ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ

ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ - 474366823 1170796654733789 5886665834605181859 n - ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ
ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ - kitchen vibe - ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ໃນວັນທີ 21 ມັງກອນ 2025 ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດວ່າ:

ໃນປີ 2024 ຜ່ານມາ ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວໃນລະດັບ 6.05% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ຫຼາຍກວ່າ 24,450 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນ ໄດ້ 53 ລ້ານກີບ/ຄົນ/ປີ ຫຼື ເທົ່າກັບ 2,469 ໂດລາສະຫະລັດ ໃນນີ້ຂະແໜງກະສີກໍາຂະຫຍາຍຕົວກວມເອົາ 18.85% ຂອງ GDP, ຂະແໜງອຸດສະຫະກໍາກວມ 33.26% , ຂະແໜງບໍລິການກວມ 46.45% ແລະ ຂະແໜງພາສີອາກອນກວມ 1.44% ຂອງ GDP.

ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ - Visit Laos Visit SALANA BOUTIQUE HOTEL - ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ
ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ - Visit Laos Visit SALANA BOUTIQUE HOTEL - ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ

ດ້ານການລົງທຶນ: ລະດົມທຶນເພື່ອການພັດທະນາ ໄດ້ທັງໝົດ 5,684ຕື້ກວ່າກີບ. ໃນນີ້, ການລົງທຶນຂອງລັດບັນລຸໄດ້ຫຼາຍກວ່າ 500ຕື້ກີບ; ການຊ່ວຍເຫຼືອເພື່ອການພັດທະນາບັນລຸໄດ້ 223 ຕື້ກວ່າກີບ; ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ບັນລຸໄດ້ 3,959 ຕື້ກວ່າກີບ, ລະບົບສິນເຊື່ອທະນາຄານ ປະຕິບັດໄດ້ 996 ຕື້ກວ່າກີບ.

ສະເພາະໃນປີ 2024 ໄດ້ຮັບມອບໝາຍທັງລາຍຮັບສູນກາງ ແລະ ທ້ອງຖິ່ນ ທັງໝົດ 2 ຕື້ 417 ລ້ານກີບ, 6 ເດືອນທ້າຍປີສູນກາງໄດ້ດັດແກ້ຕົວເລກ ຕື່ມມາເປັນ 2 ຕື້ 434 ລ້ານກີບ. ໝົດປີຈັດເກັບລາຍຮັບໄດ້ທັງໝົດ 4 ຕື້ 145 ລ້ານກີບ ເທົ່າກັບ 170.25% ຂອງແຜນການປີ. ໃນນີ້, ລາຍຮັບສູນກາງ ແຜນການປີ 1,045 ຕື້ກີບ ປະຕິບັດໄດ້ 1,328 ຕື້ກວ່າກີບ, ເກີນແຜນ 283 ຕື້ກີບ.
ລາຍຮັບທ້ອງຖິ່ນ ແຜນການປີ 1,372 ຕື້ກີບ, ໄດ້ດັດແກ້ຕົວເລກ 6 ເດືອນທ້າຍປີ ເພີ່ມຕື່ມເປັນ 1,389 ຕື້ກີບ ປະຕິບັດໄດ້ 2,816 ຕື້ກວ່າກີບ, ເກີນແຜນ 1,427 ຕື້ກີບ (ຕົວເລກຮອດວັນທີ 31 ທັນວາ 2024) ໄດ້ດຸນດ່ຽງໃຫ້ສູນກາງສຳເລັດຕາມແຜນດຸນດ່ຽງປີ 2024 ຈໍານວນ 708.05 ຕື້ກີບ. ດ້ານລາຍຈ່າຍ: ການຄຸ້ມຄອງລາຍຈ່າຍ ກໍໄດ້ຫັນເຂົ້າສູ່ລະບົບທັນສະໄໝ, ການອະນຸມັດ ຂອງສູນກາງ ແລະ ທ້ອງຖິ່ນ ສາມາດກວດກາຄວາມຖືກຕ້ອງຮ່ວມກັນໄດ້ໃນແຕ່ລະວັນ.

ປີ 2024 ແຜນລາຍຈ່າຍທັງໝົດ 1,101 ຕື້ກີບ ປະຕິບັດໄດ້ 1,089.01ຕື້ກີບ ເທົ່າກັບ 98%. ການໃຊ້ຈ່າຍ ເງິນເກີນແຜນຕາມຊັດສ່ວນ 50% ຂອງເງິນເກີນແຜນປີຜ່ານມາ ທີ່ລັດຖະບານມອບໝາຍໃຫ້ກໍໄດ້ຈ່າຍຕາມແຜນທີ່ສະພາປະຊາຊົນຂັ້ນແຂວງຮັບຮອງ ຊຶ່ງໄດ້ນໍາໃຊ້ເຂົ້າໃນການປັປປຸງກໍ່ສ້າງເສັ້ນທາງ, ກັນຕະຝັ່ງເຈື່ອນ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສົ່ງເສີມວິຊາການ ແລະ ແກ້ໄຂໜີ້ສິນທີ່ຍັງຄ້າງຜ່ານມາຈໍານວນໜຶ່ງ.

ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ - 4 - ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ
ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ - 5 - ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ
ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ - 3 - ປີ 2024 ເສດຖະກິດ ແຂວງຄໍາມ່ວນ ຂະຫຍາຍຕົວ 6.05% ເກັບລາຍຮັບໄດ້ຫຼາຍກວ່າ 4,000 ຕື້ກີບ