ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024

ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024 - 474519325 1171297758339372 2779791741912529844 n - ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024
ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024 - kitchen vibe - ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024

ກອງປະຊຸມເປີດກວ້າງປຶກສາຫາລືຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024 ແລະ ກໍານົດທິດທາງແຜນການ ປະຈໍາປີ 2025 ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 20-21 ມັງກອນນີ້ ທີ່ໂຮງແຮມຮໍລິເດອິນ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ, ສະຖາບັນ, ຜູ້ອຳນວຍການລັດວິສາຫະກິດ, ບັນດາພະແນກພະລັງງານບໍ່ແຮ່ ນະຄອນຫຼວງວຽງຈັນ, ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້: ເພື່ອເປັນການຖອດຖອນບົດຮຽນກ່ຽວກັບການພັດທະນາວຽກງານບໍ່ແຮ່, ໂດຍຈະໄດ້ສະຫຼຸບ, ປະເມີນຜົນ ແລະ ຕີລາຄາສະພາບການເຄື່ອນໄຫວວຽກງານບໍ່ແຮ່ ໃນປີ 2024 ທີ່ຜ່ານມາ, ລົງເລິກສະຫຼຸບໃຫ້ເຫັນໄດ້ໝາກຜົນຂອງການປະຕິບັດແຜນການ, ຊອກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສາເຫດ. ໃນນັ້ນ, ພ້ອມກັນຖອດຖອນບົດຮຽນມີດ້ານໃດແດ່ ເພື່ອສ້າງເງື່ອນໄຂໃຫ້ແກ່ການຖອດຖອນບົດຮຽນທີ່ມີລັກສະນະກວມລວມ; ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານສະພາບການປະຕິບັດວຽກງານທໍລະນີສາດ ແລະ ບໍ່ແຮ່ ຂອງແຕ່ລະແຂວງ, ການປະກອບຄໍາເຫັນກ່ຽວກັບການປະສານສົມທົບຈາກບັນດາກົມກອງ ແລະ ພາກສ່ວນຕ່າງໆໃນໄລຍະທີ່ຜ່ານມາ.

ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024 - Visit Laos Visit SALANA BOUTIQUE HOTEL - ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024
ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024 - Visit Laos Visit SALANA BOUTIQUE HOTEL - ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024

ໃນນັ້ນຈະໄດ້ພ້ອມກັນຄົ້ນຄວ້າເພື່ອວາງແຜນການສໍາລັບປີ 2025. ອັນສໍາຄັນແມ່ນການວາງວິທີການ, ມາດຕະການ ເພື່ອແກ້ໄຂຈຸດອ່ອນ, ສິ່ງທີ່ພວກເຮົາເຮັດບໍ່ທັນໄດ້ ເພື່ອພ້ອມກັນປັບປຸງໃຫ້ໜັກແໜ້ນຂຶ້ນ. ກອງປະຊຸມດັ່ງກ່າວຈະສ້າງພື້ນຖານທີ່ສໍາຄັນໃຫ້ແກ່ການປັບປຸງການເຄື່ອນໄຫວຽກງານຂອງພວກເຮົາ, ໂດຍ ສະເພາະແມ່ນແນໃສ່ ເພື່ອໃຫ້ຂະແໜງພະລັງງານ ແລະ ບໍ່ແຮ່ ແຕ່ລະຂັ້ນ ສາມາດເຮັດຫຼ້ອນພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບການພັດທະນາວຽກງານບໍ່ແຮ່ ກໍຄືການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ເວົ້າລວມໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນ.

ທ່ານກ່າວຕື່ມວ່າ: ການຈັດຕັ້ງປະຕິບັດແຜນພັດທະນາວຽກງານຂອງຂະແໜງບໍ່ແຮ່ ໃນປີ 2024 ທີ່ຜ່ານມາ ແມ່ນນອນຢູ່ໃນໄລຍະທີ່ສະພາບການພາກພື້ນ, ສາກົນ ແລະ ພາຍໃນປະເທດໄດ້ມີການຜັນແປຢ່າງສັບສົນ ຊຶ່ງອັນທີ່ພົ້ນເດັ່ນແມ່ນ: ສະພາບຄວາມຫຍຸ້ງຍາກ, ຝືດເຄືອງທາງດ້ານເສດຖະກິດ, ງົບປະມານ-ການເງິນ, ການຖີບຕົວສູງຂຶ້ນຂອງລາຄານໍ້າມັນ, ລາຄາສິນຄ້າຫຼາຍຊະນິດ, ອັດຕາແລກປ່ຽນເງິນຕາ ແລະ ຄວາມຫຍຸ້ງຍາກໃນດ້ານອື່ນໆ.

ສໍາລັບຂະແໜງພະລັງງານ ແລະ ບໍ່ແຮ່ ພວກເຮົາ, ມີແຜນການ, ໂຄງການ, ໜ້າວຽກຈໍານວນໜຶ່ງກໍຖືກຢຸດຊະງັກ, ເກີດຄວາມຊັກຊ້າ, ບໍ່ສາມາດບັນລຸໄດ້ຕາມກໍານົດເວລາ ແລະ ພົບຄວາມຫຍຸ້ງຍາກໃນດ້ານອື່ນໆ. ແຕ່ເຖິງແນວໃດກໍຕາມ, ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ ແລະ ລັດຖະບານ, ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນບວກກັບຄວາມຕັດສິນໃຈ, ຄວາມເປັນເຈົ້າການ, ບຸກບືນສູ້ຊົນ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຂອງຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ກໍາມະກອນໃນທົ່ວຂະແໜງພະລັງງານ ແລະ ບໍ່ແຮ່. ພວກເຮົາກໍສາມາດຍາດໄດ້ຜົນສໍາເລັດທີ່ມີລັກສະນະຕໍ່ເນື່ອງ ແລະ ໜັກ ແໜ້ນ. ຜົນງານທີ່ເປັນພື້ນຖານແມ່ນຂະແໜງການພວກເຮົາສາມາດເຮັດພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ພັກ, ລັດຖະບານ, ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນ ໃນການພັດທະນາວຽກງານຂະແໜງບໍ່ແຮ່ ໄດ້ຢ່າງຖືກຕ້ອງ.

ການພັດທະນາວຽກງານບໍ່ແຮ່ຍັງມີຫຼາຍດ້ານມີລັກສະນະກວມລວມ ໃນຂອບເຂດທົ່ວປະເທດ ຫາກທຽບໃສ່ຄວາມຮຽກຮ້ອງຕ້ອງການ ໃນການພັດທະນາວຽກງານບໍ່ແຮ່ ໃນໄລຍະໃໝ່ແລ້ວ ເຫັນວ່າ: ຄຸນນະພາບ, ປະສິດທິຜົນໃນການເຮັດບົດບາດ ແລະ ໜ້າທີ່ເປັນເສນາທິການ ໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນກ່ຽວກັບການຄຸ້ມຄອງວຽກງານບໍ່ແຮ່ ຍັງບໍ່ສູງ; ການຫັນເອົາກົດໝາຍແຮ່ທາດ ມາສ້າງເປັນລະບຽບການ, ເປັນນິຕິກໍາລຸ່ມກົດໝາຍ ເພື່ອເປັນເຄື່ອງມືນໍາໃຊ້ເຂົ້າໃນການຄຸ້ມຄອງການພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ ຍັງຊັກຊ້າ, ບໍ່ທັນເປັນລະບົບຄົບຊຸດ. ພ້ອມດຽວກັນນີ້, ການເຜີຍແຜ່, ໂຄສະນາເພື່ອສ້າງຄວາມຮັບຮູ້ກ່ຽວກັບເນື້ອໃນກົດໝາຍຍັງເຮັດໄດ້ໜ້ອຍ, ການບັງຄັບໃຊ້ກົດໝາຍ, ລະບຽບການຕ່າງໆທີ່ກ່ຽວຂ້ອງຍັງຂາດຄວາມສັກສິດ.

ສະນັ້ນ, ໃນໄລຍະຜ່ານມາ ຈຶ່ງມີຫຼາຍປະກົດການຫຍໍ້ທໍ້ເກີດຂຶ້ນນັບທັງຢູ່ເບື້ອງລັດເຮົາ ແລະ ເບື້ອງຜູ້ປະກອບການ. ສຳລັບ ຢູ່ເບື້ອງລັດເຮົາ, ເດັ່ນກວ່າໝູ່ກໍແມ່ນການຄົ້ນຄວ້າ, ສຶກສາຂໍ້ມູນບໍ່ຊັດເຈນ, ຮັດກຸມ, ມີການອະນຸມັດໃຫ້ດໍາເນີນການຊະຊາຍ, ບໍ່ສອດ ຄ່ອງກັບກົດໝາຍ, ໃຫ້ດໍາເນີນການ. ເບື້ອງຜູ້ປະກອບການກໍມີຫຼາຍ ເຊັ່ນ: ມີສະພາບການລັກລອບຂຸດຄົ້ນ, ເຊື່ອງອໍາ, ອະນຸມັດຂອບເຂດໜຶ່ງຊໍ້າພັດລາມໄປໃສ່ຂອບເຂດໃໝ່, ການປະຕິບັດສັນຍາ, ພັນທະດ້ານຕ່າງໆບໍ່ຖືກຕ້ອງ, ເຂັ້ມງວດ ແລະ ທັນເວລາ. ສ່ວນຫຼາຍມີແຕ່ຢາກໃຫ້ເບື້ອງລັດປະຕິບັດນະໂຍບາຍຕໍ່ຜູ້ປະກອບການ, ແຕ່ການປະຕິບັດພັນທະຂອງຜູ້ປະກອບການຕໍ່ລັດຊໍ້າພັດບໍ່ຕັ້ງໃຈເຮັດ ແລະ ສະພາບອື່ນໆ.

ທີ່ມາ:​ Lao National Radio

ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024 - 3 - ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024
ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024 - 5 - ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024
ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024 - 4 - ກະຊວງພະລັງງານ ແລະ ບໍ່ແຮ່ ປຶກສາຫາລື ແລະ ທົບທວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ ປະຈຳປີ 2024