ພະນັກງານ-ຫລັກແຫລ່ງອ້ອມຂ້າງອົງຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່ ເຊື່ອມຊຶມວັນຕ້ານການສໍ້ລາດບັງຫລວງສາກົນ

ວັນທີ 15 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ລັດວິສາຫະກິດໄຟຟ້າລາວ, ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ, ໂດຍການເປັນປະທານຂອງ ທ່ານ ຄຳຫຼ້າ ວິຈິດວົງສາ ຄະນະພັກກະຊວງ, ຮອງປະທານກວດກາຄະນະພັກກະຊວງ, ຫົວໜ້າກົມກວດກາ; ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫລວງ, ອົງກາານກວດກາແຫ່ງລັດ, ມີພະນັກງານຫຼັກແຫລ່ງຈາກບັນດາໜ່ວຍພັກຮາກຖານ ແລະ ຄະນະພັກຮາກຖານ ອ້ອມຂ້າງກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ 400 ກວ່າທ່ານ.
ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ອົງກາານກວດກາແຫ່ງລັດ ໄດ້ກ່າວປະຖະກະຖາ ຕໍ່ພິທີວ່າ: ການສໍ້ລາດບັງຫລວງ ແມ່ນອາຊະຍາກຳໜຶ່ງທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງລັດເອກະຊົນ, ສັງຄົມ, ເປັນໄພອັນຕະລາຍທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ບໍ່ວ່າຈະແມ່ນປະເທດນ້ອຍ ຫລື ໃຫຍ່, ທຸກຍາກ ຫລື ຮັ່ງມີ ກໍ່ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ; ການສໍ້ລາດບັງຫລວງໄດ້ກາຍເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບ, ປະສິດທິພາບຂອງການ ຈັດຕັ້ງທັງຂອງລັດ ແລະ ເອກະຊົນ, ພາໃຫ້ເກີດແຕກແຍກ, ບໍ່ທີຄວາມສາມັກຄີ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ບໍ່ມີຄວາມບໍ່ຍຸຕິທໍາ, ບັ່ນທອນກໍາລັງແຮງ ກໍ່ຄືຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມ ຕໍ່ບັນດາອົງການບໍລິຫານລັດ ແລະ ການຈັດຕັ້ງຕ່າງໆ ຂອງລັດ; ການສໍ້ລາດບັງຫລວງສົ່ງຜົນກະທົບໂດຍກົງຕໍ່ລາຍໄດ້ຂອງຊາດ, ງົບປະມານການພັດທະນາຂອງລັດ, ຕັດຮອນເອົາລາຍຮັບ ຂອງລວມໝູ່ ກໍ່ຄື ຂອງພົນລະເມືອງດ້ວຍຫຼາຍຮູບ, ຫລາຍວິທີ ທີ່ເລິກແລບແນບນຽນ, ເຮັດໃຫ້ລັດ, ລວມໝູ່ ແລະ ພົນລະເມືອງ ເສຍຜົນປະໂຫຍດ ຫລື ລາຍຮັບຈໍານວນບໍ່ໜ້ອຍ; ການສໍ້ລາດບັງຫລວງຍັງເປັນການສະແດງອອກຢ່າງເປີດແປນໃນການລະເມີດກົດໝາຍ-ລະບຽບການ ແລະ ການຂາດຄຸນນະທໍາ, ຂາດຈັນຍາບັນ, ຈັນຍາ ທຳ ຂອງພະນັກງານ-ລັດຖະກອນ, ໃນອົງການຈັດຕັ້ງ ຂອງລັດ ແລະ ເອກະຊົນ; ກໍ່ໃຫ້ເກີດມີກຸ່ມກ້ອນ, ພັກພວກ, ຄອບຄົວ-ຈຸ້ມເຈື້ອ-ຍາດພີ່ນ້ອງຮ່ວມຜົນປະໂຫຍດ ນໍາໄປເຖິງຄວາມບໍ່ເປັນເອກະພາບ ກໍ່ຄື ບໍ່ມີຄວາມສາມັກຄີ, ເຮັດໃຫ້ເກີດມີຂໍ້ຂັດແຍ່ງ, ຄວາມແຕກແຍກ; ຊິ່ງພຶດຕິກຳ ຂອງການສໍ້ລາດບັງຫລວງນີ້ ໄດ້ສະແດງອອກດ້ວຍຫລາຍຮູບແບບ ທີ່ແຕກຕ່າງກັນ, ມີຄວາມສະຫລັບສັບຊ້ອນ, ມີລັກສະນະສັບສົນ, ມີຢູ່ໃນບຸກຄົນ, ກຸ່ມຄົນ ແລະ ກວ້າງອອກສູ່ການຈັດຕັ້ງ, ເຈົ້າໜ້າທີ່ຂອງລັດ, ເອກະຊົນ ຫລື ຜູ້ປະກອບການ ແລະ ມີການເຄື່ອນໄຫວມີລັກສະນະຂ້າມຊາດ ແລະ ອື່ນໆ.

ທ່ານຍັງກ່າວຕື່ມວ່າ: ຍ້ອນເຫັນໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫລວງ ຄືດັ່ງກ່າວ, ປະຊາຄົມສາກົນຈຶ່ງໄດ້ມີການຄົ້ນຄວ້າ ສ້າງກໍານົດໝາຍສາກົນ ເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ປະເທດ ໃນການສະກັດກັ້ນ ແລະ ຕໍ່ສູ້ຢ່າງມີປະສິດຕິຜົນ ຕໍ່ການກະທໍາ ຫລື ພຶດຕິກໍາ ທີ່ເປັນການສໍ້ລາດບັງຫລວງ. ດັ່ງນັ້ນ, ກອງປະຊຸມໃຫຍ່ ອົງການສະຫະປະຊາຊາດ ຈຶ່ງໄດ້ມີມະຕິເລກທີ 55/61, ລົງວັນທີ 4 ທັນວາ 2000 ກໍານົດຄວາມຈໍາເປັນໃນການສ້າງກົດບັດສາກົນ ໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ. ຈາກນັ້ນ, ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫລວງໄດ້ຖືກຮັບຮອງເອົາຢ່າງເປັນເອກະສັນໃນວັນທີ 18 ທັນວາ 2002 ທີ່ ນິວຢອກ, ສະຫະລັດອາເມລິກາ ແລະ ໄດ້ເປີດໃຫ້ປະເທດຕ່າງໆ ລົງນາມເຂົ້າເປັນສະມາຊິກນັບແຕ່ວັນທີ 9-11 ທັນວາ 2003 ທີ່ ເມືອງເມລິດາ, ປະເທດແມັກຊີໂກ. ມາຮອດປະຈຸບັນມີ 190 ລັດພາຄີ ເຂົ້າຮ່ວມ.
ສໍາລັບ ສປປ ລາວ ແມ່ນໄດ້ລົງນາມໃນວັນທີ 10 ທັນວາ 2003 ແລະ ສະພາແຫ່ງຊາດໄດ້ໃຫ້ສັດຕະຍາບັນໃນວັນທີ 25 ກັນຍາ 2009. ກອງປະຊຸມອົງການສະຫະປະຊາຊາດປີ 2003 ຍັງໄດ້ອອກຍັດຕິ 58/4 ກໍານົດເອົາວັນທີ 9 ທັນວາ ຂອງທຸກໆປີ ເປັນວັນຕ້ານການສໍ້ລາດບັງຫລວງສາກົນ. ນັບແຕ່ນັ້ນມາ, ວັນທີ 9 ທັນວາ ໄດ້ກາຍເປັນວັນທີ່ມີຄວາມໝາຍສໍາຄັນແຫ່ງຄວາມສາມັກຄີ ໃນການຕໍ່ສູ້ຕ້ານການສໍ້ລາດບັງຫລວງ ຂອງບັນດາປະຊາຊາດໃນໂລກ; ການສະເຫລີມ ສະຫລອງວັນຕ້ານການສໍ້ລາດບັງຫລວງ ວັນທີ 09 ທັນວາ ປະຈໍາປີ 2024 ນີ້ ແມ່ນພາຍໃຕ້ຄຳຂັວນ “ຮ່ວມແຮງຮ່ວມໃຈກັບໄວໜຸ່ມ ຕ້ານການສໍ້ລາດບັງຫລວງ ສ້າງຄວາມໂປ່ງໃສໃນອະນາຄົດ”.
ທີ່ມາ: ສູນຂ່າວພະລັງງານ ແລະ ບໍ່ແຮ່