ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ

ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ - 473730083 1173561494779665 6819398428177630356 n - ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ
ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ - kitchen vibe - ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ

ຕອນເຊົ້າຂອງວັນທີ 22 ມັງກອນ 2025, ກະຊວງ ເເຜນການ ເເລະ ການລົງທຶນ ຮ່ວມກັບ ສະພາການຄ້າ ແລະ ອຸດ ສາຫະກໍາ ແຫ່ງຊາດລາວ, ສູນການຄ້າ ອາຊຽນ-ຍີ່ປຸ່ນ (AJC) ແລະ ອົງການສົ່ງເສີມການຄ້າຍີປຸນ (JETRO) ໄດ້ຈັດກອງປະຊຸມພົບປະທຸລະກິດ ຂັ້ນສູງແບບໂຕະມົນ ລາວ-ຍີ່ປຸ່ນ ຢູ່ທີ່ນະ ຄອນໂຕກຽວ, ປະເທດ ຍີ່ປຸ່ນ ໂດຍມີແຂກຜູ້ເຂົ້າຮ່ວມຈາກ ພາກລັດ ເເລະ ພາກທຸລະກິດ ຈໍານວນ 100 ກວ່າທ່ານ. ກອງປະຊຸມ ພົບປະໄດ້ຮັບກຽດເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເເລະ ເປັນກຽດເຂົ້າຮ່ວມຂອງບັນດາ ຜູ້ແທນຂັ້ນສູງ ແລະ ຜູ້ບໍລິຫານຂັ້ນສູງຂອງວິສາກະກິດ ລາວ ແລະ ຍີປຸນ.

ກອງປະຊຸມ ພົບປະທຸລະກິດ ລາວ-ຍີ່ປຸ່ນ ໃນຄັ້ງນີ້ ຈັດຂຶ້ນ ໃນບັນຍາກາດແຫ່ງການສະເຫຼີມສະຫຼອງສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ໄດ້ເປີດໂອກາດໃຫ້ ຜູ້ບໍ ລິຫານຂັ້ນສູງຂອງວິສາຫະກິດຍີປຸນ ໄດ້ມີຂໍ້ສະເໜີ ແລະ ຄຳຄິດຄຳເຫັນຕໍ່ ການນຳຂັ້ນສູງຂອງ ລາວ  ພ້ອມທັງໃຫ້ ນັກທຸລະກິດລາວທີ່ມີທ່າແຮງ ສາມາດພົບປະ ແລະ ແລກປ່ຽນ ຮ່ວມກັບພາກທຸລະກິດຂອງ ຍີ່ປຸ່ນ ເພື່ອເປັນການສ້າງເງື່ອນໄຂໃຫ້ແກ່ພາກທຸລະ ກິດຂອງ 2 ປະເທດ ໄດ້ຮູ້ຈັກເຊິ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ; ແລະ ສືບຕໍ່ແລກປ່ຽນຄໍາຄິດເຫັນໃນການສົ່ງເສີມທາງດ້ານທຸລະ ກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ເພີ່ມ ຂຶ້ນໃນຕໍ່ໜ້າ.

ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ
ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ
ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ - 474516945 1173561448113003 6601685355357693036 n 1024x683 - ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ

ພາຍໃນກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນວ່າ: ການສະເຫຼີມສະຫຼອງ ສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ຖືເປັນຂີດໝາຍ ເເລະ ໝາກຜົນອັນສໍາຄັນ ພາຍຫຼັງ 2 ປະເທດໄດ້ປະກາດຍົກລະດັບ ສາຍພົວພັນ ແລະ ການຮ່ວມມື ລາວ-ຍີ່ປຸ່ນ ຈາກ “ຄູ່ຮ່ວມມືຍຸດທະສາດ” ເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ” ປະ ກອບສ່ວນຢ່າງຕັ້ງໜ້າຕໍ່ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຢ່າງພົ້ນເດັ່ນຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ. ພ້ອມນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນເຖິງບັນດາທ່າເເຮງທ່າແຮງທີ່ເປັນໂອກາດແກ່ການລົງທຶນ ຕາມທິດສິຂຽວຂອງ ສປປ ລາວ ຄືດັ່ງນີ້: ທາງດ້ານພະລັງງານສະອາດ, ການຊື້ຂາຍສິນເຊື່ອກາກ ບອນ, ການຜະລິດ ເເລະ ປຸງເເຕ່ງສິນຄ້າກະສິກຳທີມີຄຸນນະພາບສູງ ແລະອຸດສາຫະກຳປຸງແຕ່ງທີນຳໃຊ້ພະລັງງານສະອາດ.

ໃນກອງປະຊຸມດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງ ເເຜນການ ເເລະ ການລົງທຶນ ສປປ ລາວ ໄດ້ລາຍງານຕໍ່ທີ່ປະຊຸມວ່າ: ການລົງທຶນຂອງປະເທດຍີ່ປຸນ, ນັບແຕ່ ສປປ ລາວ ເປີດຮັບເອົາການລົງທຶນຈາກຕ່າງປະເທດ ໃນປີ 1989 ມາຮອດປະຈຸບັນ (ປີ 2024), ຍີ່ປຸ່ນ ໄດ້ເຂົ້າມາລົງທຶນໃນກິດຈະການສຳປະທານ ແລະ ບັນຊີຄວບຄຸມ ເຊິ່ງບັນລຸໄດ້ທັງໝົດ 93 ໂຄງການ, ລວມມູນຄ່າການລົງທຶນທັງໝົດ 157 ລ້ານກວ່າ ໂດລາສະຫະລັດ, ເຊິ່ງການ ລົງທຶນຂອງປະເທດຍີ່ປຸ່ນແມ່ນຈັດຢູ່ອັນດັບ 14 ຈາກຈໍານວນ 53 ປະເທດທີ່ເຂົ້າມາລົງທຶນ ຢູ່ ສປປ ລາວ. ນອກນັ້ນ, ທ່ານ ຍັງໄດ້ຖືໂອກາດນີ້ ເເຈ້ງຕໍ່ຝ່າຍ ຍີ່ປຸ່ນ ຕື່ມອີກວ່າ: ລັດຖະບານ ສປປ ລາວ ແມ່ນໄດ້ສໍາເລັດການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ທີ່ຮັບຮອງໂດຍ ສະພາແຫ່ງຊາດ ແລະ ໄດ້ປະກາດນຳໃຊ້ຢ່າງເປັນທາງການ ໃນທ້າຍປີ 2024 ເພື່ອສືບຕໍ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດ ເເລະ ການລົງທຶນໃຫ້ດີຂຶ້ນ ໂດຍໄດ້ຕັດ ຂອດ-ຂັ້ນ ທີ່ບໍ່ຈຳເປັນອອກ ແລະ ປັບປຸງບັນດາກົນໄກ ແລະລະບຽບການໃຫ້ສະດວກ ແລະ ງ່າຍດາຍຂຶ້ນ ໂດຍແນໃສ່ຫຼຸດໄລຍະເວລາ ກໍຄືຕົ້ນທຶນໃນການດຳເນີນທຸລະກິດຢູ່ໃນສປປ ລາວ.

ພາຍໃນກອງປະຊຸມ, ທ່ານ ລັດຖະມົນຕີ ກະຊວງ ອຸດສາ ຫະກຳ ເເລະ ການຄ້າ ສປປ ລາວ ຍັງໄດ້ນຳສະເໜີວ່າ: ມູນຄ່າການ ຄ້າ 2 ຝ່າຍໃນໄລຍະຜ່ານໆມາ ນັບແຕ່ປີ 2018 ເຖິງ ປະຈຸບັນ ມີມູນຄ່າການຄ້າ ລວມຫລາຍກວ່າ 1 ພັນລ້ານໂດລາສະຫະລັດ. ສະເພາະ ປີ 2024 ມູນຄ່າການຄ້າສອງຝ່າຍ ຫລາຍກວ່າ 255 ລ້ານໂດລາສະຫະລັດ ເຊິ່ງເພີ້ມຂື້ນ ປະມານ 10.40% ທຽບກັບປີ 2023.  ສິນຄ້າຫລັກທີ່ມີການຊື້-ຂາຍຫລາຍກວ່າຫມູ່ ລະ ຫວ່າງ ລາວ ແລະ ຍີ່ປຸ່ນ ແມ່ນສິນຄ້າປະເພດເຄື່ອງນຸ່ງຮົ່ມ,  ເຄື່ອງ ໃຊ້ໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າ, ພາຫານະທາງບົກ, ອຸປະ ກອນກົນຈັກ, ເສັ້ນໄຍສັງເຄາະ ແລະ ອື່ນໆ.

ໃນວາລະສຸດທ້າຍຂອງ ກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ເປີດໂອກາດໃຫ້ ບັນດາ ບໍລິສັດຊັ້ນນໍາຂອງ ຍີ່ປຸ່ນ ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມ ເເລະ ຖືເອົາໂອກາດນີ້ ໃຫ້ທິດຊີ້ນຳ ກ່ຽວກັບ ນະໂຍບາຍ ຂອງລັດຖະບານ ຕໍ່ ກັບການລົງທຶນຂອງຕ່າງປະເທດ ເຊິງໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ວິສາຫະກິດຍີປຸນໃນການຕັດສິນໃຈມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ.

ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ - 473579905 1173561534779661 702468996412376203 n 1024x683 - ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ

ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ - 4 - ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ
ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ - 3 - ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ
ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ - 5 - ນາຍົກລັດຖະມົນຕີ ພົບປະຜູ້ບໍລິຫານຂັ້ນສູງຂອງວິສາຫະກິດຍີ່ປຸ່ນທີ່ນະຄອນໂຕກຽວ