ອຸປະຕິເຫດເທິງທ້ອງຖະໜົນ ມາຈາກຕົວບຸກຄົນເປັນຕົ້ນເຫດ

ໂດຍ: ຜາຕຸງ
ປັດຈຸບັນນີ້ ເຫັນໄດ້ວ່າ ມີລົດລາງພາຫະນະລວມທັງຜູ້ຄົນສັນຈອນໄປມາຕາມທ້ອງຖະໜົນຢ່າງມາກມາຍກ່າຍກອງເຮັດໃຫ້ຖະໜົນຫົນທາງທີ່ຄັບແຄບຢູ່ແລ້ວຍິ່ງຄັບແຄບເຂົ້າຕື່ມອີກ ສ່ວນຜູ້ທີ່ໃຊ້ລົດໃຊ້ຖະໜົນລວມທັງລົດຈັກ ແລະ ລົດໃຫຍ່ ມີຈຳນວນຫຼາຍພັດຫັນໜ້າໜີຈາກລະບຽບການສັນຈອນທາງບົກ ເຖິງຈະມີປ້າຍຫ້າມ ປ້າຍເຕືອນກໍຕາມ ຈຶ່ງພາໃຫ້ເກີດອຸປະຕິເຫດຂຶ້ນເລື້ອຍໆບໍ່ເວັ້ນແຕ່ລະວັນ ໂດຍລວມແລ້ວສັງເກດເຫັນວ່າໄລຍະນີ້ຈຳນວນອຸປະຕິເຫດເກີດຂຶ້ນອ່າວຖີ່ແດ່ ແລະ ສ້າງຄວາມເສຍຫາຍທາງດ້ານຊັບສິນຂອງລັດ ຂອງບຸກຄົນ ນິຕິບຸກຄົນ ແລະຊີວິດຂອງຜູ້ຄົນເປັນຈຳນວນຫຼາຍພໍສົມຄວນ.
ອຸປະຕິເຫດທີ່ເກີດຂຶ້ນນັ້ນ ແມ່ນມີຫຼາຍລະດັບທີ່ແຕກຕ່າງກັນ ແລະ ຄວາມສູນເສຍກໍຕ່າງກັນ ນັບຈາກລະດັບນ້ອຍ, ລະດັບກາງບາງ ຈົນເຖິງຂັ້ນໜັກແລະຮຸນແຮງ ແລະ ຄວາມເສຍຫາຍກໍເຊັ່ນກັນ ຈາກເລັກນ້ອຍເຖິງຂັ້ນໜັກໜ່ວງສົມຄວນບາງກໍລະນີກໍມີຄົນເສຍອົງຄະ ແລະ ເສຍຊີວິດກໍມີຫຼາຍ ຖ້ານັບຄວາມສູນເສຍທາງດ້ານຊັບສິນແລ້ວປີລະຫຼາຍຕື້ກີບ, ອຸປະຕິເຫດທີ່ເກີດຂຶ້ນນັ້ນຖືວ່າຍັງດີທີ່ຄູ່ກໍລະນີສາມາດຊ່ວຍເຫຼືອກັນໄດ້ ແຕ່ບາງຄັ້ງຄູ່ກໍລະນີກໍ່ຫຼົບໜີເອົາຕົວລອດເຊິ່ງໄລຍະຫຼັງໆມານີ້ແມ່ນມີໃຫ້ເຫັນເປັນຈຳນວນຫຼາຍ.
ອາດມີຄຳຖາມວ່າ: ນີ້ເປັນຍ້ອນຫຍັງອຸປະຕິເຫດທາງທ້ອງຖະໜົນຈຶ່ງເກີດຂຶ້ນຫຼາຍແທ້? ຄຳຕອບທີ່ກົງກັນນັ້ນກໍອາດຈະແມ່ນ ການເມົາແລ້ວຂັບຂີ່ ເຊິ່ງເປັນສາເຫດຕົ້ນຕໍ ແຕ່ຢ່າງໃດກໍຕາມ ຍັງມີສາເຫດອື່ນໆ ທີ່ກ່ຽວຂ້ອງກັບຂາດລະບຽບວິໄນຂອງຜູ້ໃຊ້ລົດໃຊ້ຖະໜົນ, ບໍ່ປະຕິບັດຕາມປ້າຍຫ້າມປ້າຍເຕືອນ, ແລ່ນລົດດ້ວຍຄວາມໄວເກີນກຳນົດ, ແຊງຂຶ້ນໜ້າບໍ່ຮັບປະກັນ, ເຕັກນິກລົດບໍ່ຮັບປະກັນ, ບໍ່ໃຫ້ກຽດຊຶ່ງກັນແລະກັນ, ໃຊ້ແລະລົມໂທ ລະສັບໃນຂະນະທີ່ຂັບລົດ, ຈາກຄວາມຄະນອງ, ອາຍຸບໍ່ເຖິງກະສຽນແລ້ວຂັບຂີ່, ບໍ່ມີໃບອະນຸຍາດໃນການຂັບຂີ່ ແລະ ອື່ນໆອີກຫຼາຍຢ່າງ. ເຊິ່ງທັງໝົດນີ້ ໃຜໆກໍຮູ້ດີ ແຕ່ຍັງມີໃຫ້ເຫັນເປັນປະຈຳ.
ແລ້ວເຮົາຈະມີທາງແກ້ໄຂບັນຫານີ້ແນວໃດ? ເຊິ່ງບັນຫານີ້ຍັງເປັນໂຈດບັ້ງໃຫຍ່ຕໍ່ສັງຄົມ ໂດຍສະເພາະແມ່ນເຈົ້າໜ້າທີ່ຜູ້ມີສ່ວນກ່ຽວຂ້ອງໂດຍກົງ ວ່າຈະເຮັດແນວໃດໃຫ້ຈຳນວນອຸປະຕິເຫດຫຼຸດລົງ ຕາມທັດສະນະສ່ວນຕົວແລ້ວ ຈະບໍ່ຂໍເວົ້າເລື່ອງຖະໜົົນຫົນທາງຄັບແຄບຫຼືເປັນບວກເປັນຂຸມ ເພາະເຮົາສາ ມາດເຮັດໃຫ້ປອດໄພໄດ້ ຊຶ່ງກ່ອນອື່ນໝົດເວົ້າເລື່ອງລະບຽບກົດໝາຍໂດຍສະເພາະແມ່ນ ລະບຽບການສັນຈອນທາງບົກ ຕ້ອງປະຕິບັດໃຫ້ເຂັ້ມງວດກວດຂັນແທ້ໆ ລະບຽບກົດໝາຍສ້າງຂຶ້ນມາເພື່ອຄຸ້ມຄອງລັດຄຸ້ມຄອງສັງຄົມໃຫ້ມີຄວາມສະຫງົບປອດໄພ ຕ້ອງເຂັ້ມງວດແທ້ໆ ຜິດກໍ່ເວົ້າຕາມຜິດ ອາດຈະປັບ ໃໝໃສ່ໂທດຕາມກໍລະນີໜັກ, ເບົາ ທຸກຄົນຕ້ອງປະຕິບັດເທົ່າທຽມກັນສະເໝີພາບກັນຕໍ່ໜ້າກົດໝາຍ, ຖ້າມົວແຕ່ອະລຸ້ມອະລ່ວຍ ເຫັນຍົດຖາບັນດາສັກ ເຫັນແຕ່ຕຳແໜ່ງ ຍັງຖືເອົາການສຶກສາກ່າວເຕືອນຢູ່ແລ້ວ ລະບຽບກົດໝາຍຈະມີຄວາມເຂັ້ມແຂງ ແລະ ສັກສິດໄດ້ແນວໃດ, ການປະຕິບັດລະບຽບກົດໝາຍຂອງເຈົ້າໜ້າທີ່ຜູ້ຮັກສາກົດໝາຍຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ພາໃຫ້ກົດໝາຍຢ່ອນຍານຈົນກາຍ ເປັນຊ່ອງວ່າງພາໃຫ້ມີການເຮັດຜິດຊ້ຳແລ້ວຊ້ຳອີກ ເຮັດຜິດເລື້ອຍໆຈົນກາຍເປັນນິໃສປະຈຳຕົວຂອງກຸ່ມຄົນຈຳນວນໜຶ່ງກໍ່ມີ
ມັນເຖິງເວລາແລ້ວຫຼືຍັງທີ່ສັງຄົມເຮົາຈະຊ່ວຍກັນຫຼຸດຜ່ອນຄວາມສູນເສຍຈາກອຸປະຕິເຫດຕາມທ້ອງຖະໜົນ ດ້ວຍການປະຕິບັດຕາມລະບຽບກົດໝາຍທີ່ວາງອອກໃຫ້ເຂັ້ມງວດ ຫຼື ຈະປ່ອຍປະໃຫ້ເປັນເຊັ່ນນີ້ອີກຕໍ່ໄປບໍ? ຂໍຝາກເຖິງຜູ້ໃຊ້ລົດໃຊ້ຖະໜົນວ່າ ກ່ອນອອກຈາກບ້ານຈາກເຮືອນໄປໃຫ້ຄຳເຖິງເຖິງຄວາມເວົ້າທີ່ວ່າ: ປອດໄພໄວ້ກ່ອນ ໄປຊ້າ5ນາທີ່ຍັງດີກວ່າເປັນຜີເຝົ້າຖະໜົນ.