ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່ - 474448340 935993695307149 8394945523179340548 n 1 - ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່
ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່ - kitchen vibe - ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່

ວັນທີ 20 ມັງກອນ 2025, ແຂວງສະຫວັນນະເຂດ ປະກາດການຈັດຕັ້ງການນຳຂັ້ນສູງ ຂອງແຂວງ ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຈັດຕັ້ງສູນກາງພັກ, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ.

ໃນພິທີ, ໄດ້ຜ່ານຄຳສັ່ງວ່າດ້ວຍການຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ ສະບັບເລກທີ 01/ນຍ, ລົງວັນທີ 2 ມັງກອນ 2025 ໃນນີ້, ນາຍົກລັດຖະມົນຕີໄດ້ອອກຄຳສັ່ງ ຍົກຍ້າຍທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ, ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການຄະນະບໍລິຫານພັກ ທັງເປັນກຳມະການປະຈຳພັກແຂວງສະຫວັນນະເຂດ ສະບັບເລກທີ 351/ຄລສພ, ລົງວັນທີ 2 ມັງກອນ 2025.

ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່ - Visit Laos Visit SALANA BOUTIQUE HOTEL - ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່
ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່ - Visit Laos Visit SALANA BOUTIQUE HOTEL - ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່

 ໃນນີ້, ຄະນະເລຂາທິການສູນກາງພັກ ຕົກລົງບົ່ງຕົວແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນກຳມະການຄະນະບໍລິຫານງານ ທັງເປັນກຳມະການປະຈຳພັກແຂວງສະຫວັນນະເຂດ, ພ້ອມນັ້ນ ກໍ່ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານ ສະບັບເລກທີ 92/ຈຂ, ລົງວັນທີ 17 ມັງກອນ 2025, ໃນນີ້ ເຈົ້າແຂວງສະຫວັນນະເຂດ ແຕ່ງຕັ້ງທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ.

ທີ່ມາ: ສະຫວັນພັດທະນາ ຂ່າວ

ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່ - 4 - ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່
ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່ - 5 - ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່
ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່ - 3 - ປະກາດແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງເຈົ້າແຂວງສະຫວັນນະເຂດ ຄົນໃໝ່