ເຊລຊີ ເປີດສະໜາມຊະນະ ແມນເຊສເຕີ ຊິຕີ 2-1 ໃນບານເຕະພຣີເມຍລີກ

- kitchen vibe - ເຊລຊີ ເປີດສະໜາມຊະນະ ແມນເຊສເຕີ ຊິຕີ 2-1 ໃນບານເຕະພຣີເມຍລີກ

- Untitled 3 copy 3 300x171 - ເຊລຊີ ເປີດສະໜາມຊະນະ ແມນເຊສເຕີ ຊິຕີ 2-1 ໃນບານເຕະພຣີເມຍລີກການແຂ່ງຂັນເຕະບານພຣີ ເມຍລີກ ອັງກິດ ເປັນການພົບກັນ ລະຫວ່າງ ເຊລຊີ ເປີດສະໜາມ ສະແຕມຟອດ ບຣິດ ຕ້ອນຮັບ ການມາຢາມ ແມນເຊສເຕີ ຊິຕີ.

ເປີກສາກການແຂ່ງຂັນເວ ລາທຳອິດເປັນເຈົ້າຖິ່ນທີ່ເຮັດໄດ້ດີກວ່າ ແລະ ມາໄດ້ອອກປະຕູອອກ ນຳ 1-0 ໃນນາທີ 10 ຈາກຈັງ ຫວະ ເປໂດຣ ສົ່ງບານໃຫ້ກັບ ອັດ ປິລິກວຍຕາ ເຕີມຝັ່ງຂວາກ່ອນ ສົ່ງໃຫ້ກັບ  ອາຊາ ຍິງປັ່ນຂ້າມ ຫົວ ກາບາເຍໂຣ ເຖິງວ່າລາວ ເອງຈະພະຍາຍາມປັດແລ້ວ ແຕ່ ບານເຂົ້າປະຕູໄປ. ຈາກນັ້ນ ແມນ ຊິຕີ ບຸກໜັກ ແລະ ມາໄດ້ປະຕູຕີ ສະເໝີ 1-0 ໃນນາທີ 26 ຈາກ ຈັງຫວະພາດຂອງ ກູຕົວ ເຕະເປີດ ເກມບໍ່ດີບານມາເຂົ້າທາງ ຊິລບາ ລາກມາກ່ອນຍິງໄກດ້ວຍຊ້າຍ ກູຕົວ ເຊຟໄດ້ ແຕ່ບານມາເຂົ້າ ທາງ ເຊຄິໂອ ອະເກວໂຣ ຍິງຊ້ຳ ເຂົ້າໄປ. ມາເຖິງນາທີ 35 ເຊລຊີ ກໍມາໄດ້ປະຕູນຳອີກຄັ້ງ 2-1 ຟາ ເບຣກັສ ສົ່ງບານໃຫ້ ເປໂດຣ ໃນ ເຂດໂທດ ກ່ອນຖືກ ເຟນັນດິນໂຢ ເຕະຂາຜູ້ຕັດສິນຊີ້ເປັນຈຸດໂທດ ທັນທີ ແລະ ເປັນ ເອເດນ ອາຊາ ຮັບໜ້າທີ່ຍິງບານຕິດເຊຟ ກູຕົວ ແຕ່ບານມາເຂົ້າທາງຍິງຊ້ຳເຂົ້າ ໄປ ແລະ ຈົບເຄິ່ງເວລາທຳອິດໄປ ດ້ວຍປະຕູນີ້.

- Visit Laos Visit SALANA BOUTIQUE HOTEL - ເຊລຊີ ເປີດສະໜາມຊະນະ ແມນເຊສເຕີ ຊິຕີ 2-1 ໃນບານເຕະພຣີເມຍລີກ
- Visit Laos Visit SALANA BOUTIQUE HOTEL - ເຊລຊີ ເປີດສະໜາມຊະນະ ແມນເຊສເຕີ ຊິຕີ 2-1 ໃນບານເຕະພຣີເມຍລີກ

ເຂົ້າສູ່ເຄິ່ງເວລາທີສອງ ແມນ ຊິຕີ ພະຍາຍາມບຸກຢ່າງໜັກ ແຕ່ບໍ່ເປັນຜົນ ແລະ ເກືອບຖືກ ເຊລຊີ ຍິງປະຕູໄດ້ໃນນາທີ 76 ຈາກການສວນກັບ ອາຊາ ສົ່ງ ບານໃຫ້ກັບ ເຊສ ກ່ອນແຕະໃຫ້ ເປໂດຣ ກ່ອນຄືນມາໃຫ້ ເຊສ ບານເລີຍມາເຖິງ ອາຊາ ຍິງຈໍໆ ບານຂ້າມຄານອອກໄປຢ່າງໜ້າ ເສຍດາຍ ເວລາທີ່ເຫຼືອບໍ່ທີມໃດ ຍິງປະຕູກັນໄດ້ ຈົບການແຂ່ງຂັນ ເຊລຊີ ເປີດສະໜາມເອົາຊະນະ ແມນ ຊິຕີ 2-1 ເກັບ 3 ຄະແນນ ຍັງເປັນຜູ້ນຳຕໍ່ໄປ ໂດຍມີຄະແນນ ຫ່າງ ທັອດແນມ ຮັອດສະເປີ ອັນ ດັບຢູ່ 7 ຄະແນນ.

+ ສ່ວນຜົນແຂ່ງຂັນຄູ່ອື່ນໆ ມີດັ່ງນີ້:

– ລິເວີພູລ 2-2 ບອນມັດ.

– ສະວອນຊີ ຊິຕີ 1-3 ທັອດ ແນມ ຮັອດສະເປີ.

– ອາເຊນອລ 3-0 ເວສ ແຮມ ຢູໄນເຕັດ.

-ຮັນ ຊິຕີ 4-2 ມິດເດິນສະ ໂບ.

-ເຊົາແທມຕັນ 3-1 ຄຣິສ ຕັນ ພາເລດ.

- 4 - ເຊລຊີ ເປີດສະໜາມຊະນະ ແມນເຊສເຕີ ຊິຕີ 2-1 ໃນບານເຕະພຣີເມຍລີກ
- 3 - ເຊລຊີ ເປີດສະໜາມຊະນະ ແມນເຊສເຕີ ຊິຕີ 2-1 ໃນບານເຕະພຣີເມຍລີກ
- 5 - ເຊລຊີ ເປີດສະໜາມຊະນະ ແມນເຊສເຕີ ຊິຕີ 2-1 ໃນບານເຕະພຣີເມຍລີກ