ລາລີກາກຽມໃຊ້ວີເອອາຣ໌ ຫລັງກໍລະນີລູກຍິງ ເມສຊີ

- news201711281051347 - ລາລີກາກຽມໃຊ້ວີເອອາຣ໌ ຫລັງກໍລະນີລູກຍິງ ເມສຊີ
- kitchen vibe - ລາລີກາກຽມໃຊ້ວີເອອາຣ໌ ຫລັງກໍລະນີລູກຍິງ ເມສຊີ

ຂາ​ເບຍຣ໌ ​ເຕບາສ ປະທານລາ​ລີ​ກາ ຫວັງ​ໃຊ້​ເຕັກ​ໂນ​ໂລ​ຊີ​ວີ​ດີ​ໂອ​ຊ່ວຍ​ຕັດສິນ​ໃນລະດູ​ການ​ໜ້າ ​ເພື່ອ​ຫລີກ​ເວັ້ນກໍລະນີລູກ​ຍິງ​ຂອງ ລີ​ໂອ​ເນລ ​ເມສຊີ ດາວ​ເດັ່ນ​ຂອງ ບາ​ເຊ​ໂລ​ນາ ບໍ່​ໄດ້​ປະຕູ​ເກີດ​ຂຶ້ນອີກ.

​ໃນ​ການ​ແຂ່ງຂັນທີ່ ບາ​ເຊ​ໂລ​ນາ ສະ​ເໝີ ບາ​ເລນ​ເຊຍ 1-1 ​ໃນ​ວັນ​ທີ 26 ພະຈິກ ​ເກີດ​ເຫດການ​ທີ່​ເຫລືອ​ເຊື່ອ​ຂຶ້ນ​ເມື່ອ ​ເມສຊີ ຍິງ​ໄປ​ຕົງ​ຕົວ ​ເນ​ໂຕ້ ຜູ້​ຮັກສາ​ປະຕູ ບາ​ເລນ​ເຊຍ ​ເຊິ່ງຈັບ​ບານ​ພາດ​ຈົນ​ບານ​ລອດ​ຫວ່າງ​ຂາ​ຂ້າມ​ເສັ້ນປະຕູ​ເຂົ້າ​ໄປ​ແລ້ວ ກ່ອນ​ທີ່ ​ເນ​ໂຕ້ ຈະ​ຟ້າວ​ປັດ​ບານ​ອອກ​ມາ ​ແລະ ຜູ້​ຕັດສິນ​ບໍ່​ໄດ້​ເປົ່າ​ໃຫ້​ເປັນ​ປະຕູ​ຂອງ​ ບາ​ເຊ​​ໂລ​ນາ ​ແຕ່​ຢ່າງ​ໃດ.

ຫລ້າ​ສຸດ ​ເຕບາສ ຫວັງ​ວ່າ​ເຫດການ​ແບບ​ນີ້​ຈະ​ບໍ່​ເກີດ​ຂຶ້ນອີກ​ໃນ​ອະນາຄົດ ​ແລະ ​ເຊື່ອ​ວ່າການ​ນຳ​ເອົາ​ວີ​ເອອາຣ໌ມາ​ໃຊ້​ຈະ​ຊ່ວຍ​ແກ້​ໄຂ​ບັນຫາ​ໄດ້​ຢ່າງ​ແນ່ນອນ.

“ປະຕູ​ນີ້​ເຫັນ​ກັນ​ທົ່ວ​ປະ​ເທດສະ​ເປ​ນ ​ແລະ ທົ່ວ​ໂລກ, ຖ້າ​ຂ້າພະ​ເຈົ້າບອກ​ວ່າ​ມັນ​ບໍ່​ເປັນ​ປະຕູ ພວກ​ທ່ານ​ອາດ​ເວົ້າວ່າ​ຂ້າພະ​ເຈົ້າຕາບອດ​ແນ່ນອນ ​ແລະ ຂ້າພະ​ເຈົ້າຫວັງ​ວ່າ​ໃນ​ລະດູ​ການ​ໜ້າ ​ໂດຍ​ການ​ໃຊ້​ວີ​ເອອາຣ໌ຈະ​ສາມາດ​ແກ້​ໄຂ​ບັນຫາ​ແບບ​ນີ້​ໄດ້” ​ເຕບາສ ກ່າວ.

- 4 - ລາລີກາກຽມໃຊ້ວີເອອາຣ໌ ຫລັງກໍລະນີລູກຍິງ ເມສຊີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!