ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ

ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ - 459144400 850916280555502 7447321007628099545 n - ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ
ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ - kitchen vibe - ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ

ວັນທີ 21 ມັງກອນ 2025 ນີ້, ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກົມສັງຄົມ ສົງເຄາະ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ(ຄພສ)ໄດ້ລາຍງານໃນກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດ ທົ່ວປະເທດປະຈຳປີ2024, ວາງທິດທາງແຜນການ ແລະ ກຽມພ້ອມຕອບໂຕ້ໄພພິບັດ ປີ 2025ວ່າ: ໃນໄລຍະ 1 ປີຜ່ານມາ, ທົ່ວປະເທດມີເຫດການໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງ, ສົ່ງຜົນກະທົບຢູ່ 16 ແຂວງ, 147 ເມືອງ, 1,730 ບ້ານ, 58,753 ຄອບຄົວ, 271,168 ຄົນ ຍິງ 124,213 ຄົນ, ເສຍຊີວິດ 17 ຄົນ, ບາດເຈັບ 58 ຄົນ, ເຮືອນເປ່ເພ 6,432 ຫລັງ, ເຮືອນຖືກເສຍຫາຍ 100% ຈຳນວນ 110 ຫລັງ, ໂຮງຮຽນ 126 ແຫ່ງ, ສະໜາມບິນ 1 ແຫ່ງ, ສັດລ້ຽງ 4,349 ໂຕ, ເນື້ອທີ່ຫຼາຍກວ່າ 41,000 ເຮັກຕາ ແລະ ຊົນລະປະທານ 118 ແຫ່ງ ລວມມູນຄ່າເສຍຫາຍຫຼາຍກວ່າ 6,747ຕື້ກີບ.

ກອງປະຊຸມ ຍັງໄດ້ມອບຕົວເລກໂຄງການຟື້ນຟູແກ້ໄຂໃຫ້ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດປີ 2024 ທີ່ຜ່ານມາລວມມີ 7 ແຂວງຄື:

ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ - Visit Laos Visit SALANA BOUTIQUE HOTEL - ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ
ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ - Visit Laos Visit SALANA BOUTIQUE HOTEL - ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ
  • ແຂວງຫລວງນໍ້າທາ 50 ໂຄງການ, ມູນຄ່າ 144ຕື້200ກວ່າລ້ານກີບ ລວມມີການ ຊ່ວຍເຫລືອສັງຄົມສົງເຄາະ, ດ້ານກະສິກໍາ ແລະ ປ່າໄມ້, ດ້ານໂຍທາທິການ ແລະ ຂົນສົ່ງ ແລະ ດ້ານສຶກສາທິການ ແລະ ກິລາ.
  • ແຂວງຫົວພັນ 42 ໂຄງການ, ມູນຄ່າເກືອບ 34ຕື້ກີບ.
  • ແຂວງໄຊຍະບູລີ 28 ໂຄງການ, ມູນຄ່າ 17,415,869,520 ກີບ.
  • ແຂວງຊຽງຂວາງ 27 ໂຄງການ, ມູນຄ່າ 5ຕື້333 ລ້ານກວ່າກີບ.
  • ແຂວງ ຫລວງພະບາງ 11 ໂຄງການ, ມູນຄ່າເກືອບ 28 ຕື້ກີບ.
  • ແຂວງ ບໍລິຄໍາໄຊ( ກັນຕາຝັ່ງເຈື່ອນ) 1 ໂຄງການ, ມູນຄ່າຫຼາຍກວ່າ 14 ຕື້ 674ລ້ານກີບ.
  • ແຂວງ ບໍ່ແກ້ວ ( ກະສິກໍາ) 1 ໂຄງການ, ມູນຄ່າຫຼາຍກວ່າ 424 ລ້ານກີບ ແລະ ກະຊວງ ປ້ອງກັນປະເທດ (ເຂດພັດນາຊົນນະບົດ) 4 ໂຄງການ, ມູນຄ່າຫຼາຍກວ່າ 18 ຕື້ 624 ລ້ານກີບ.
ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ - 4 - ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ
ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ - 5 - ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ
ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ - 3 - ປີ2024 ທົ່ວປະເທດມີໄພພິບັດເກີດຂຶ້ນທັງໝົດ 69 ຄັ້ງມູນຄ່າເສຍຫາຍຫລາຍກວ່າ 6,747ຕື້ກີບ