັບການຕັ້ງດ່ານກວດກາລົດລາງພາຫານະທີ່ແລ່ນຕາມຖະໜົນຫົນທາງ ຂອງເຈົ້າໜ້າທີ່ ຈາລະຈອນຢູ່ຕາມທາງເລກທີ 13ໃຕ້ ກໍບໍ່ຄິດວ່າຊິເປັນດັ່ງທີ່ເຂົາເວົ້າມາ ແຕ່ໃນຕົວຈິງແລ້ວກໍແມ່ນຕາມຄວາມເຂົາອອກຂ່າວແທ້, ວັນທີ 8 ມັງກອນ 2025 ຜູ້ຂຽນໄດ້ມີໂອກາດເດີນທາງໄປຢ້ຽມຢາມພີ່ນ້ອງຢູ່ທາງແຂວງໄຊສົມບູນ ໂດຍຜ່ານເສັ້ນທາງ13ໃຕ້ ພໍລົດແລ່ນໄປຮອດບໍລິເວນເຂດໜອງ ໝາກຈັບ ເມືອງທ່ພະບາດ ເຊື່ອມຕໍ່ເມືອງປາກຊັນ ແຖບນັ້ນເປັນທາງຊື່ແດ່ເຫັນລົດແຕ່ລະຄັນທັງລົດໂດຍສານ ທັງລົດສ່ວນຕົວ ທັງຄົນລາວ ແລະ ຄົນຕ່າງປະເທດ ຕ່າງກໍພາກັນແລ່ນດ້ວຍຄວາມໄວອ່າວສູງແດ່ ບໍ່ຕ່ຳກວ່າ 90ກິໂລແມັດ/ຊົ່ວໂມງພຸ້ນລະ ໜ້ອຍບໍ່ນານກໍພາກັນຜ່ອນຄວາມໄວ ແລະ ຈອດໃນທີ່ສຸດເມື່ອຖືກເຈົ້າໜ້າທີ່ ສົ່ງສັນຍານໃຫ້ຈອດເພື່ອກວດກາເອກະສານລົດ ແລະ ກ່າວ ເຕືອນຜູ້ຂັບຂີ່ໃຫ້ປະຕິບັດຖືກຕ້ອງຕາມລະບຽບການສັນຈອດ.
ຈາກການສອບຖາມຫຼາຍຄົນໃນມື້ນັ້ນ ພໍສະຫຼຸບໄດ້ວ່າ ລົດເກືອບທຸກຄັນ ທີ່ແລ່ນຜ່ານຈຸດນີ້ລ້ວນແຕ່ຖືກຮ້ອງໃຫ້ຈອດເພື່ອກວດກາເອກະະສານ (ນີ້ແມ່ນເລື່ອງປົກກະຕິທີ່ບໍ່ປະຕິເສດໄດ້) ແລະ ແນ່ນອນວ່າເມື່ອເອກະສານລົດບໍ່ຄົບຖ້ວນ ບວກໃສ່ແລ່ນໄວເກີນກຳນົດແດ່ ກໍຕ້ອງຖືກປັບໃໝຕາມລະບຽບ ແລະ ການເສຍຄ່າປັບໃໝຈະບໍ່ຄືກັນ (ສະເພາະມື້ນັ້ນ ບາງຄັນບໍ່ມັກຢາກ ກໍເສຍໄປ 100,000ກີບ ແລະ ສູງສຸດ ກໍ 200,000-250,000ກີບ) ຕາມແຕ່ລະກໍລະນີແຕກຕ່າງກັນໄປ ແຕ່ສ່ວນຫຼາຍແລ້ວເຫັນເພິ່ນເສຍ 100,000ກີບ.
ຫຼາຍຄົນເຂົ້າໃຈວ່າໃນມື້ໜຶ່ງດ່ານນີ້ຈະມີລາຍຮັບຈາກການປັບໃໝຫຼາຍລ້ານກີບ ແລະ ໃນເດືອນໜຶ່ງກໍມີຫຼາຍຮ້ອຍລ້ານກີບ, ແລ້ວຖ້ານຳເອົາເງິນທີ່ໄດ້ຈາກການປັບໃໝນີ້ໄປເຂົ້າງົບປະມານຂອງລັດກໍຈະເປັນທຶນຮອນບໍ່ໜ້ອຍໃນພັດທະນາສດຖະກິດຂອງແຂວງ ຫຼື ນຳໄປເຂົ້າໃນກອງທຶນ ພັດທະນາທາງຫລວງແຫ່ງຊາດກໍຄົງປະຢັດລາຍຈ່າຍຊ່ວຍພາກລັດໄດ້ປີລະຫລາຍລ້ານ ແລະ ນຳເອົາເງິນທີ່ໄດ້ຈາກການປັບໃໝນີ້ໄປປັບປຸງປົວແປງເສັ້ນທາງພາຍໃນແຂວງກໍຈະຊ່ວຍໄດ້ໃນລະດັບດີສົມຄວນ, ກົງກັນຂ້າມສົມມຸດວ່າຖ້າຫາກລາຍຮັບຈຳນວນນີ້ຕົກເຂົ້າສູ່ບຸກຄົນແລ້ວມັນຈະເປັນແນວໃດ ແນ່ນອນກໍຈະບໍ່ເກີດປະໂຫຍດຫຍັງຕໍ່ປະເທດຊາດບ້ານເມືອງ.
ການຕັ້ງດ່ານກວດກາ ແລະ ຈັບຄວາມໄວລົດຄືແນວນີ້ກໍຫາກເປັນການດີ ເພາະເຈົ້າໜ້າທີ່ເພິ່ນຈະໄດ້ກວດທາດເຫຼົ້າ, ບາງດ່ານກໍກວດເຄື່ອງທີ່ບໍ່ຖືກຕ້ອງເວົ້າງ່າຍໆກໍແມ່ນເຄື່ອງຂອງຜິດກົດໝາຍ ບາງດ່ານກໍກວດຈັບຄວາມໄວໃນການແລ່ນລົດ ແລະ ກວດກາອື່ນໆອີກຫຼາຍຢ່າງ ທັງໝົດນັ້ນຢ່າງໜ້ອຍກໍເຮັດໃຫ້ຜູ້ຂັບຂີ່ຍວດຍານພາຫະນະມີສະຕິລະວັງຕົວ ລະມັດລະວັງຫຼຸດຜ່ອນຄວາມ ໄວຂອງລົດລົງເພື່ອໃຫ້ມີຄວາມປອດໄພທັງຜູ້ຂັບ ແລະ ຜູ້ຄົນທີ່ສັນຈອນໄປມາ, ຊ່ວຍເຮັດໃຫ້ການຄ້າ ການຂາຍດຳເນີນໄປຢ່າງຖືກຕ້ອງຕາມລະບຽບກົດໝາຍ ແຕ່ການຕັ້ງດ່ານກໍຄວນມີລັກສະນະແບບຖາວອນ, ຢູ່ໃກ້ເຂດຊຸມຊົນແດ່ກໍເປັນການດີ, ເພາະການຕັ້ງດ່ານກວດກາມີສ່ວນສຳຄັນໃນການຊ່ວຍຮັກສາໄດ້ຄວາມສະຫງົບປອດໄພຂອງສັງຄົມກໍຄືຄວາມສະຫງົບຄວາມປອດໄພຂອງຜູ້ເດີນທາງ, ຜູ້ຄົນໃນຊຸມຊົນໃກ້ຄຽງ ແລະ ປະເທດຊາດ, ດັ່ງນັ້ນຈຶ່ງຮຽກຜູ້ຂັບຂີ່ແຕ່ລະຄົນແຕ່ລະທ່ານຈົ່ງປະຕິບັດຕາມລະບຽບກົດໝາຍບ້ານເມືອງຢ່າງເຂັ້ມງວດໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຄວາມປອດໄພຂອງທ່ານເອງ ແລະຄົນໃນຊຸມຊົນ.