ລົດບັນທຸກນໍ້າມັນປີ້ນຂວໍ້າ ຈົນລະເບີດຢູ່ປະເທດໄນຈີເຣຍ ມີຜູ້ເສຍຊີວິດ 77 ຄົນ
January 19, 2025 - 4:46 PM

ສໍານັກຂ່າວ BBC ລາຍງານວັນທີ 18 ມັງກອນ 2025 ເກີດເຫດລົດຂົນນໍ້າມັນປີ້ນຂວໍ້າຢູ່ເມືອງເຊຈູລາ ທາງຕອນເໜືອປະເທດໄນຈີເຣຍ ຫລັງຈາກລົດຂົນນໍ້າມັນປີ້ນຂວໍ້າ ເຮັດໃຫ້ມີນໍ້າມັນຮົ່ວໄຫລ, ປະຊາຊົນເຂດດັ່ງກ່າວພະຍາຍາມເຂົ້າໄປຕັກນໍ້າມັນ ແລະ ເກີດເຫດລະເບີດ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 77 ຄົນ ແລະ ບາດເຈັບ 25 ຄົນ.
ສື່ຂ່າວລາຍງານຕື່ມວ່າ ກ່ອນໜ້ານີ້ໄນຈີເຣຍເຄີຍມີເຫດການລັກສະນະດຽວກັນນີ້ຫລາຍຄັ້ງ ແລະ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຈໍານວນຫລາຍ ເຊິ່ງຫລ້າສຸດເກີດເຫດໃນລັກສະນະດຽວກັນ ເມື່ອເດືອນຕຸລາ 2024 ຜ່ານມາ ໃນະຂະນະທີ່ປະຊາຊົນກໍາລັງຫລັ່ງໄຫລໄປຕັກນໍ້າມັນ ກ່ອນທີ່ຈະເກີດເຫດລະເບີດ ສົ່ງຜົນໃຫ້ມີຜູ້ເສຍຊີວິດເຖິງ 153 ຄົນ.