ໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງສູ່ເຂດຜະລິດບ້ານກິ່ວດອກແຄ ເມືອງໂພນທອງສຳເລັດແລ້ວ

ພິທີມອບ-ຮັບ ແລະ ເປີດ ນຳໃຊ້ໂຄງການປັບປຸງແລະຂະຫຍາຍເສັ້ນທາງສູ່ເຂດຜະລິດ ບ້ານ ກິ່ວດອກແຄ, ເມືອງໂພນ ທອງ ແຂວງຫລວງພະບາງ, ໄດ້ມີຂຶ້ນໃນວັນທີ 24 ພະຈິກນີ້, ໂດຍການເຂົ້າຮ່ວມຂອງທ່ານ ສົມມາລີ ຄໍາເກັ່ງ ເຈົ້າເມືອງ ໂພນ ທອງ ແລະ ທ່ານຫົວໜ້າປະສານງານໂຄງການ ທລຍ ປະຈໍາ ເມືອງດັ່ງກ່າວ.
+ ໂຄງການລົດໄຟລາວ-ຈີນຄືບໜ້າຕາມແຜນ
+ ຫາລືການຈັດຕັ້ງປະຕິບັດໂຄງການສົ່ງເສີມການຈ້າງງານໃນຊົນນະບົດຂອງລາວ
ໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງສູ່ເຂດຜະ ລິດຂອງບ້ານກິ່ວດອກແຄ, ມີ ຄວາມຍາວ 5,5 ກິໂລແມັດ, ກວ້າງ 3,5 ແມັດ, ຊຶ່ງໄດ້ເລີ່ມລົງ ມື້ກໍ່ສ້າງມາແຕ່ວັນທີ25 ພຶດ ສະພາ 2107 ເປັນຕົ້ນມາ, ລວມມູນຄ່າທັງໝົດຫລາຍກວ່າ 320 ລ້ານກີບ, ໃນນັ້ນ ທຶນ ທລຍ 316 ລ້ານກີບ, ທຶນປະກອບສ່ວນ ຂອງຊຸມຊົນ 10 ລ້ານກວ່າກີບ. ບ້ານກິ່ວດອກແຄ, ຕັ້ງຢູ່ຫ່າງ ຈາກເທດສະບານເມືອງໄປ ທາງທິດໃຕ້ປະມານ 31 ກິ ໂລ ແມັດ, ເປັນບ້ານຊົນເຜົ່າມົ່ງ, ມີພົນລະເມືອງ 504 ຄົນຍິງ 228 ຄົນ ແລະ ຍັງມີ ຄອບຄົວ ທຸກຍາກ 7 ຄອບຄົວ, ສ່ວນ ຫຼາຍປະຊາຊົນຢຶດເອົາການ ປູກຟັງ ແລະ ລ້ຽງສັດໃຫຍ່ ເປັນອາຊີບ, ເສັ້ນທາງດັ່ງກ່າວ ຈະຊ່ວຍສ້າງຄວາມສະດວກ ໃນການສັນຈອນໄປມາ ແລະ ການແລກປ່ຽນສິນຄ້າກັບຕົວ ເມືອງດີຂຶ້ນ.