ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ - 474270223 1173155121486969 9207996330407590408 n 1 - ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ
ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ - kitchen vibe - ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ໄດ້ຈັດຂຶ້ນ ໃນວັນທີ 22 ມັງກອນ 2025, ທີ່ ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ; ມີ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ, ປະທານສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ແລະ ບັນດາແຂກຖືກເຊີນຈາກທັງສອງຝ່າຍເຂົ້າຮ່ວມ.

ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ແຕ່ວັນທີ 05 ມີນາ 1955, ເຊິ່ງຖືເປັນຂີດຫມາຍສໍາຄັນທາງດ້ານປະຫວັດສາດຂອງສອງປະເທດ ແລະ ນັບຈາກນັ້ນເປັນຕົ້ນືມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ. ມາຮອດປີ 2010, ສປປ ລາວ ແລະ ຍີ່ປຸ່ນ ໄດ້ຍົກລະດັບການພົວພັນເປັນ ຄູ່ຮ່ວມມືຮອບດ້ານ ແລະ ຕໍ່ມາໃນປີ 2015 ໃນໂອກາດຄົບຮອບ 60 ປີ ແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ, ສອງປະເທດ ກໍໄດ້ຍົກລະດັບການພົວພັນຂຶ້ນມາເປັນ ຄູ່ຮ່ວມຍຸດທະສາດ. ພິເສດ, ໃນປີ 2025 ນີ້, ບໍ່ພຽງແຕ່ແມ່ນ ຄົບຮອບ 70 ປີ ແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ແລະ ຄົບ ຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຍີ່ປຸ່ນ ໄປປະຕິບັດໜ້າທີ່ຢູ່ ສປປ ລາວ ເທົ່ານັ້ນ, ແຕ່ຍັງແມ່ນປີແຫ່ງການ ຍົກລະດັບກ້າວສູ່ການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານນໍາກັນອີກດ້ວຍ.

ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ - 473739992 1173154801487001 1008468284620845525 n 1024x683 - ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ

ໃນພິທີດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຂຶ້ນມີຄໍາເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງໝາກຜົນຂອງການພົວພັນ ແລະ ຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫຼອດໄລຍະ 7 ທົດສະວັດທີ່ຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງໃນຫຼາຍຂົງເຂດ ແລະ ນໍາຜົນສໍາເລັດມາສູ່ປະຊາຊົນສອງຊາດ ເປັນ ຕົ້ນແມ່ນ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ໄດ້ຮັບການພັດທະນາດີຂຶ້ນ ໂດຍຜ່ານການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນລະດັບຕ່າງໆ; ການຮ່ວມມືເພື່ອການພັດທະນາ ສປປ ລາວ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ, ປ່າໄມ້ ແລະ ພື້ນຖານໂຄງລ່າງ; ພິເສດ ແມ່ນການຊ່ວຍເຫຼືອໃນຂະແໜງການເກັບກູ້ລະເບີດບໍ່ທັນແຕກ (UXO), ເຊິ່ງເປັນໜຶ່ງໃນໂຄງການບູລິມະສິດຂອງ ສປປ ລາວ ທີ່ ຍີ່ປຸ່ນ ເປັນຜູ້ໃຫ້ທຶນສະໜັບສະໜູນຫຼັກມາແຕ່ດົນນານ ລວມເຖິງການຊ່ວຍເຫຼືອໃນໂຄງການປັບປຸງສະໜາມກິລາເຈົ້າອານຸວົງ, ເຊິ່ງເປັນສັນຍາລັກໜຶ່ງ ໃນການສະເຫຼີມສະຫຼອງ 70 ປີ ຂອງສອງປະເທດ; ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ໄດ້ຮັບການພັດທະນາຂຶ້ນຢ່າງເປັນກ້າວໆ ແລະ ພາຍຫຼັງທີ່ສອງຝ່າຍໄດ້ມີສົນທິສັນຍາປົກປ້ອງການລົງທຶນໃນປີ 2008, ຈໍານວນບໍລິສັດຂອງຍີ່ປຸ່ນ ທີ່ມາລົງທຶນໃນ ສປປ ລາວ ກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ; ການຮ່ວມມືໃນເວທີພາກ ພື້ນ ແລະ ສາກົນ ກໍໄດ້ມີການສະໜັບສະໜູນ ແລະ ຮ່ວມມືຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ເປັນຢ່າງດີ; ພິເສດ ຍີ່ປຸ່ນຍັງໄດ້ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ ເປັນອັນດັບຕົ້ນໆ ມາຫຼາຍສິບປີ ສະເລ່ຍ 90-100 ລ້ານໂດລາສະຫະລັດຕໍ່ປີ.

ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໃຫ້ຮູ້ອີກວ່າ: ໃນປີ 2025 ນີ້ ຈະມີຫຼາຍກິດຈະກໍາ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ ແລະ ຍີ່ປຸ່ນ ຄົບ ຮອບ 70 ປີ ຢ່າງເປັນຂະບວນຟົດຟື້ນ ເປັນຕົ້ນແມ່ນ ງານບຸນມະໂຫລານຍີ່ປຸ່ນ, ງານບຸນລາວ, ງານວາງສະແດງພິເສດ ເພື່ອເຜີຍແຜ່ວັດທະນະທໍາຂອງສອງປະເທດ ແລະ ກິດຈະກໍາອື່ນໆ, ເຊິ່ງຈະຈັດຂຶ້ນທັງໃນ ສປປ ລາວ ແລະ ຍີ່ປຸ່ນ.

ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ - 474614761 1173154541487027 4010638769712035849 n 1024x682 - ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ

ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ - 3 - ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ
ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ - 4 - ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ
ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ - 5 - ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ