ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ

ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ - 4265 1 - ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ
ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ - kitchen vibe - ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ

ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 16 ມັງກອນ 2025 ນີ້, ພະແນກກວດກາຄວບຄຸມຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ຮ່ວມກັບກໍາລັງປ້ອງກັນຊາດ- ປ້ອງກັບຄວາມສະຫງົບ ເມືອງພູກູດ ໄດ້ລົງທໍາລາຍສວນຢາຝິ່ນ ທີ່ປະຊາຊົນລັກລອບປູກ ຢູ່ບ້ານພູແຊວ ເມືອງພູກູດ ຈໍານວນ 4 ຕອນ ມີເນື້ອທີ່ທັງໝົດປະມານ 14,100 ກວ່າຕາແມັດ, ດ້ວຍການ ໃຊ້ພ້າຖາງ, ໃຊ້ໄມ້ຟາດ ແລະ ຫລົກຕົ້ນອ່ອນຖີ້ມ ເພື່ອບໍ່ໃຫ້ສາມາດເກັບກ່ຽວ ແລະ ປູກຄືນໄດ້. ພາຍຫລັງທໍາລາຍແລ້ວ ແມ່ນໄດ້ນໍາຕົວຜູ້ລັບລອບປູກຢາຝິ່ນ ມາເຮັດບົດບັນທຶກ ສຶກສາອົບຮົມກ່າວເຕືອນ ພ້ອມທັງຊີ້ແຈງຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາຝິ່ນ ໃຫ້ປະຊາຊົນທີ່ລັກລອບປູກ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.
ການລົງທຳລາຍ ສວນຢາຝິ່ນ ທີ່ປະຊາຊົນລັກລອບປູກ ບ້ານພູແຊວ ຄັ້ງນີ້ ນໍາພາໂດຍ ພັທ ທອງດີ ຈັນທະວອນ ຮອງຫົວໜ້າກອງບັນຊາກອງປ້ອງກັນຄວາມສະຫງົບ ເມືອງພູກູດ ພ້ອມດ້ວຍຄະນະ.

ທີ່ມາ: ຂ່າວ ປກສ ແຂວງຊຽງຂວາງ

ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ - Visit Laos Visit SALANA BOUTIQUE HOTEL - ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ
ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ - Visit Laos Visit SALANA BOUTIQUE HOTEL - ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ
ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ - 5 - ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ
ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ - 3 - ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ
ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ - 4 - ປກສ ເມືອງພູກູດ ແຂວງຊຽງຂວາງ ທໍາລາຍສວນຝິ່ນ 14,100 ກວ່າຕາແມັດ