3 ແຂວງພາກໃຕ້ ທາບທາມຄໍາເຫັນໃສ່ຮ່າງລັດຖະທໍາມະນູນ

ວັນທີ 21-22 ມັງກອນນີ້, ຄະນະກຳມະການລະດັບຊາດປັບ ປຸງລັດຖະທຳມະນູນ(ຄລຊ)ໄດ້ຈັດກອງປະຊຸມທາບທາມຮ່າງລັດຖະທຳມະນູນ ສະບັບປັບປຸງປີ 2025ສຳລັບ 3 ແຂວງ ຄື: ສາລະວັນ, ເຊກອງ ແລະ ອັດຕະປື ເຊິ່ງຈັດຂຶ້ນທີ່ແຂວງເຊກອງ ໂດຍການເປັນປະທານຂອງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ກຳມະການໃນ ຄລຊ ທັງເປັນຮອງຫົວໜ້າອະນຸກຳມະການໂຄສະນາ.
ຈຸດປະສົງເພື່ອເຮັດໃຫ້ຮ່າງລັດຖະທຳມະນູນສະບັບປັບປຸງປີ 2025 ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບໂຄງການການເມືອງຂອງພັກ ສະບັບທີ 3 ແລະ ລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ເພື່ອເຊື່ອມຊຶມ ແລະ ສ້າງຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງກ່ຽວກັບຮ່າງລັດຖະທຳມະນູນສະບັບປັບປຸງ, ສືບຕໍ່ຍົກສູງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນໃນທົ່ວສັງຄົມໃຫ້ດີຂຶ້ນກວ່າເກົ່າ; ທັງ ເປັນການປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນສ້າງຜົນງານຂ່ຳນັບຮັບຕ້ອນການດໍາເນີນກອງປະຊຸມໃຫຍ່ສາມຂັ້ນ ແລະ ຂ່ຳນັບຮັບຕ້ອນສາມວັນປະຫວັດສາດທີ່ສຳຄັນຂອງຊາດ ໃນປີ 2025.
ໃນກອງປະຊູມ, ໄດ້ຮັບຟັງບົດອະທິບາຍການປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນຈາກທ່ານ ສຸບັນ ສະວະບຸດປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ຄະນະກຳມະ ການລະດັບຊາດປັບປຸງລັດຖະທຳມະນູນ; ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳເຫັນຢ່າງມີຈຸດສຸມ ແລະ ເປັນປະໂຫຍດ ເພື່ອໃຫ້ຄລຊ ນຳຄຳເຫັນໄປຄົ້ນຄວ້າ ແລະ ປັບປຸງຮ່າງລັດຖະທຳມະນູນໃຫ້ເປັນສະບັບສົມບູນເພື່ອນຳສະເໜີຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ທີ່ຈະເປີດຂຶ້ນໃນທ້າຍເດືອນມີນານີ້.