ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ

ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ - 111 8 - ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ
ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ - kitchen vibe - ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ

       ປະທານາທິບໍດີອາເມລິກາກ່າວວ່າ: TikTok ຈະຍັງໃຫ້ບໍລິການຕໍ່ຢູ່ອາເມລິກາ ແລະ ບໍ່ຄິດວ່າໄພຄຸກຄາມດ້ານຄວາມໝັ້ນຄົງຈາກແອັບພລິເຄຊັນດັ່ງກ່າວຈະຮຸນແຮງຂະໜາດນັ້ນ.

       ໃນໄລຍະໜຶ່ງຂອງການໃຫ້ສໍາພາດພິເສດຕໍ່ທ່ານ ມອນ ແຮນນິຕີ ໃນລາຍການຂ່າວຂອງສະຖານີໂທລະພາບຟ໊ອກ, ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ກ່າວວ່າ: TikTok ຈະຍັງດໍາເນີນງານຢູ່ອາເມລິກາໄດ້ຕໍ່ໄປ ຫລັງລົງນາມໃນມື້ທໍາອິດຂອງການຮັບຕໍາແໜ່ງສະໄໝທີສອງ ໃນວັນທີ 20 ມັງກອນຜ່ານມາ ຢຸດການບັງຄັບໃຊ້ກົດໝາຍຫ້າມ TikTok ອອກໄປອີກຢ່າງໜ້ອຍ 75 ວັນ.

ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ - Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ
ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ - Visit Laos Visit SALANA BOUTIQUE HOTEL - ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ

       ກ່ຽວກັບຄໍາກ່າວທີ່ວ່າ: TikTok ຄືແອັບພລິເຄຊັນສອດແນມຂອງພັກກອມມູນິດຈີນ, ທ່ານ ທຣໍາ ກ່າວວ່າ: ອາເມລິກາກໍາລັງນໍາໃຊ້ສິ່ງອື່ນໆອີກຈໍານວນຫລາຍທີ່ຜະລິດຢູ່ຈີນ ລວມທັງໂທລະສັບ, ແຕ່ພັດບໍ່ມີໃຜເວົ້າເຖິງເລື່ອງນີ້ ແລະ ຜູ້ນໍາໃຊ້ TikTok ສ່ວນຫລາຍເປັນເດັກ ແລະ ໄວໜຸ່ມ ເຊິ່ງສໍາຄັນຕໍ່ຈີນຫລາຍປານນັ້ນຫວາ ທີ່ຈະຕ້ອງສອດແນມກຸ່ມຄົນອາຍຸນ້ອຍເຫລົ່ານີ້.

      ເຖິງຢ່າງໃດກໍຕາມ, ອະນາຄົດຂອງ TikTok ຍັງບໍ່ແນ່ນອນ ເນື່ອງຈາກຍັງມີເງື່ອນໄຂສໍາຄັນ ຄືບໍລິສັດໄບຕ໌ແດນ ເຊິ່ງມີສໍານັກງານໃຫຍ່ຢູ່ນະຄອນຫລວງປັກກິ່ງຂອງຈີນ ແລະ ເປັນເຈົ້າຂອງ TikTok ຕ້ອງຂາຍກິດຈະການຢູ່ອາເມລິກາ.

      ນອກຈາກນີ້, ຊາວອາເມລິກາບໍ່ສາມາດດາວໂຫລດແອບພລິເຄຊັນນີ້ໄດ້ແລ້ວ ເນື່ອງຈາກກົດໝາຍຫ້າມບໍ່ໃຫ້ຜູ້ປະກອບການເປີດໃຫ້ມີການດາວໂຫລດຜ່ານແອບພລິເຄຊັນໂຕຣ໌. ດັ່ງນັ້ນ ແອບເປິລ ແລະ ກູເກິລ ຈຶ່ງຈໍາເປັນຕ້ອງຖອດ TikTok ອອກຈາກແພກຟອມ ບໍ່ສະນັ້ນອາດຕ້ອງເສຍຄ່າປັບໄໝສູງເຖິງ 5,000 ໂດລາສະຫະລັດຕໍ່ການດາວໂຫລດ 1 ຄັ້ງ.

ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ - 5 - ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ
ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ - 3 - ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ
ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ - 4 - ທ່ານ ທຣໍາ ຢືນຢັນ TikTok ຍັງຢູ່ຕໍ່ໃນອາເມລິກາ ບໍ່ເຊື່ອມເປັນແອັບພລິເຄຊັນສອດແນມ