ປັດຈຸບັນ ລັດຖະບານ ອະນຸຍາດໃຫ້ບໍລິສັດລົງທຶນດ້ານບໍ່ແຮ່ ເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ທັງໝົດ 244 ບໍລິສັດ, 378 ກິດຈະການ

ທ່ານ ບຸນຍົງ ສີດາວົງ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ລາຍງານຕໍ່ກອງປະຊຸມເປີດກວ້າງ ປຶກສາຫາລືຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານບໍ່ແຮ່ ປະຈຳປີ 2024 ແລະ ກຳນົດທິດທາງແຜນການ ປີ 2025 ວ່າ: ມາຮອດປັດຈຸບັນ ລັດຖະບານ ໄດ້ອະນຸຍາດໃຫ້ບໍລິສັດ ລົງທຶນດ້ານບໍ່ແຮ່ ເຊັນສັນຍາວ່າດ້ວຍການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ມີທັງໝົດ 244 ບໍລິສັດ, 378 ກິດຈະການ, ໃນນັ້ນ,ກຳລັງດໍາເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກມີ 25 ບໍລິສັດ 43 ກິດຈະ ການ; ໄລຍະກໍ່ສ້າງບໍ່ແຮ່ມີ 58 ບໍລິສັດ 110 ກິດຈະການ; ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດມີ 85 ບໍລິສັດ, 149 ກິດຈະການ; ໂຄງການຂຸດຄົ້ນແຮ່ ແລະ ປຸງແຕ່ງ ຮຸບແບບທົດລອງມີ 76 ບໍລິສັດ 76 ກິດຈະການ (ໄດ້ຫັນສູ່ຮູບແບບປົກກະຕິ ຈຳນວນ 15 ບໍລິສັດ ແລະ ຖອນກິດຈະການ ມີ 2 ບໍລິສັດ), ຂັ້ນທ້ອງຖິ່ນອອກອະນຸຍາດໃນຂອບເຂດທົ່ວປະເທດ ຈຳນວນ 719 ບໍລິສັດ/ຫົວໜ່ວຍ, 777 ກິດຈະການ. ນອກຈາກນີ້, ຍັງມີການອອກອະນຸຍາດປະເພດບໍລິການ ເປັນຕົ້ນ: ໂຮງງານປຸງແຕ່ງແຮ່ທາດທີ່ບໍ່ມີເຂດສຳປະທານເປັນຂອງຕົນເອງ ມີ 24 ບໍລິສັດ, 25 ກິດຈະການ ແລະ ບໍລິການ ແລະ ທີ່ປຶກສາມີ 28 ບໍລິສັດ, 35 ກິດຈະການ.
ທ່ານ ຫົວໜ້າກົມຄຸ້ມຄອງບໍ່ແຮ່ ກ່າວຕື່ມວ່າ: ໃນປີ 2024 ມີມູນຄ່າການລົງທຶນເຂົ້າໃນການຜະລິດແຮ່ທາດ ທັງໝົດຫຼາຍກວ່າ 2ຕື້ 475ລ້ານໂດລາ, ເພີ່ມຂື້ນ1.77% ຈາກປີ 2023 ແລະ ຖ້າທຽບໃສ່ແຜນການທິດທາງ ທີ່ສະພາຮັບຮອງໃນປີ 2024 ປະຕິບັດໄດ້ລື່ນແຜນການ 63.54%. ມູນຄ່າການຈຳໜ່າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ພາຍໃນ ແລະ ຕ່າງປະເທດ ລວມທັງໝົດ 3 ຕື້ 261ລ້ານກວ່າໂດລາ, ເພີ່ມຂື້ນ 13%, ຖ້າທຽບໃສ່ ປີ 2023 ແລະ ຖ້າທຽບໃສ່ແຜນທິດທາງ ປີ 2024 ປະຕິບັດໄດ້ລື່ນແຜນການ 63%. ພ້ອມກັນນີ້, ກໍໄດ້ດຳເນີນການກວດກາປະເມີນຜົນຂອງໂຄງການ ໃນປີ 2023 ແລະ ສົມທຽບໃສ່ປີ 2022 ສາມາດການຈັດປະເພດ A+ ມີ 2 ບໍລິສັດ ເພີ່ມຂຶ້ນ 1 ບໍລິສັດ; ປະເພດ A ມີ 3 ບໍລິສັດ, ຫຼຸດລົງ 3 ບໍລິສັດ; ປະເພດ B+ ມີ 11 ບໍລິສັດ, ເພີ່ມຂຶ້ນ 1 ບໍລິສັດ; ປະເພດ B ມີ 32 ບໍລິສັດ, ເພີ້ມຂຶ້ນ 16 ບໍລິສັດ; ປະເພດ C+ ມີ 22 ບໍລິສັດ ແລະ ປະເພດ C ມີ 30 ບໍລິສັດ.