TikTok ຢຸດບໍລິການແລ້ວ ແຕ່ອາດຖືກຜ່ອນຜັນ 90 ມື້ ຫລັງຈາກການຂຶ້ນຮັບຕໍາແໜ່ງປະທານາທິບໍດີຄົນໃໝ່
ສໍານັກຂ່າວ NBC News ຕ່າງປະເທດລາຍງານ ວັນທີ 19 ມັງກອນ 2025 ນີ້ວ່າ: ທ່ານໂດນັລ ທຣໍາ ວ່າທີ່ ປະທານາທິບໍດີ ສະຫະລັດອາເມລິກາ ໃຫ້ສໍາພາດທາງໂທລະສັບ ວ່າ “ມີທ່າອ່ຽງສູງ ທີ່ຈະໃຫ້ TikTok ໄດ້ຮັບການຜ່ອນຜັນໄລຍະເວລາ 90 ມື້ ຈາກການຖືກແບນໃນສະຫະລັດອາເມລິກາ ຫລັງຈາກທີ່ຕົນໄດ້ຂຶ້ນຮັບຕໍາແໜ່ງໃນມື້ວັນຈັນນີ້”
ໃນຂະນະດຽວກັນ TikTok ເລີ່ມຢຸດຕິການໃຫ້ບໍລິການແລ້ວໃນຄືນວັນເສົາ ກ່ອນຮອດມື້ທີ່ຄໍາສັ່ງຈະມີຜົນບັງຄັບໃຊ້ ໂດຍຜູ້ໃຊ້ບໍ່ສາມາດເຂົ້າແອັບໄດ້ ແລະ ໄດ້ຮັບຂໍ້ຄວາມແຈ້ງເຕືນວ່າ “ຂໍອະໄພ TikTok ບໍ່ສາມາດໃຊ້ງານໄດ້ໃນຂະນະນີ້ ກົດໝາຍຫ້າມ TikTok ໄດ້ປະກາດໃຊ້ໃນສະຫະລັດອາເມລິກາ ເຊິ່ງໝາຍຄວາມວ່າທ່ານບໍ່ສາມາດໃຊ້ TikTok ໄດ້ໃນຕອນນີ້”
ນອກຈາກນີ້ແອັບດັ່ງກ່າວຍັງໄດ້ຫາຍຈາກ App Store ຂອງ Apple ແລະ Google Play Store ອີກດ້ວຍ ແລະ ແອັບອື່ນທີ່ຂຶ້ນກັບບໍລິສັດ Bytedance ເຊັ່ນ Capcut ກໍປະກົດຂໍ້ຄວາມລັກສະນະດຽວກັນໃນຄືນວັນເສົາຜ່ານມາ.