ນະຄອນຫລວງເຂັ້ມງວດກວດກາຄຸນນະພາບ ແລະ ລາຄາສິນຄ້າໄລຍະປີໃໝ່ຈີນ-ຫວຽດນາມ ລະເມີດປັບໃໝຕາມລະບຽບ

ທ່ານ ສໍາເລັດ ເພັດພອນສັກ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງ ວິທະຍຸກະຈາຍສຽງແຫ່ງຊາດລາວ ວັນທີ 23 ມັງກອນ 2025 ຜ່ານມານີ້ວ່າ: ໄດ້ວາງຫລາຍມາດຕະການ ເພື່ອປ້ອງກັນບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ ຊາວຫວຽດນາມ ແລະ ຊາວຈີນ ເໂດຍໄດ້ກຳນົດໃຫ້ຜູ້ປະກອບການທຸລະກິດ, ຊາວຄ້ານໍາເອົາສິນຄ້າຂອງຕົນອອກມາຈໍາໜ່າຍໃນລາຄາປົກກະຕິ ຕາມທີ່ໄດ້ປະຕິບັດໃນໄລຍະຜ່ານມາ, ຫ້າມກັກຕຸນສິນຄ້າ ຫລື ສວຍໂອກາດຂຶ້ນລາຄາຕາມລໍາພັງໃຈ, ສິນຄ້າທີ່ນໍາມາວາງຈໍາໜ່າຍຕ້ອງຮັບປະກັນຄວາມປອດໄພຕໍ່ຜູ້ບໍລິໂພກ ແລະ ໃຫ້ຕິດລາຄາສິນຄ້າເປັນເງິນກີບ, ບໍ່ໃຫ້ນໍາເອົາສິນຄ້າເສຍຄຸນ ຫລື ໝົດອາຍຸ ແລະ ບໍ່ຕິດສະຫລາກເປັນພາສາລາວມາວາງຈໍາໜ່າຍ, ສ່ວນການຈໍາໜ່າຍກະຕ່າຂອງ ຂວັນ, ກະຕ່າອວຍພອນແມ່ນໃຫ້ຜູ້ປະກອບການຂຽນທີ່ຢູ່ ພ້ອມເບີໂທລະສັບຂອງຮ້ານຕິດໃສ່ເພື່ອສະດວກໃນການພົວພັນ ແລະ ປະສານງານຂອງເຈົ້າໜ້າທີ່ ແລະ ອື່ນໆ.
ພ້ອມດຽວກັນກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຄະນະຕິດຕາມກວດກາລາຄາສິນຄ້າ ເຄື່ອນໄຫວຮ່ວມກັບຫ້ອງການທີ່ກ່ຽວຂ້ອງຢູ່ 5 ຕົວເມືອງ ຄື: ເມືອງສີໂຄດຕະບອງ, ຈັນທະບູລີ, ສີສັດຕະນາກ, ຈັນທະບູລີ, ໄຊເສດຖາ ແລະ ເມືອງໄຊທານີ ລົງສົມທົບກັບຕະຫລາດ ເພື່ອກວດກາສະພາບການຈໍາໜ່າຍສິນຄ້າຕາມທີ່ກໍານົດໄວ້. ຄຽງຄູ່ກັນນີ້, ຈະຮ່ວມກັບພາກສ່ວນທີ່ກ່ຽວຂ້ອງເຄື່ອນໄຫວຕິດຕາມສະພາບການຂາຍເຄື່ອງໄຫວ້ຕ່າງໆ ເພື່ອບໍ່ໃຫ້ຂາຍເຄື່ອງຊະຊາຍຢູ່ຕາມແຄມທາງ ໂດຍສະເພະຢູ່ເຂດບ້ານໂພນໄຊ, ເມືອງໄຊເສດຖາ ແລະ ຈຸດອື່ນໆ. ຈະມີມາດຕະການຕໍ່ຊາວຄ້າຂາຍ ກໍຄື ຜູ້ລະເມີດລະບຽບການທີ່ວາງອອກ, ເລີ່ມຈາກການກ່າວເຕື່ອນຈົນເຖີງຂັ້ນການປັບໃໝຕາມຄວາມເໝາະສົມໃນແຕ່ລະກໍລະນີ.