ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ

ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ - 474056473 1169679648501183 8678507939427993990 n - ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ
ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ - kitchen vibe - ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ

ໃນໂອກາດທີ່ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ທີ່ ລັງກາວີ ມາເລເຊຍ ໃນລະຫວ່າງວັນທີ 18 -19 ມັງກອນ 2025, ໃນວັນທີ 18 ມັງກອນ ນີ້ ທ່ານ ທອງສະຫວັນ ພົມວິຫານ ໄດ້ພົບປະສອງຝ່າຍກັບ ທ່ານ ດາໂຕະ ເອຣີວັນ ເປຮິນ ຢູຊົບ (H.E. Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງ ປະເທດ ຜູ້ທີ II ແຫ່ງ ບຣູໄນ ດາຣູຊາລາມ ຊຶ່ງສອງຝ່າຍຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕະຫຼອດໄລຍະ 3 ທົດສະວັດ ທີ່ຜ່ານມາ ແລະ ໄດ້ຍົກລະດັບການພົວພັນທາງການທູດ ມາເປັນ ຄູ່ຮ່ວມຍຸດທະສາດ ໃນປີ 2023 ໂດຍສະແດງອອກໃນການແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ເປັນຕົ້ນແມ່ນ ການຢ້ຽມຢາມທາງລັດຖະກິດ ຢູ່ ບຣູໄນ ດາຣູຊາລາມ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນປີ 2022 ແລະ ການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມ ໃນປີ 2023 ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ຄົບຮອບ 30 ປີ.

ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຊຸກຍູ້ການພັດທະນາການຮ່ວມມືທາງດ້ານເສດຖະກິດ ແນໃສ່ຊຸກຍູ້ມູນຄ່າທາງການຄ້າ ແລະ ການລົງທຶນຂອງສອງປະເທດ, ພິເສດ ແມ່ນການຮ່ວມມືໃນຂົງເຂດກະສິກຳ ແລະ ພະລັງງານສະອາດ.

ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ - Visit Laos Visit SALANA BOUTIQUE HOTEL - ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ
ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ - Visit Laos Visit SALANA BOUTIQUE HOTEL - ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ

ນອກຈາກນັ້ນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕີລາ ຄາສູງຕໍ່ຜົນສຳເລັດຂອງກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JCBC) ລາວ-ບຣູໄນ ຄັ້ງທີ 4 ທີ່ໄດ້ຈັດຂຶ້ນໃນເດືອນສິງຫາ 2024 ທີ່ຜ່ານມາ ຢູ່ ສປປ ລາວ ໂດຍການເປັນປະທານຮ່ວມຂອງສອງລັດຖະມົນຕີກະຊວງຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນຂອງຝ່າຍລາວ ໃນການສືບຕໍ່ຊຸກຍູ້ສົ່ງ ເສີມຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດບັນດາຜົນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຜົນຂອງກອງປະຊຸມ JCBC ດັ່ງກ່າວ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງໃກ້ຊິດຂອງສອງຝ່າຍໃນຂອບການຮ່ວມມືອາຊຽນ ຊຶ່ງຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈໄປຍັງ ລັດຖະ ບານ ແລະ ປະຊາຊົນ ບຣູ ໄນ ດາຣູຊາລາມ ຕໍ່ການສະໜັບສະໜູນການເປັນປະທານອາ ຊຽນ 2024 ຂອງ ສປປ ລາວ, ລວມທັງການຊ່ວຍເຫຼືອ ສປປ ລາວ ໃນຂະແໜງການພັດທະນາຊັບພະຍາກອນມະນຸດ ໃນໄລຍະຜ່ານມາ.

ໃນມື້ດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ມີການພົບປະສອງຝ່າຍກັບ ທ່ານ ແອນຣິເກ ເອ. ມານາໂລ (Enrique A. Manalo) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຟີລິບປິນຊຶ່ງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ຕະຫຼອດໄລຍະ 70 ປີ ນັບແຕ່ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 14 ມັງກອນ 1955 ຊຶ່ງຕະຫຼອດໄລຍະ 7 ທົດສະວັດ ທີ່ຜ່ານມາ, ການພົວພັນ ແລະ ການຮ່ວມມືຂອງສອງປະເທດໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.

ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ - 473899445 1169679718501176 8522546288999235773 n 1 1024x683 - ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ

ພ້ອມດຽວກັນນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ຟີລິບປິນ ແລະ ການເປັນປະທານຮ່ວມໃນກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JCBC) ລາວ-ຟີລິບປິນ ຄັ້ງທີ 2 ໃນລະຫວ່າງວັນທີ 3-4 ສິງຫາ 2023 ຜ່ານມາ ທີ່ ນະຄອນ ຫຼວງວຽງຈັນ. ສອງຝ່າຍ ຍັງໄດ້ເຫັນດີເຫັນເປັນເອກະພາບໃນການປະສານສົມທົບກັນຢ່າງໃກ້ຊິດຕໍ່ການຈັດຕັ້ງປະຕິບັດບັນດາກິດຈະກໍາສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ຄົບຮອບ 70 ປີ, ການຈັດກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ຄັ້ງທີ 3 ທີ່ຝ່າຍຟີລິບປິນຈະເປັນເຈົ້າພາບພາຍໃນປີ 2025 ນີ້, ລວມທັງສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງກະສິກໍາ-ປ່າໄມ້ ແລະ ວຽກງານປ້ອງກັນຊາດ, ກໍຄືການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ການບັນເທົາທຸກຈາກໄພພິບັດທໍາມະຊາດ (HA/DR).

ໃນຕອນທ້າຍ, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ໄປຍັງ ລັດຖະບານ ແລະ ປະຊາຊົນຟິລິບປິນ ທີ່ໄດ້ໃຫ້ການສະໜັບສະໜູນສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ.

(ຂ່າວ-ພາບ: ກຕທ)

ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ - 3 - ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ
ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ - 5 - ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ
ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ - 4 - ລມຕ ກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດສະມາຊິກອາຊຽນ ທີ່ ມາເລເຊຍ