ສ.ເກົາຫລີ ເຕືອນ ສປປ ເກົາຫລີ ຢ່າລ້ຳເຂດແດນອີກ

- awnoyv20 - ສ.ເກົາຫລີ ເຕືອນ ສປປ ເກົາຫລີ ຢ່າລ້ຳເຂດແດນອີກ
- kitchen vibe - ສ.ເກົາຫລີ ເຕືອນ ສປປ ເກົາຫລີ ຢ່າລ້ຳເຂດແດນອີກ

​ເຈົ້າໜ້າ​ທີ່​ພົນລະ​ເຮືອນ​ລະດັບ​ສູງ​ສຸດ​ດ້ານ​ນະ​ໂຍບາຍປ້ອງ​ກັນ​ປະ​ເທດ ສ.​ເກົາຫລີ ລົງພື້ນທີ່​​ເຂດ​ແດນ​ກັບ ສປປ ​ເກົາຫລີ ​ແລະ ປະກາດ​ເຕືອນ​ອີກ​ຝ່າຍ​ຢ່າລ້ຳ​ເຂດ​ແດນ​ອີກ ຫລັງ​ເກີດ​ເຫດ​ທະຫານ ສປປ ​ເກົາຫລີ ຖືກ​ໄລ່​ຍິງ​ລະຫວ່າງ​ຫລົບໜີ​ ​ໃນ​ກາງ​ເດືອນ​ນີ້.

- 5g6acwcb - ສ.ເກົາຫລີ ເຕືອນ ສປປ ເກົາຫລີ ຢ່າລ້ຳເຂດແດນອີກ

- Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ເຕືອນ ສປປ ເກົາຫລີ ຢ່າລ້ຳເຂດແດນອີກ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ເຊ​ອຸນ ສ.​ເກົາຫລີ ​ໃນ​ວັນ​ທີ 28 ພະຈິກ​ວ່າ: ທ່ານ ຊົງ ຍົງ​ມູ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫລີ ກ່າວ​ລະຫວ່າງ​ລົງພື້ນທີ່​ຄວາມ​ໝັ້ນຄົງ​ຮ່ວມ (JSA) ພາຍ​ໃນ​ບ້ານ​ປັນ​ມຸນ​ຈອມ ທີ່​ຕັ້ງຢູ່​ເຄິ່ງກາງ​ລະຫວ່າງ​ເສັ້ນຂະໜານ​ທີ 38 ​ເຂດ​ປອດ​ທະຫານ (DMC) ຂອງ​ແຫລມ​ເກົາຫລີ ​ໃນ​ວັນ​ທີ 27 ພະຈິກວ່າ: ການ​ທີ່​ທະຫານ ສປປ ​ເກົາຫລີ ຍິງ​ຂ້າມ​ເສັ້ນ​ແບ່ງ​ເຂດ​ທາງ​ທະຫານ (MDL) ມາ​ເຂ​ດ​ແດນ​ຂອງ ສ.​ເກົາຫລີ ​ແລະ ທະຫານ​ຄົນ​ໜຶ່ງ​ຍັງ​ແລ່ນ​ຂ້າມ​ເສັ້ນມາ​ເປັນ​ເວລາ​ຫລາຍ​ນາທີ ຖື​ເປັນ​ການລະ​ເມີດ​ຂໍ້​ຕົກລົງ​ຢຸດ​ຍິງ​ສະບັບ​ປີ 1953 ຢ່າງ​ຊັດ​ເຈນ.

- 5q3fdx9f - ສ.ເກົາຫລີ ເຕືອນ ສປປ ເກົາຫລີ ຢ່າລ້ຳເຂດແດນອີກ

ຂະນະ​ດຽວ​ກັນ, ທ່ານ ຊົງ ກ່າວ​ອີກ​ວ່າ: ການ​ພົກ​ພາ​ປືນ​ກົນ​ອັດຕະ​ໂນ​ມັດ​ພາຍ​ໃນ​ອານາ​ບໍລິ​ເວນ​ຂອງ JSA ຍັງ​ຖື​ເປັນ​ການລະ​ເມີດ​ຂໍ້​ຕົກລົງ​ຢຸດ​ຍິງ​ເຊັ່ນ​ກັນ ​ແລະ ລັດຖະບານ​ເຊ​ອຸນຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ​ຈະ​ບໍ່​ເກີດ “​ເຫດການ​ຮຸນ​ແຮງ” ​​ແບບ​ນີ້​ຂຶ້ນອີກ. ທັງ​ນີ້ ທ່ານ ຊົງ ​ໄດ້​ລົງພື້ນທີ່​ສຳ​ຫລວດ​ບໍລິ​ເວນ​ພື້ນທີ່​ຂອບ​ເຂດ​ຂອງ JSA ບໍລິ​ເວນ​ທີ່​ທະຫານ ສ.​ເກົາຫລີ 3 ຄົນ​ເຂົ້າ​ໄປ​ໃຫ້ການ​ຊ່ວຍ​ເຫລືອ​ທະຫານ​ຂອງ ສປປ ​ເກົາຫລີ ​ເຊິ່ງ​ໄດ້​ຮັບ​ບາດ​ເຈັບ​ສາຫັດ​ຈາກ​ການ​ຖືກ​ຍິງ​ໂດຍ​ຝ່າຍ​ດຽວ​ກັນ ລະຫວ່າງ​ຫລົບໜີ​ຂ້າມ​ຊາຍ​ແດນ ​ໃນ​ວັນ​ທີ 13 ພະຈິກ.

- 4 - ສ.ເກົາຫລີ ເຕືອນ ສປປ ເກົາຫລີ ຢ່າລ້ຳເຂດແດນອີກ
- 3 - ສ.ເກົາຫລີ ເຕືອນ ສປປ ເກົາຫລີ ຢ່າລ້ຳເຂດແດນອີກ
- 5 - ສ.ເກົາຫລີ ເຕືອນ ສປປ ເກົາຫລີ ຢ່າລ້ຳເຂດແດນອີກ