LXML ເຊໂປນໄດ້ຮັບໃບກຽດຕິສັກ ປະເພດ A+ ຈາກກະຊວງພະລັງງານແລະ ບໍ່ແຮ່

ໃນວາລະກອງປະຊຸມປຶກສາຫາລືຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍ່ແຮ່ປະຈໍາປີ 2024 ໃນວັນທີ 22 ມັງກອນ 2025 ນີ້ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບໃບຍ້ອງຍໍກຽດຕິສັກ ປະເພດ A+ ໃຫ້ແກ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ຈໍາກັດ (ບໍ່ຄຳ-ທອງ ເຊໂປນ) ຊຶ່ງໃຫ້ກຽດມອບໂດຍທ່ານ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ເພື່ອເປັນການຮັບຮູ້ເຖິງຜົນງານໃນການຈັດຕັ້ງປະຕິບັດວຽກງານ ແລະ ເປັນການສັນລະເສີນເຖິງຄຸນງາມຄວາມດີໃນການເປັນຜູ້ນຳໜ້າທາງດ້ານການດຳເນີນວຽກງານໂຄງການຂຸດຄົ້ນບໍ່ແຮ່ ທີ່ມີຄວາມສອດຄ່ອງ ແລະ ສືບຕໍ່ປະຕິບັດຕາມມາດຕະຖານສາກົນທາງດ້ານສິ່ງແວດລ້ອມ ແລະ ສັງຄົມ, ດ້ານການພັດທະນາຊຸມຊົນທ້ອງຖິ່ນແບບຍືນຍົງ, ການສ້າງວຽກເຮັດງານທຳ ແລະ ການປະກອບສ່ວນອັນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຕໍ່ເນື່ອງ.
ຕະຫຼອດໄລຍະຜ່ານມາ LXML ສາມາດຮັກສາຜົນງານປະເພດດີເດັ່ນ (A+) ນີ້ມາເປັນເວລາຫຼາຍປີຕິດຕໍ່ກັນນັບຕັ້ງແຕ່ປີ 2016 ເປັນຕົ້ນມາ, ການປະເມີນດັ່ງກ່າວ ແມ່ນເພື່ອຮັບຮູ້ຜົນງານໃນການດໍາເນີນວຽກງານໂຄງການ ທີ່ດີເດັ່ນ ແລະ ໄດ້ບັນລຸມາດຕະຖານບໍ່ແຮ່ສາກົນ ຂອງບໍລິສັດຕ່າງໆ. LXML ເປັນບໍລິສັດໜຶ່ງດຽວ ໃນ ສປປ ລາວ ທີ່ສາມາດຍາດໄດ້ຄະແນນສູງທີ່ສຸດ ໃນບັນດາບໍລິສັດບໍ່ແຮ່ຊັ້ນນໍາ ໂດຍໄດ້ຮັບລຳດັບຊັ້ນ (A+) ອັນຊົງກຽດນີ້.
ລັດຖະບານລາວ ກໍຄື ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບໃບກຽດຕິສັກນີ້ ເພື່ອຍ້ອງຍໍ ແລະ ຮັບຮູ້ຜົນງານຂອງ LXML ໃນການພັດທະນາປະເທດຊາດ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນຂອງຊຸມຊົນທ້ອງຖິ່ນ, ໂດຍມີການນຳໃຊ້ເຕັກນິກ-ຄວາມຊ່ຽວຊານ ແລະ ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການດໍາເນີນງານ ໂດຍປັດສະຈາກອຸປະຕິເຫດຂອງແຮງງານທີ່ຮ້າຍແຮງ ພ້ອມທັງໄດ້ມີການປະຕິບັດງານທີ່ສອດຄ່ອງຕາມມາດຕະຖານດ້ານສິ່ງແວດລ້ອມສາກົນ ລວມທັງລະບຽບກົດໝາຍ ຂອງ ສປປ ລາວ. LXML ໄດ້ສະໜັບສະໜູນຜະລິດຕະພັນພາຍໃນປະເທດ, ການສົ່ງເສີມທຸລະກິດ ແລະ ການນໍາໃຊ້ບໍລິການຂອງທ້ອງຖິ່ນ ໃຫ້ກາຍເປັນທຸລະກິດ ທີ່ມີການເຕີບໃຫຍ່-ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍັງໄດ້ໃຫ້ການສະໜັບສະໜູນທຸລະກິດປິ່ນອ້ອມອື່ນໆໃນລາວ ເຊັ່ນ: ວິສາຫະກິດໄຟຟ້າລາວ, ນ້ຳມັນເຊື້ອໄຟລາວ, ບໍລິສັດຜູ້ຮັບເໝົາ KXN, VDC, Hommalar Co., Vethasin Co., Vilabouly Business Group, Savan Logistic ນຳອີກດ້ວຍ.
ທ່ານ ສະໝານ ອະເນກາ, ຜູ້ອຳນວຍການໃຫຍ່ LXML ໄດ້ກ່າວວ່າ: ບໍລິສັດ LXML ພວກເຮົາຍາມໃດ ກໍ່ມີຄວາມມຸ່ງໝັ້ນໃນການປະຕິບັດຕາມມາດຕະຖານຂອງປະເທດ ແລະ ສາກົນ ເປັນຕົ້ນແມ່ນວຽກງານດ້ານຄວາມປອດໄພ ແລະ ສິ່ງແວດລ້ອມ. ພວກເຮົາຮູ້ສຶກພາກພູມໃຈທີ່ໄດ້ຮັບການຍ້ອງຍໍຈາກກະຊວງພະລັງງານ ແລະ ບໍ່ແຮ່ ສໍາລັບຄວາມພະຍາຍາມຂອງພວກເຮົາໃນການຮັກສາມາດຕະຖານສູງສຸດຂອງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມທີ່ມີຄວາມຍືນຍົງ. “ຜົນສໍາເລັດຂອງພວກເຮົາໃນຄັ້ງນີ້ຈະບໍ່ສາມາດບັນລຸໄດ້ ຖ້າຫາກບໍ່ໄດ້ຮັບການສະໜັບສະໜູນຈາກອົງການຈັດຕັ້ງລັດຖະບານທຸກພາກສ່ວນ, ຊຸມຊົນທ້ອງຖິ່ນ, ການອຸທິດຕົນ ແລະ ເຮັດວຽກຢ່າງໜັກຂອງພະນັກງານ, ຜູ້ຮັບເໝົາທຸກຄົນ.
“ການໄດ້ມາຂອງໃບກຽດຕິສັກ ແລະ ການຍ້ອງຍໍທີ່ໄດ້ຮັບມາຢ່າງຕໍ່ເນື່ອງນີ້ ຈະເປັນຂີດໝາຍທີ່ສໍາຄັນ ແລະ ເປັນແສງສະຫວ່າງເຍືອງທາງ ໃຫ້ພວກເຮົາສຶບຕໍ່ປັບປຸງຢ່າງບໍ່ຢຸດຢັ້ງ ພ້ອມທັງເປັນນັກລົງທຶນທີ່ມີຄວາມຮັບຜິດຊອບສູງ ແລະ ເປັນອົງກອນທີ່ສ້າງຄວາມເປັນເລີດ ໃນການຮັກສາມາດຕະຖານຕ່າງໆຢ່າງເຂັ້ມງວດ ແລະ ຮັບປະກັນຜົນປະໂຫຍດອັນສູງສຸດໃຫ້ແກ່ຜູ້ມີສ່ວນຮ່ວມທຸກພາກສ່ວນ.”
ເງື່ອນໄຂທີ່ເຮັດໃຫ້ ບໍລິສັດ LXML ໄດ້ຮັບໃບກຽດຕິສັກປະເພດ A+ ແມ່ນການປະຕິບັດຕົວຈິງທີ່ມີຄວາມຖືກຕ້ອງ ແລະ ຄົບຖ້ວນ ໃນບັນດາຫຼັກການທີ່ກຳນົດຄື: (ກ). ປະຕິບັດຕາມລະບຽບກົດໝາຍ; (ຂ) ປະຕິບັດພັນທະຄົບຖ້ວນ; (ຄ) ເຄົາລົບນັບຖືປະເທດ ແລະ ຊຸມຊົນເຈົ້າພາບ; (ງ) ສົ່ງເສີມແຮງງານພາຍໃນ ແລະ ພັດທະນາສີມືທັກສະຂອງແຮງງານ; (ຈ) ຮັກສາມາດຕະຖານດ້ານຄວາມປອດໄພ ແລະ ສຸຂະພາບຢູ່ສະຖານທີ່ເຮັດວຽກ; (ສ) ດຳເນີນທຸລະກິດຢ່າງມີສັກກະຍະພາບ ແລະ ມີຄວາມໂປ່ງໄສ; (ຊ) ບໍ່ສ້າງຜົນກະທົບຮ້າຍແຮງຕໍ່ສັງຄົມ ແລະ ສິ່ງແວດລ້ອມ; (ຍ) ມີແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ແຜນປິດບໍ່ ແລະ (ດ). ມີຄວາມຮັບຜິດຊອບສູງຕໍ່ສິ່ງແວດລ້ອມ ແລະ ຊຸມຊົນທີ່ຢູ່ອ້ອມຂ້າງ.
ປັດຈຸບັນ LXML ພວມສຶບຕໍ່ສໍາຫຼວດ ແລະ ພັດທະນາການຂຸດຄົ້ນບໍ່ແຮ່ ໂດຍມີການນໍາໃຊ້ນະວັດຕະກໍາໃໝ່ ແລະ ນໍາໃຊ້ເຕັກນິກວິຊາການທີ່ທັນສະໄໝເຂົ້າໃນວຽກງານໂຄງການ ສິ່ງດັ່ງກ່າວຈະສ້າງຜົນຮັບທີ່ດີໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະ ຜົນປະໂຫຍດທາງກົງ ແລະ ທາງອ້ອມໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ອີກດ້ວຍ.
LXML ຍັງຄົງຍຶດໝັ້ນຕໍ່ເປົ້າໝາຍການພັດທະນາແບບຍືນຍົງຂອງຕົນ, ສືບຕໍ່ນໍາໃຊ້ນະວັດຕະກໍາທີ່ທັນສະໄໝໃນການພັດທະນາ ເພື່ອຫຼຸດຜ່ອນການສ້າງຜົນກະທົບດ້ານລົບຕໍ່ສະພາບແວດລ້ອມ ແລະ ຊຸມຊົນ. ໃນຂະນະທີ່ພວມສ້າງຜົນກະທົບທາງບວກສູງສຸດຕໍ່ກັບຊຸມຊົນ ແລະ ສະພາບແວດລ້ອມທີ່ພວກເຮົາພວມດຳເນີນງານຢູ່, ບໍລິສັດຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະ ສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ປະເທດລາວ.