ປະກາດແຕ່ງຕັ້ງ ທ່ານ ແສງສະຫວັນ ພວງມະນີວັນ ເປັນຫົວໜ້າພາສີປະຈຳແຂວງວຽງຈັນ ຜູ້ໃຫມ່

ໂທລະພາບແຂວງວຽງຈັນ ລາຍງານ ວັນທີ 7 ມັງກອນ 2025 ນີ້ວ່າ: ພະແນກການເງິນແຂວງວຽງຈັນໄດ້ ປະກາດແຕ່ງຕັ້ງ ທ່ານ ແສງສະຫວັນ ພວງມະນີວັນ ຮອງຫົວໜ້າພະແນກກວດສອບຄືນຫລັງການແຈ້ງພາສີ, ກົມພາສີ ເປັນຫົວໜ້າພາສີປະຈຳແຂວງວຽງຈັນ ຜູ້ໃໝ່ ໂດຍການເຂົ້າຮ່ວມຂອງທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ, ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກະຊວງການເງິນ, ທ່ານ ວອນ ວໍລະສານ ຫົວຫນ້າພະແນກການເງິນ ແຂວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ.
ໃນພິທີໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ : ການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່ຢູ່ພາສີປະຈຳແຂວງວຽງຈັນຕາມ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015, ຕາມ ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກ ທີ 353/ນຍ, ລົງວັນທີ 2 ສິງຫາ 2024, ຕາມ ໜັງສືແຈ້ງຕອບຂອງເຈົ້າແຂວງວຽງຈັນ ສະບັບເລກ 11/ຈຂ.ວຈ, ລົງວັນທີ 25 ພະຈິກ 2024, ຕາມການຕົກລົງເຫັນດີເປັນເອກະພາບຂອງຄະນະປະຈຳພັກກະຊວງການເງິນ ຄັ້ງວັນທີ 13 ພະຈິກ 2024 ລັດຖະມົນຕີກະຊວງການເງິນ ຕົກລົງ ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ແສງສະຫວັນ ພວງມະນີວັນ ຮອງຫົວໜ້າພະແນກກວດສອບຄືນຫລັງການແຈ້ງພາສີ, ກົມພາສີ ເປັນຫົວໜ້າພາສີປະຈຳແຂວງວຽງຈັນ ຜູ້ໃຫມ່.
ທີ່ມາ: ໂທລະພາບແຂວງວຽງຈັນ