ປີ 2024 ປກສ ຫລວງພະບາງ ມີຄະດີຢາເສບຕິດ 157 ເລື່ອງ ຢຶດຢາບ້າໄດ້ 1,100,000 ກວ່າເມັດ

ທ່ານ ພັນເອກ ຄຳເພົາ ເດດບັນດິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ ສື່ມວນຊົນ ປກສ ໃນວັນທີ 16 ມັງກອນ 2025 ຜ່ານມານີ້ວ່າ: ປີ 2024 ສາມາດມ້າງຄະດີຢາເສບຕິດໄດ້ 157 ເລື່ອງ, ຈັບ ຜູ້ຖືກຫາ 264 ຄົນ ຍິງ 26 ຄົນ., ຢຶດຂອງກາງຢາເສບຕິດປະເພດ ຢາເຮໂຣອິນ 71 ແທ່ງ ກັບ 19 ຫໍ່ໃຫຍ່ ນໍ້າໜັກ 48,973 ກິໂລກຣາມ, ຢາບ້າ 1,112,204 ເມັດ, ຢຶດລົດໃຫຍ່ 7 ຄັນ, ລົດຈັກ 71 ຄັນ ແລະ ໂທລະສັບມືຖື ຈໍານວນ 206 ໜ່ວຍ, ຢຶດວັດຖຸ ເງິນ, ຄໍາ ແລະ ວັດຖຸມີຄ່າ ເງິນກີບ ຈໍານວນ 307,813,000 ກີບ, ເງິນ ບາດ 113,540 ບາດ, ເງິນປອນ 590 ປອນ, ເງິນໂດລາ 4,032 ໂດລາ, ສາຍ ຄໍຄໍາ 05 ເສັ້ນ, ສາຍແຂນຄໍາ 02 ເສັ້ນ ແລະ ວັດຖຸມີຄ່າ, ຢາເສບຕິດ ແລະ ອາວຸດ ແລະ ວັດຖຸທາດລະເບີດອີກຈຳນວນຫຼາຍລາຍການ.
ພ້ອມກັນນີ້, ຍັງໄດ້ ຂຶ້ນບັນຊີເປົ້າໝາຍພື້ນທີ່ຫຼ່ໍແຫຼມມີ 12 ຈຸດ ແລະ ສາມາດແກ້ໄຂໄດ້ແລ້ວ 7 ຈຸດ; ຂຶ້ນບັນຊີເປົ້າໝາຍທີ່ພົວພັນຄ້າຂາຍຢາເສບຕິດໃນທົ່ວແຂວງ ມີ 11,257 ເປົ້າໝາຍ, ຍິງ 600 ເປົ້າໝາຍ; ຂຶ້ນບັນຊີເປົ້າໝາຍເສບຢາເສບຕິດ 12,214 ຄົນ, ຍິງ 515 ຄົນ, ໃນນນີ້ ໄດ້ສົ່ງໄປປິ່ນປົວບໍາບັດ ມີ 516 ຄົນ, ປິ່ນປົວດີແລ້ວມອບສົ່ງໃຫ້ຄອບຄົວ 169 ຄົນ, ຍິງ 06 ຄົນ.
ໃນຕໍ່ໜ້າ, ປກສ ແຂວງຫຼວງພະບາງ ຈະສືບຕໍ່ຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບຕິດຕາມແຜນວຽກງານມ້າງລາຍຄະດີໃຫ້ ບັນລຸຜົນສໍາເລັດຕາມຈຸດປະສົງ ໂດຍສະເພາະແມ່ນຈໍານວນເປົ້າໝາຍຄ້າຂາຍທີ່ຍັງມ້າງບໍ່ທັນໄດ້ ໃນໄລຍະຈັດຕັ້ງປະຕິບັດວາລະແຫ່ງຊາດ, ປຸກລະດົມຈິດໃຈທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດພໍ່-ແມ່, ປະຊາຊົນ ໃນສັງຄົມໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມຫຍຸ້ງຍາກ, ສັບສົນ ໃນການແກ້ໄຂບັນຫາຢາເສບຕິດ ທີ່ຍັງລະບາດຢູ່ເປັນວົງກວ້າງ ແລະ ມີທ່າທີ່ຍັງ ຮຸນ ແຮງໃນປັດຈຸບັນ, ສືບຕໍ່ເຮັດໃຫ້ສັງຄົມມີຄວາມສະຫງົບ, ບັນຫາປະກົດການຫຍໍ້ທໍ້ຕ່າງໆ ຫຼຸດລົງ, ສັງຄົມມີຄວາມປອດໄພ ເປັນ ລະບຽບຮຽບຮ້ອຍ ເຊິ່ງຈະເປັນເງື່ອນໄຂໃນການສ້າງສາພັດທະນາເສດທະກິດ, ວັດທະນາທຳ-ສັງຄົມ ກ້າວໄປສູ່ສັງຄົມທີ່ ປອດຢາເສບຕິດໃນທີ່ສຸດ, ເພື່ອສ້າງໃຫ້ແຂວງຫຼວງເປັນເມືອງທີ່ສະຫງົບປອດໄພ ເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໃຫ້ສົມກັບເປັນເມືອງມໍລະດົກໂລກ.
ພາຍ-ຂ່າວ: ກົມສື່ມວນຊົນ ປກສ